ຮັບຮອງຊາວໜຸ່ມໂຮງຮຽນການເມືອງ-ການປົກຄອງ ແຂວງເຊກອງ ເປັນໜ່ວຍ 4 ບຸກ

  ພິທີປະກາດ ແລະຮັບຮອງໜ່ວຍຊາວໜຸ່ມຮາກຖານໂຮງຮຽນ ການເມືອງ-ການປົກຄອງແຂວງ ເຊກອງເປັນໜ່ວຍ 4 ບຸກໄດ້ຈັດ ຂຶ້ນໃນວັນທີ17ມັງກອນ 2020 ໂດຍມີທ່ານ ຕຸລາວັນ ວົງໄຊ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ, ທ່ານ ບຸນທັນ ຈູມຈັນ ທະວົງ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ-ການປົກ ຄອງແຂວງ, ມີແຂກຖືກເຊີນ ແລະ ສະມາຊິກພາຍໃນໜ່ວຍເຂົ້າຮ່ວມ.

  ທ່ານ ນາງ ວາດສະໜາ ວົງປະເສີດ ເລຂາໜ່ວຍຊາວໜຸ່ມຮາກຖານໂຮງຮຽນການເມືອງ-ການ ປົກຄອງແຂວງໄດ້ຂຶ້ນຜ່ານບົດສະຫຼຸບການປະເມີນຜົນການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2019 ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະບົດ ຮຽນຖອດຖອນໄດ້ ໂດຍພາຍໃຕ້ ການຊີ້ນໍາໆພາຂອງຄະນະພັກ- ຄະນະນໍາໂຮງຮຽນ, ຄະນະໜ່ວຍ ຊາວໜຸ່ມຍາມໃດກໍໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງນໍາພາ ແນວຄິດໃຫ້ສະມາຊິກຂອງຕົນ ຢ່າງເປັນປົກກະຕິ ໂດຍຖືເອົາການ ດໍາເນີນຊີວິດການເມືອງພາຍໃນ ໜ່ວຍ ແລະຂະແໜງການພາຍໃນ ເປັນບ່ອນຕໍານິ-ກໍສ້າງ, ຈັດຕັ້ງ ການຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນ ມະຕິຂອງພັກ, ລະບຽບກົດໝາຍ ຂອງລັດ ແລະຂອງສູນກາງຊາວ ໜຸ່ມ ປປ ລາວວາງອອກ ຊຶ່ງເຮັດ ໃຫ້ສະມາຊິກຊາວໜຸ່ມພາຍໃນ ໜ່ວຍມີຄວາມເຂົ້າໃຈຢ່າງເລິກ ເຊິ່ງຕໍ່ແນວທາງການເມືອງ, ແຜນ ນະໂຍບາຍຂອງພັກ-ລັດ ແລະຫັນ ເປັນແຜນງານ-ເປັນໂຄງການລະອຽດສາມາດປະຕິບັດໃຫ້ປະກົດຜົນເປັນຈິງ, ໂດຍການປະຕິບັດ ຂໍ້ແຂ່ງຂັນ 4 ບຸກຄື: ບຸກທາງ ດ້ານການເມືອງ-ແນວຄິດປະຕິ ບັດໄດ້ 95%, ບຸກທາງດ້ານການຝຶກຝົນຫຼໍ່ຫຼອມ ແລະຮໍ່າຮຽນປະຕິບັດໄດ້ 95%, ບຸກທາງດ້ານວຽກ ງານການຈັດຕັ້ງປະຕິບັດໄດ້ 95% ແລະບຸກທາງດ້ານວິຊາຊີບ-ສ້າງ ວຽກເຮັດງານທໍາປະຕິບັດໄດ້ 100%.

  ຈາກນັ້ນທ່ານ ສຸກັນຍາ ອິນທະວົງ ຫົວໜ້າຂະແໜງຂະບວນ ການ ແລະພັດທະນາວິຊາຊີບ, ຫ້ອງການຊາວໜຸ່ມ ປປ ລາວ ແຂວງກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງເຊກອງສະບັບເລກທີ 51 ລົງວັນທີ 17 ມັງກອນ 2020 ວ່າດ້ວຍຮັບຮອງໜ່ວຍຮາກຖານຊາວ ໜຸ່ມໂຮງຮຽນການເມືອງ-ການປົກຄອງແຂວງເຊກອງ ເປັນໜ່ວຍ 4 ບຸກປະຈໍາປີ 2019, ໃຫ້ກຽດ ມອບໂດຍທ່ານ ຕຸລາວັນ ວົງໄຊ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ.

ໃນພິທີຍັງໄດ້ມີການມອບໃບ ຍ້ອງຍໍ ແລະໃບຊົມເຊີຍຂອງຄະນະບໍລິຫານງານຊາວໜຸ່ມແຂວງ ໃຫ້ສະມາຊິກຊາວໜຸ່ມໂຮງຮຽນ ການເມືອງ-ການປົກຄອງແຂວງ ທີ່ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການພັດທະນາວຽກງານຊາວໜຸ່ມກໍຄືດີເດັ່ນໃນການປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2019 ຈໍານວນ 34 ສະຫາຍ, ຍິງ 16 ສະຫາຍ, ໃນນີ້ໄດ້ຮັບໃບຍ້ອງຍໍ 32 ສະ ຫາຍ, ຍິງ 15 ສະຫາຍ.

   ຕອນທ້າຍພິທີທ່ານ ຕຸລາວັນ ວົງໄຊ ກໍໄດ້ຕີລາຄາສູງຕໍ່ການຊີ້ນໍາໆພາການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 4 ບຸກຂອງຄະນະໜ່ວຍຊາວໝຸ່ມຮາກຖານໂຮງຮຽການເມືອງ-ການປົກຄອງແຂວງໃນໄລຍະຜ່ານມາ ແລະຮຽກຮ້ອງໃຫ້ ສືບຕໍ່ເສີມຂະຫຍາຍຜົນງານທີ່ພົ້ນເດັ່ນເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເອົາ ໃຈໃສ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ແລະຕ້ານທຸກບັນຫາປະກົດການ ຫຍໍ້ທໍ້, ພ້ອມນີ້ທ່ານຍັງໃຫ້ທິດຊີ້ນໍາຕໍ່ກອງປະຊຸມຫຼາຍບັນຫາ,ທັງ ນີ້ກໍເພື່ອໃຫ້ຄະນະໜ່ວຍຊາວໜຸ່ມ ພ້ອມດ້ວຍສະມາຊິກນໍາໄປຜັນຂະຫຍາຍແນໃສ່ເຮັດສໍາເລັດໜ້າທີ່ ການເມືອງຂອງຕົນທີ່ພັກ-ລັດມອບໝາຍໃຫ້ດ້ວຍບາດກ້າວຫັນປ່ຽນ ໃໝ່ພາຍໃຕ້ແນວທາງແຜນນະໂຍບາຍຂອງພັກ ແລະລະບຽບກົດ ໝາຍຂອງລັດ.

------

ໂດຍ: ສັນຍາ