ຮູ້ໄວ້ມີປະໂຫຍດ 6 ສາເຫດ ພາໃຫ້ເກີດອາການຊ໊ອກ

  ພາວະຊ໊ອກ ຄືພາວະຄຸກຄາມຊີວິດທີ່ເກີດຂຶ້ນ ເມື່ອຮ່າງກາຍເກີດການໄຫຼວຽນຂອງເລືອດທີ່ບໍ່ ພຽງພໍອະໄວຍະວະ ແລະເຊລບໍ່ໄດ້ຮັບອ໊ອກຊີເຈນ ແລະສານອາຫານທີ່ພຽງພໍທີ່ຈະທຳງານຢ່າງສົມບູນພາວະຊ໊ອກຕ້ອງໄດ້ຮັບການຮັກສາຢ່າງເລັ່ງດ່ວນບໍ່ດັ່ງນັ້ນອາດຊຸດໂຕຢ່າງໄວວາ, ຊຶ່ງສາເຫດ ອາການຊ໊ອກເກີດຈາກ.

  • ຕິດເຊື້ອຢ່າງຮຸນແຮງໃນກະແສເລືອດ.
  • ຮ່າງກາຍເສຍນໍ້າອະໄວຍະວະບໍ່ໄດ້ຮັບອ໊ອກ ຊິເຈນ.
  • ໂລກປະຈໍາຕົວເຊັ່ນໂລກຫົວໃຈ.
  • ແພ້ສານຕ່າງໆ ຫຼື ອາການແພ້ປະຈຳໂຕ.
  • ການເຮັດວຽກທີ່ຜິດປົກກະຕິຂອງລະບົບປະສາດ ແລະສະໝອງ.
  • ຢາບາງຢ່າງທີ່ຊ່ວຍຫຼຸດການເຮັດວຽກຂອງ ຫົວໃຈ ຫຼື ຄວາມດັນເລືອດ.

-------

ຮຽບຮຽງໂດຍ: ຟ້າ