ຂະຫຍາຍໄຟຟ້າສູ່ຊົນນະບົດ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຜົ້ງສາລີ

  ເພື່ອເຮັດໃຫ້ທຸກຄົວເຮືອນໄດ້ມີໄຟຟ້າຊົມໃຊ້ໂດຍການຂະຫຍາຍຕາຂ່າຍໄຟຟ້າເຂົ້າເຂດຊົນນະບົດຮ່າງໄກສອກຊອກຫຼີກເປັນການປະກອບສ່ວນລຶບລ້າງຄວາມທຸກຍາກຂອງປະຊາຊົນແມ່ນແຜນການພັດທະນາຂອງ ແຂວງຜົ້ງສາລີ, ຊຶ່ງຕໍ່ກັບແນວທາງດັ່ງກ່າວນັ້ນທາງລັດວິສາຫະກິດໄຟຟ້າລາວສາຂາແຂວງຜົ້ງສາລີໄດ້ຫັນເປັນແຜນ ການ, ໂຄງການລະອຽດ ແລະຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ.

  ທ່ານ ອຸ່ນເນື້ອ ສີວັນເພັງ ຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງຜົ້ງສາລີໃຫ້ຮູ້ວ່າ: ມາຮອດປີ 2019 ນີ້ທຸກເມືອງຂອງ ແຂວງຜົ້ງສາລີແມ່ນມີໄຟຟ້າຊົມໃຊ້ແລ້ວ344 ບ້ານ 66,41% ຂອງຈຳນວນບ້ານທັງໝົດໃນທົ່ວແຂວງ ແລະ 23.896 ຄົວເຮືອນ 68,61% ໄດ້ຊົມໃຊ້ໄຟຟ້າແລ້ວ,ໄຟຟ້າທີ່ເຮົານຳໃຊ້ຢູ່ທຸກມື້ນີ້ແມ່ນໄດ້ນຳເອົາມາຈາກ 4 ແຫຼ່ງຄື: ແຫຼ່ງ ທີ 1: ແມ່ນຊື້ມາຈາກເມືອງຈັງເຊີນ ສປ ຈີນ ດ້ວຍລາຄາ 754 ກີບຕໍ່ kwh ມານຳໃຊ້ຢູ່ເມືອງຍອດອູ, ເມືອງບູນເໜືອ ແລະບາງຄັ້ງກໍ່ສົ່ງຮອດເມືອງຜົ້ງສາລີ,ແຫຼ່ງທີ 2: ແມ່ນຊື້ຈາກສະຖານີນາໝໍ້ ແຂວງອຸດົມໄຊ ດ້ວຍລາຄາ 579 ກີບຕໍ່ kwh ມານຳໃຊ້ຢູ່ເມືອງບູນໃຕ້,ເຂດສຳພັນໄຊ,ເມືອງບູນເໜືອ ແລະ ເທສະບານແຂວງຜົ້ງສາລີ, ແຫຼ່ງ ທີ 3: ແມ່ນຊື້ຈາກສະຖານີນາໝໍ້ ແຂວງອຸດົມໄຊ ດ້ວຍລາຄາ 579 ກີບຕໍ່kwh ມານຳໃຊ້ຢູ່ເມືອງຂວາ ແລະເມືອງສຳພັນ, ແຫຼ່ງທີ 4: ແມ່ນຊື້ຈາກແຂວງດຽນບຽນ ສສ ຫວຽດນາມ ດ້ວຍລາຄາ 844 ກີບຕໍ່kwh ມານຳໃຊ້ຢູ່ເມືອງໃໝ່, ຊຶ່ງປີ 2019 ຜ່ານມາ ທາງລັດວິສາຫະ ກິດໄຟຟ້າລາວສາຂາແຂວງຜົ້ງສາລີມີລາຍຮັບ 24,92 ຕື້ກີບ ແລະມອບພັນທະໃຫ້ລັດ 2,5 ຕື້ກີບ.

  ທ່ານ ອຸ່ນເນື້ອ ສີວັນເພັງ ກ່າວຕື່ມວ່າ: ການຂະຫຍາຍຕາຂ່າຍໄຟຟ້າສະໜອງໃຫ້ສັງຄົມຊົມໃຊ້ຍັງບໍ່ທັນໄດ້ດີເທົ່າທີ່ຄວນເນື່ອງຈາກຫຼາຍປັດໃຈເປັນຕົ້ນແມ່ນແຫຼ່ງງົບປະມານໃນການລົງທຶນຍັງຈຳກັດ, ອີກຢ່າງແຂວງຜົ້ງສາລີກໍ່ເປັນແຂວງພູດອຍ 90% ການຂະຫຍາຍຕິດຕັ້ງຕາໜ່າງໄຟຟ້າແມ່ນຫຍຸ້ງຍາກຫຼາຍບວກກັບລາຍຮັບຂອງປະຊາຊົນຍັງຕໍ່າ, ເມື່ອຂະຫຍາຍຕາໜ່າງໄປຮອດແລ້ວບາງເຂດປະຊາຊົນບໍ່ມີເງິນຕິດຕັ້ງໄຟຟ້າເຂົ້າເຮືອນແຕ່ທາງລັດວິສາຫະກິດກໍ່ໄດ້ມີນະໂຍບາຍຊ່ວຍປະຊາຊົນທີ່ບໍ່ມີເງື່ອນໄຂຕິດຕັ້ງໄຟຟ້າໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານ ADB ທາງລັດວິສາຫະກິດໄຟຟ້າລາວຊ່ວຍກ້ອງເຕີ 3/9A ມູນຄ່າ 631.673 ກີບຕໍ່ 1 ຄອບ ຄົວ, ພ້ອມຄ່າຕິດຕັ້ງ 7 ແສນກີບແມ່ນໃຫ້ຕິດໜີ້ເປັນເວລາ 3 ປີ ໂດຍປະຊາຊົນຊຳລະຜ່ອນເດືອນລະ 20 ພັນກີບຊຶ່ງນະໂຍ ບາຍດັ່ງກ່າວໄດ້ປະຕິບັດໄດ້ແລ້ວ 2.719 ຄອບຄົວ ແລະປະຈຸບັນສຳຫຼວດສຳເລັດກຽມຈັດຕັ້ງປະຕິບັດ 404 ຄອບຄົວຢູ່ເມືອງຂວາ, ເມືອງໃໝ່, ເມືອງສຳພັນທີ່ພວມຢູ່ໃນຂັ້ນຕອນການດຳເນີນເອກະສານ.

  ສະເພາະການສະໜອງໄຟຟ້າໃນເທສະບານໃໝ່ຂອງແຂວງທີ່ເມືອງບູນເໜືອນັ້ນທາງລັດວິສາຫະກິດໄດ້ທຶນຈາກທະນາຄານພັດທະນາອາຊີທີ່ກຳລັງກໍ່ສ້າງ, ປັບປຸງຕາ ຂ່າຍໃນເທສະບານໂດຍອອກຈາກສະຖານີພຽງດອກຄຳເປັນ 4 ເນປາ (4 ສາຍ) ຄາດວ່າທ້າຍເດືອນກຸມພາ 2020 ນີ້ ຈະໄດ້ນຳໃຊ້ແລ້ວ.

ສຳລັບປີ 2020 ນີ້ລັດວິສາຫະກິດໄຟຟ້າລາວສາຂາແຂວງຜົ້ງສາລີຈະປະສານສົມທົບກັບພະແນກພະລັງງານບໍ່ແຮ່ເພື່ອເລັ່ງໃສ່ຂະຫຍາຍຕາໜ່າງໄຟຟ້າທີ່ນຳໃຊ້ທຶນຂອງລັດຖະບານ ແລະຂອງແຂວງພ້ອມທັງສຸມໃສ່ການລະດົມຕິດຕັ້ງໄຟຟ້າເຂົ້າເຮືອນໃຫ້ປະຊາຊົນໃຫ້ບັນລຸອັດຕາຊົມໃຊ້ ໄຟຟ້າໃຫ້ໄດ້ 74% ຂອງຄົວເຮືອນໃນທົ່ວແຂວງ.

----------

ຂຽນໂດຍ: ສົມຄິດ ແກ້ວນວນລາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ