ເຊກອງມີ 77 ໂຄງການ ແກ້ໄຂສຸກເສີນ ໄພພິບັດປີ 2019

  ທ່ານ ຄໍາສອນ ກອນເຍີ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງເຊກອງ, ຮອງປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງລາຍງານໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໄພພິບັດປະຈໍາປີ 2019 ໃນວັນທີ 10 ມັງກອນ 2020 ຜ່ານມາໃຫ້ຮູ້ວ່າ: ສະພາບຜົນເສຍຫາຍຈາກໄພພິບັດທີ່ເກີດຂຶ້ນຢູ່ຂອບເຂດແຂວງເຊກອງມີຜົນກະທົບ ແລະຜົນເສຍຫາຍ 150 ຕຶ້ກວ່າກີບແຕ່ມີໂຄງການແກ້ໄຂສຸກເສີນທັງໝົດ 77 ໂຄງການ,ມູນຄ່າ 70, 98 ຕື້ກີບ ໃນນີ້ເມືອງ ກະລຶມໄດ້ຮັບຜົນກະທົບ-ເສຍຫາຍຫຼາຍກວ່າໝູ່ຄິດເປັນມູນຄ່າທັງໝົດ 26,27 ຕື້ກີບ, ຮອງລົງມາແມ່ນ ເມືອງດາກຈຶງ ແລະເມືອງລະມາມ ໄດ້ຮັບຜົນກະທົບ-ເສຍຫາຍທັງໝົດເມືອງລະ 20,96 ຕື້ກີບ, ເມືອງທ່າແຕງ ໄດ້ຮັບຜົນກະທົບ-ເສຍຫາຍທັງໝົດ 2,8 ຕື້ກີບ.

  ສໍາລັບໂຄງການຟື້ນຟູບູລະນະກັບສູ່ສະພາບເດີມມີທັງໝົດ 121 ໂຄງການມູນຄ່າ 79,34 ຕື້ກີບ, ໃນເບື້ອງຕົ້ນທາງອໍານາດການປົກຄອງແຂວງໄດ້ລາຍງານຫາລັດ ຖະບານຮັບຊາບເປັນທີ່ຮຽບຮ້ອຍແລ້ວ,ມາຮອດປະຈຸບັນສາມາດປະເມີນໂຄງການໄດ້ 65 ໂຄງການທີ່ມີເອກະສານຖືກຕ້ອງ ແລະຄົບຖ້ວນໃນນີ້ເມືອງລະມາມມີ 35 ໂຄງ ການ, ຈັດປະເພດ B ມີ 6 ໂຄງການ, ຈັດປະເພດ F ມີ 13 ໂຄງການ ແລະບໍ່ມີເອກະສານບົດສະເໜີໂຄງການ ມີ 16 ໂຄງການ, ເມືອງທ່າແຕງ ມີ 20 ໂຄງການ , ຈັດປະເພດ B ມີ 3 ໂຄງ ການ, ຈັດປະເພດ C ມີ 1 ໂຄງ ການ ແລະບໍ່ມີເອກະສານບົດສະເໜີ ໂຄງການ ມີ 16 ໂຄງການ, ເມືອງກະລຶມ ມີ 37 ໂຄງການ, ຈັດປະເພດ B ມີ 30 ໂຄງການ, ຈັດປະເພດ C ມີ 1 ໂຄງການ, ຈັດ ປະເພດ F ມີ 1 ໂຄງການ ແລະ ບໍ່ມີເອກະສານບົດສະເໜີໂຄງການ ມີ 5 ໂຄງການ ແລະເມືອງລະມາມມີ 38 ໂຄງການ, ຈັດປະເພດ B ມີ 26 ໂຄງການ, ຈັດປະເພດ F ມີ 2 ໂຄງການ ແລະບໍ່ມີເອກະສານບົດສະເໜີໂຄງການມີ 10 ໂຄງການ.

ຊຶ່ງການຈັດຕັ້ງປະຕິບັດຕົວຈິງໃນການຊ່ວຍເຫຼືອແກ້ໄຂສຸກເສີນເບື້ອງຕົ້ນແມ່ນພາຍຫຼັງທີ່ເກິດໄພພິບັດນໍ້າຖ້ວມຊຶ່ງສ້າງຜົນເສຍຫາຍຕໍ່ຊັບສິນຂອງປະຊາຊົນເປັນຈໍານວນຫຼວງຫຼາຍ, ເພື່ອຊ່ວຍເຫຼືອຜູ້ປະສົບໄພດັ່ງກ່າວປະທານຄະນະຄະນະກໍາມະການປ້ອງກັນ ແລະຄວບຄຸມໄພພິບັດໄດ້ແຕ່ງຕັ້ງຄະນະກໍາມະການປ້ອງກັນ ແລະ ຄວບຄຸມ ໄພພິບັດລົງຕິດຕາມຊີ້ນໍາ-ບັນຊາ ການຊ່ວຍເຫຼືອຜູ້ປະສົບໄພຢ່າງໃກ້ຊິດ, ຂະແໜງການທີ່ກ່ຽວຂ້ອງທຸກພາກສ່ວນໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກສຸກເສີນແກ່ຜູ້ປະສົບໄພດັ່ງກ່າວດ້ວຍການຊ່ວຍລໍາ ລຽງຍົກຍ້າຍປະຊາຊົນ, ວັດຖຸ ສິ່ງຂອງ, ສັດລ້ຽງ ແລະອື່ນໆໄປ ຢູ່ບ່ອນປອດໄພ, ຈັດສົ່ງເຂົ້າກິນ (ໂດຍນໍາໃຊ້ຍົນຮີຣີຄອບເຕີ) ໃຫ້ເມືອງລະມາມ ແລະເມືອງກະລຶມຈໍານວນ 10 ໂຕນ, ນໍາເອົາປັດ ໄຈເປັນເງິນສົດຈໍານວນ 250 ລ້ານກີບ ໄປຊ່ວຍເຫຼືອປະຊາຊົນທັງ 4 ເມືອງຕື່ມອີກ.

----------------

ຂຽນໂດຍ: ພຸດທະສອນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ