ຟ່ານ ປິງປິງ ກຽມໂຕເຂົ້າຮ່ວມງານສະແດງອີກຄັ້ງ ໃນຮູບເງົາເລື່ອງ 355

  ຟ່ານ ປິງປິງ ກຽມໂຕຮ່ວມ ງານສະແດງອີກຄັ້ງຫຼັງລາຈໍຍາວ ຫຼັງພົບກັບລົມມໍລະສຸມຂະໜາດໃຫຍ່ໃນປີທີ່ຜ່ານມາເພາະເລື່ອງ ພາສີທີ່ມີສ່ວນພົວພັນກັບເລື່ອງ ການຫຼີກລ່ຽງພາສີຈົນຖືກກວດສອບເຂັ້ມຂຸ້ນຈົນຮອດກົມລາຍຮັບ ຂອງ ສປ ຈີນ ມີຄໍາສັ່ງໃຫ້ຈ່າຍ ເງິນພາສີຄືນຫຼັງພ້ອມປັບໃໝລວມເປັນເງິນ 884 ລ້ານຢວນ ຊຶ່ງ ແມ່ນວ່າຟ່ານ ປິງປິງ ຈະແຈ້ງເງິນ ຈໍານວນດັ່ງກ່າວແລ້ວແຕ່ກະແສຂ່າວໃນຄັ້ງນີ້ຍັງເປັນຜົນຮ້າຍຕໍ່ອາ ຊີບໃນວົງການບັນເທີງຂອງລາວ ວຽກທຸກຢ່າງຢຸດຊະງັກ ແລະຟ່ານ ປິງປິງ ກໍແທບບໍ່ໄດ້ປະກົດໂຕຕໍ່ໜ້າມວນຊົນອີກ.

  ຢ່າງໃດກໍຕາມ ເບິງຄືວ່າໃນຕອນນີຊຸບຕາສາວກໍາລັງຈະກັບມາຄືນຈໍອີກຄັ້ງແລ້ວໃນທີ່ສຸດວັນທີ 10 ເມສາ 2019 ເວບໄຊ variety ໃຫ້ຮູ້ວ່າ:ຟ່ານປິງປິງ ກໍາລັງຈະກັບມາເຮັດວຽກສະແດງອີກຄັ້ງໃນຮູບເງົາເລື່ອງ 355 ຊຶ່ງເປັນຮູບ ເງົາແອັກຊັ່ນສາຍລັບຜູ້ຍິງທີ່ຖືກຈັບຕາຢ່າງຫຼວງຫຼາຍກ່ອນໜ້ານີ້ຂະນະທີ່ທາງທີມງານກໍໄດ້ມີການ ທາບທາມ ຟ່ານ ປິງປິງ ໄວ້ຕັ້ງ ແຕ່ກ່ອນລາວຈະເຈີເລື່ອງມໍລະສຸມຂະໜາດໃຫຍ່ໃນປີທີ່ຜ່ານມາ. ໂດຍແຫຼ່ງຂ່າວ ຈາກ Variety ຍືນຍັງວ່າ 355 ໜ້າຈະມີກໍານົດ ເລີ່ມຖ່າຍທໍາໃນປີນີ້ໂຄງການນີ້ຍັງຄົງດໍາເນີນຕໍ່ໄປພ້ອມກັບນັກ ສະແດງ ແລະທີມຜູ້ສ້າງຊຸດເກົ່າສ່ວນວັນທີ່ເລີ່ມຖ່າຍທໍາພ້ອມລາຍ ລະອຽດຕ່າງໆຈະມີການແຈ້ງ ຕາມພາຍຫຼັງ, ກ່ອນໜ້ານີ້ທີມ ງານໄດ້ປະກາດລາຍຊື່ນັກສະແດງ ໃນຮູບເງົາເລື່ອງນີ້ມາແລ້ວປະກອບ ໄປດ້ວຍ ເຈສສີກາ ແຊສເທນ, ຟ່ານ ປິງປິງ: ລູປີຕ້າ ນີຍອງໂງ, ເພເນໂລເປ້ ຄຣູຊ ແລະມາຣີຍງ ກອຕີຍາຣ໌ ກໍາກັບໂດຍ ໄຊມອນ ຄີມເບີຣຼກ.

------------

ຮຽບຮຽງໂດຍ: ຟ້າ