ສະຫຼຸບວຽກບໍລິຫານຫ້ອງການ ແລະໂຄສະນາຂ່າວສານ ສຶກສາ-ກີລາ

  ກອງປະຊຸມສະຫຼຸບວຽກ ງານບໍລິຫານຫ້ອງການ ແລະວຽກ ງານໂຄສະນາຂ່າວສານ ສຶກສາ-ກີລາທົ່ວແຂວງຫົວພັນ ປະຈຳປີ 2019 ແລະວາງແຜນປີ 2020 ໄດ້ຈັດຂຶ້ນເມື່ອອາທິດຜ່ານມາທີ່ ຫ້ອງປະຊຸມໂຮງຮຽນສາມັນກິນ ນອນຊົນເຜົ່າເມືອງວຽງໄຊ ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ມົນທອງ ລຽນຕິຄຸນ ຫົວ ໜ້າພະແນກສຶກສາທິການ ແລະ ກີລາແຂວງ (ສກຂ), ມີທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍ ການສູນໂຄສະນາຂ່າວສານກະຊວງສຶກສາທິການ ແລະກີລາ, ມີຫົວໜ້າໜ່ວຍງານບໍລິຫານ, ວິຊາການຂາອອກ-ຂາເຂົ້າ ແລະ ວິຊາການຮັບຜິດຊອບວຽກງານ ໂຄສະນາຂ່າວສານມາຈາກຫ້ອງ ການສຶກສາທິການ ແລະກີລາ 10 ເມືອງທົ່ວແຂວງ ແລະໂຮງຮຽນ ອ້ອມຂ້າງແຂວງເຂົ້າຮ່ວມ.

  ທ່ານ ທອງວັນ ບຸນທະວົງ ຫົວ ໜ້າຂະແໜງບໍລິຫານໃຫ້ຮູ້ວ່າ: ໃນ 1 ປີ ຜ່ານມາ ຂະແໜງບໍລິຫານ ພະແນກ ສກຂ ເປັນຂະແໜງໜຶ່ງ ທີ່ເປັນຜູ້ຈັດຕັ້ງປະຕິບັດ ແລະຊີ້ ນຳຂັ້ນມະຫາພາກ ຊຶ່ງໄດ້ເຮັດໜ້າ ທີ່ເປັນເສນາທິການທີ່ດີໃຫ້ແກ່ການ ນຳຂັ້ນພະແນກ, ຊີ້ນຳນຳພາແກ່ ຜູ້ຮັບຜິດຊອບວຽກງານບໍລິຫານ ຂອງຂະໜງການສຶກສາ ແລະກີ ລາຂັ້ນເມືອງ ແລະໂຮງຮຽນອ້ອມ ຂ້າງແຂວງທີ່ຂຶ້ນກັບໄດ້ມີຜົນສຳ ເລັດຫຼາຍດ້ານຄື: ສຳເລັດການບໍ ລິຫານຫ້ອງການ ແລະເປັນເສນາ ທິການທີ່ດີໃຫ້ແກ່ການນຳຂັ້ນຂອງ ຕົນເປັນຕົ້ນແມ່ນ: ແຜນວຽກ, ແຜນລົດ, ແຜນຄົນ, ແຜນເງິນ, ຈັດກອງປະຊຸມສ່ອງແສງປະຈຳ, ສົ່ງບົດສະຫຼຸບ-ແຜນການແຕ່ລະ ເດືອນໃຫ້ກະຊວງ ສສກ, ສະພາ ປະຊາຊົນແຂວງ, ທ່ານຮອງເຈົ້າ ແຂວງຜູ້ຊີ້ນຳວຽກງານວັດທະນະ ທຳ, ສັງຄົມຂັ້ນແຂວງ, ໃນວັນທີ 10 ຂອງທຸກໆເດືອນ, ຕິດຕາມ-ຊຸກຍູ້ບັນດາແຜນກິດຈະກຳຕ່າງໆ ທີ່ແຕ່ລະພາກສ່ວນໄດ້ຈັດຕັ້ງປະຕິ ບັດໃນແຕ່ລະໄລຍະ, ຄຸ້ມຄອງການ ສ້ອມແປງພາຫະນະລົດໃຫຍ່ຂອງ ພະແນກ  ແລະອຸປະກອນຫ້ອງການ, ຮັບສົ່ງເອກະສານ, ອັດສຳເນົາເອ ກະສານເຂົ້າ-ອອກ ຢ່າງເປັນລະບົບ, ຄຸ້ມຄອງນຳໃຊ້ຕາປະທັບ ຕາມລະບຽບຫຼັກການ, ສຳລະສະ ສາງຈ່າຍຄ່າສ້ອມແປງ, ຄ່ານໍ້າ, ຄ່າໄຟຟ້າ, ຄ່າອຸປະກອນ, ຄ່າປະ ກັນໄພລົດ, ຄ່າອະນາໄມ, ຄ່າຍາມ ແລະອື່ນໆ ຕາມແຜນຈັດສັນ, ໄດ້ເກັບຂ່າວ-ອອກຂ່າວວຽກດີຄົນ ເດັ່ນ, ວຽກງານຕ່າງໆ ຂອງຂະ ແໜງການສຶກສາ ແລະກີລາທົ່ວ ຂະແໜງການສຶກສາພາຍໃນແຂວງ ໄດ້ 105 ຄັ້ງ.

  ນອກນັ້ນຍັງມີບັນດາຈຸດຄ້າງ ຄາທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ ປັບປຸງແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ ເປັນຕົ້ນແມ່ນການຈັດສັນແຜນວຽກທີ່ຍັງຊັກຊ້າ,ບໍລະອຽດ,ການຮ່າງເອກະສານ,ການຈັດສັນເອກະ ສານບໍ່ທັນໄດ້ດີເທົ່າທີ່ຄວນ,ການປະຕິບັດຂໍ້ກຳນົດໃນການນຳໃຊ້ພາຫະນະຂອງພະແນກ ສກຂ ແລຫ້ອງການ ສກມ ຍັງບໍ່ທັນໄດ້ດີ,ພະນັກງານບາງທ່ານຍັງຂາດຄວາມ ຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ຜູ້ບໍລິຫານການສຶກສາຂັ້ນເມືອງບໍ່ໄດ້ ຂະຫຍາຍວຽກງານບໍລິຫານ, ວຽກງານເອກະສານລົງສູ່ຂັ້ນໂຮງຮຽນ,ບາງບ່ອນບໍ່ມີການປັບປຸງ,ບໍ່ເອົາ ໃຈໃສ່ຕໍ່ວຽກງານຫ້ອງການ ແລະ ວຽກງານຂ່າວສານ,ອຸປະກອນ ຮັບໃຊ້ຍັງບໍທັນພຽງພໍ,ການສົ່ງຂ່າວຈາກໂຮງຮຽນ,ຈາກເມືອງ ສົ່ງຫາຂັ້ນແຂວງ ແລະກະຊວງຍັງ ຊັກຊ້າ,ຕໍ່ກັບບັນດາຜົນງານຕ່າງໆ ແລະຈຸດຄ້າງທີ່ກ່າວມານັ້ຂະແໜງ ບໍລິຫານຈັດວາງແຜນຈຸດສຸມໃນປີ2020 ທີ່ຈະໄດ້ຈັດຕັ້ງປະຕິບັດຄື:ເອົາໃຈໃສ່ເຂົ້າຮ່ວມເຊື່ອຊຶມບັນດາເອກະສານການເມືອງຕ່າງໆຊອກຮູ້ຫາຮຽນແບບແຜນວິທີເຮັດວຽກ, ປັບປຸງວຽກງານຂອງຕົນ, ສຶກສາ ໃຫ້ມີຄວາມເຂົ້າໃຈຕໍ່ຍຸດທະສາດການສຶກສາແຫ່ງຊາດ, ກຳນົດຍຸດ ທະສາດ, ແຜນຈຸດສຸມໃຫ້ສອດ ຄ່ອງກັບໜ້າວຽກແຕ່ລະໄລຍະ,ສົມ ທົບກັບຜູ້ບໍລິຫານທຸກພາກສ່ວນສຶກ ສາອົບຮົມນັກຮຽນທຸກຂັ້ນ, ທຸກຊັ້ນ, ໃຫ້ມີຄຸນສົມບັດ, ສິນທຳປະຕິບັດ, ວັດທະນາທຳ-ຮີດຄອງປະ ເພນີ, ແກ້ໄຂບັນດາປະກົດການຫຍໍ້ ທໍ້ຕໍ່ກັບຂະແໜງການສຶກສາ ແລະ ກີລາ ແລະວຽກງານອື່ນໆ.