2020 ອັດຕະປື ຈະສູ້ຊົນເຮັດໃຫ້ລວມຍອດ ຜະລິດຕະພັນພາຍໃນບັນລຸ 3,1 ພັນຕື້ກີບ

  ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງອັດຕະປື ວ່າ: ສຳລັບປີ 2020 ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງອົງຄະນະພັກແຂວງ ແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ໃນເງື່ອນໄຂດັ່ງກ່າວອົງການປົກຄອງແຂວງສະເໜີຕໍ່ກອງປະຊຸມສະພາປະຊາຊົນແຂວງອັດຕະປືພິຈາລະນາຄາດໝາຍໃຫຍ່ຂອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນວຽກຈຸດສຸມຄື: ປີ 2020 ນີ້ແຂວງອັດຕະປືຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫຼືຈີດີພີໃຫ້ໄດ້ 3.112 ຕື້ກວ່າກີບ, ອັດຕາການເຕີບໂຕຂອງເສດຖະກິດບໍ່ຫຼຸດ 8% ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ 2.366 ໂດລາ ໃນນັ້ນຂະແໜງກະສິກໍາ ແລະ ປ່າໄມ້ເພີ່ມຂຶ້ນ 6,43%, ກວມເອົາປະມານ 20,97% ຂອງຈີດີພີ, ຂະແໜງອຸດສາຫະກໍາເພີ່ມຂຶ້ນ 10,56% ກວມເອົາປະມານ 37,30% ຂອງຈີດີພີ ແລະຂະແໜງບໍລິການເພີ່ມຂຶ້ນ 13% ກວມເອົາປະມານ 41,73% ຂອງຈີດີພີ, ຮັກ ສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 5%,ເຮັດໃຫ້ອັດຕາແລກປ່ຽນມີຄວາມສະຫງົບປົກກະຕິ,ເງິນກີບແຂງຄ່າ ຫຼືອ່ອນຄ່າຢູ່ໃນລະດັບ 5% ໂດຍທຽບໃສ່ເງິນຕາຕ່າງປະເທດສະກຸນເງິນຫຼັກ, ສູ້ຊົນຜະລິດເຂົ້າໃຫ້ໄດ້ 75.962ໂຕນ, ສູ້ຊົນຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາໃຫ້ໄດ້ 384 ຕື້ກວ່າກີບ, ສູ້ຊົນເພີ່ມມູນຄ່າການຈໍລະຈອນສິນຄ້າຂາຍຍົກຂາຍຍ່ອຍໃຫ້ໄດ້ 7.320 ຕື້ກວ່າກີບ, ສູ້ຊົນຜະລິດກະແສໄຟຟ້າໃຫ້ໄດ້ 77 ລ້ານກິໂລວັດໂມງ, ສູ້ຊົນຂະຫຍາຍຕານ່າງໄຟຟ້າລົງສູ້ບ້ານໃຫ້ໄດ້ 100% ຄົວເຮືອນຊົມໃຊ້ໄຟຟ້າໃຫ້ໄດ້ຫຼາຍກວ່າ 98% ຂອງຈໍານວນຄົວເຮືອນທັງໝົດ ແລະສູ້ຊົນດຶງດູດນັກທ່ອງທ່ຽວ 1,7 ແສນເທື່ອຄົນ ແລະໃຫ້ໄດ້ 70 ຕື້ກີບ.

  ທ່ານຍັງໄດ້ກ່າວຕື່ມວ່າ: ໃນປີ 2019 ຜ່ານມາດ້ານເສດຖະກິດມະຫາພາກຕົວເລກການຜະລິດ ແລະ ການບໍລິການຈາກບັນດາຂະແໜງການເຫັນວ່າລວມຍອດຜະ ລິດຕະພັນພາຍໃນຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 7,59% ຫຼຸດມະຕິສະພາຮັບຮອງ 0,41% ມູນຄ່າໃນປີ 2.854 ກວ່າຕື້ກີບ ລື່ນມະຕິສະພາຮັບຮອງ 181 ຕື້ ກວ່າກີບ,ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 2.214 ໂດລາ, ລື່ນມະຕິສະພາຮັບຮອງ 72 ໂດລາໃນນີ້ຂະແໜງກະສິກໍາເພີ່ມຂຶ້ນ 5,71%,ຫຼຸດມະຕິສະພາຮັບຮອງ 1,1% ກວມເອົາ 22,16% ຂອງຈີດີພີ, ຂະແໜງອຸດສາຫະກໍາເພີ່ມຂຶ້ນ 10,20% ຫຼຸດມະຕິສະພາຮັບຮອງ 3,4% ກວມເອົາ 35,50% ຂອງຈີດີພີ ແລະ ຂະແໜງບໍລິການເພີ່ມຂຶ້ນ 12,96% ລື່ນມະຕິສະພາຮັບຮອງ 2,92% ກວມເອົາ 42,34% ຂອງຈີດີພີ .

__________

ຂຽນໂດຍ: ວັດທະນາ ຫຼວງອາໄພ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ