ຮີບອ່ານເລີຍໃຜມັກເກັບແປງຖູແຂ້ວ ໄວ້ໃນຫ້ອງນໍ້າ

  ທ່ານຮູ້ ຫຼື ບໍ່ແປງຖູແຂ້ວທີ່ເຮົາໃຊ້ເປັນປະຈໍາ ອາດເປັນແຫຼ່ງລວມຂອງເຊື້ອໂລກ ເຊື້ອແບັກທີເຣຍ ຊຶ່ງພາຍນອກເຮົາອາດເບິ່ງຄືສະອາດບໍ່ມີຫຍັງແຕ່ຄວາມຈິງແລ້ວແປງຖູແຂ້ວນີ້ແຫຼະແມ່ນບ່ອນ ສະສົມຂອງເຊື້ອພະຍາດເພາະເຮົາໃຊ້ແປງຖູແຂ້ວທໍາຄວາມສະອາດພາຍໃນຊ່ອງປາກເມື່ອເຮົາໃຊ້ ແລ້ວເຮົາກໍເອົາໄວ້ໃນຫ້ອງນໍ້າ ແລະໃນຫ້ອງນໍ້າກໍ ເປັນແຫຼ່ງລວມຂອງເຊື້ອແບັກທີເລຍຕ່າງໆເຊັ່ນກັນດັ່ງນັ້ນມື້ນີ້ໃນສາລະໜ້າຮູ້ນໍາເອົາວິທີຮັກສາ ແປງຖູແຂ້ວມາຝາກຈະມີແນວໃດແນ່ນັ້ນໄປຮູ້ພ້ອມກັນເລີຍ.

  1. ຢ່າວາງແປງຖູແຂ້ວໄວ້ໃກ້ກັບໂຖສ້ວມ ເກີນໄປ: ເພາະເວລາທີ່ເຮົາກົດຊັກໂຄກ ຫຼື ລ້າງ ອາດຈະມີສິ່ງທີ່ເປິເປື້ອນກະເດັນໄປຕາມພື້ນຜິວຫ້ອງນໍ້າຫາກວາງໄວ້ໃກ້ກໍມີສິດທີ່ແປງຖູແຂ້ວຂອງ ເຮົາຈະຖືກສິ່ງນັ້ນ.
  2. ບໍ່ຄວນເກັບແປງໄວ້ໃນກ່ອງທີ່ມີຝາປິດ ຫຼື ໃສ່ໄວ້ໃນພາຊະນະທີ່ອາດບໍ່ສາມາດໝຸນວຽນ ຫຼື ຖ່າຍ ເທໄດ້ເພາະການວາງແປງໃຫ້ຖືກກັບອາກາດຂົນ ແປງກໍຈະແຫ້ງເຮັດໃຫ້ບໍ່ມີແບັກທີເຣຍສະສົມ.
  3. ຄວນປ່ຽນແປງຖູແຂ້ວທຸກໆ 3 ເດືອນ ຫຼື ເມື່ອ ຂົນແປງເລີ່ມບານອອກຢ່າໃຊ້ຈົນແປງບານເພາະປະ ສິດທິພາບໃນການກໍາເຊື້ອແບັກທີເຣຍໃນຊ່ອງປາກຈະບໍ່ໄດ້ເຕັມທີ່ອີກທັງເປັນແຫຼ່ງສະສົມຂອງເຊື້ອໂລກ ອີກດ້ວຍ.
  4. ຢ່າໃຊ້ແປງຖູແຂ້ວຮ່ວມກັບຄົນອື່ນບໍ່ວ່າຈະ ເປັນຄົນຮັກ ຫຼື ຄົນໃນຄອບຄົວກໍຕາມເພາະການທີ່ ເຮົາໄດ້ມີໂອກາດສໍາຜັດກັບນໍ້າລາຍເລືອດຂອງຄົນ ອື່ນ ຊຶ່ງມັນງ່າຍຕໍ່ການຕິດເຊື້ອຕ່າງໆໂດຍກົງ.

ຮຽບຮຽງໂດຍ: ຟ້າ