5 ປີ ເສດຖະກິດ ເມືອງແກ່ນທ້າວ ຂະຫຍາຍຕົວສະເລ່ຍ 8,2% ຕໍ່ປີ

 ເມືອງແກ່ນທ້າວ ແມ່ນເມືອງໜຶ່ງໃນຈໍານວນ 11 ເມືອງຂອງແຂວງໄຊຍະບູລີ, ຕັ້ງຢູ່ທາງທິດໃຕ້ຂອງແຂວງ, ປະກອບມີ 47 ບ້ານ, ມີ 666 ໜ່ວຍຄຸ້ມຄອງ, ມີພົນ ລະເມືອງ 42.450 ຄົນ, ຍິງ 20.913 ຄົນ, ອາຊີບຂອງປະຊາຊົນສ່ວນໃຫຍ່ແມ່ນປູກຝັງ-ລ້ຽງສັດ, ບວກກັບຄວາມອຸດົມສົມບູນຂອງດິນ ແລະນໍ້າທີ່ສາມາດກໍ່ສ້າງຊົນລະປະທານເໝາະສົມແກ່ການຜະລິດ, ອັນເປັນພື້ນຖານຍູ້ດັນໃຫ້ແກ່ການຂະຫຍາຍຕົວເສດຖະກິດຂອງເມືອງໂດຍເລ່ຍແມ່ນ 8,2% ຕໍ່ປີ.

  ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວໃຫ້ຮູ້ວ່າ: ໃນ 5 ປີຜ່ານມາເສດຖະກິດໂດຍລວມຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 8,2% ຕໍ່ປີ , ລວມຍອດຜະລິດຕະພັນພາຍໃນບັນລຸ 1.040 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 24,5 ລ້ານກີບ, ເທົ່າກັບ 2.885 ໂດລາ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກໍາ ແລະທັນສະໄໝ, ຊຶ່ງສະແດງອອກກະສິກໍາເພີ່ມຂຶ້ນ 3,8%, ກວມເອົາ 39%, ອຸດສາຫະກໍາເພີ່ມຂຶ້ນ 15,7%, ກວມເອົາ 23% ແລະການບໍລິການເພີ່ມຂຶ້ນ 12%,ກວມເອົາ 38%,ທົ່ວເມືອງມີເນື້ອທີ່ປູກເຂົ້າທັງໝົດ 6.215 ເຮັກຕາ, ຜົນຜະລິດໄດ້ 30.482 ໂຕນ, ໄດ້ຂາຍເປັນສິນຄ້າ 9,5 ພັນໂຕນ, ການປູກພືດສະບຽງອາຫານມີເນື້ອທີ່ 901,8 ເຮັກຕາ, ຜົນຜະລິດໄດ້ 5.880 ໂຕນ, ຊຶ່ງປະກອບມີ: ສາລີຫວານ, ເຜືອ, ມັນ ແລະພືດຜັກຕ່າງໆ, ການຜະລິດເປັນສິນຄ້າມີເນື້ອທີ່ 25.116 ເຮັກຕາ, ຜົນຜະລິດໄດ້ 566.292 ໂຕນ, ປະກອບມີ: ສາລີແຂງ, ໝາກເດືອຍ, ໝາກງາ, ມັນຕົ້ນ, ຖົ່ວຕ່າງໆ ແລະພືດອື່ນໆ.

 ການລ້ຽງສັດແມ່ນມີລັກຊະນະເປັນກຸ່ມ, ເປັນຟາມ, ຕິດພັນກັບການປູກຫຍ້າ, ພ້ອມທັງໄດ້ຮັບ ການຝຶກອົບຮົມດ້ານເຕັກນິກການລ້ຽງ, ວິທີຮັກສາສຸຂະພາບຂອງສັດ ແລະໄດ້ຈັດຕັ້ງເປັນກຸ່ມລ້ຽງ, ໂດຍໄດ້ແບ່ງເປັນ 10 ກຸ່ມ,ມີ364 ຄອບຄົວ ໃນນັ້ນກຸ່ມລ້ຽງໝູ 2 ກຸ່ມ ແລະກຸ່ມລ້ຽງງົວ-ຄວາຍ 8 ກຸ່ມ,ມີຫົວໜ່ວຍອຸດສາຫະກໍາ ແລະການຄ້າ 487 ຫົວໜ່ວຍ, ໄດ້ ຊຸກຍູ້ພູມປັນຍາຂອງຊາວບ້ານ ເພື່ອຜະລິດສິນຄ້າໂອດັອບເປັນສິນ ຄ້າເຊັ່ນ: ກວນໝາກຂາມ, ສົ້ມໝູ ແລະໜັງຍໍາ, ມູນຄ່າສົ່ງອອກສິນ ຄ້າ 67,26 ລ້ານໂດລາ,ປະຊາຊົນໄດ້ຊົມໃຊ້ໄຟຟ້າ 100%, ຊົມໃຊ້ນໍ້າປະປາ 8 ບ້ານ, ເທົ່າກັບ 17%, ອອກໃບຕາດິນຖາວອນໄດ້ 3.539 ຕອນ, ແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ 44 ຕອນ, ອອກໃບຢັ້ງຢືນສິ່ງແວດລ້ວມ 420 ຫົວໜ່ວຍ, ສ່ວນວຽກງານວັດທະນະທໍາ-ສັງຄົມແມ່ນໄດ້ຂະຫຍາຍຕາໜ່າງການສຶກສາລົງສູ່ຊົນນະບົດ , ແກ້ໄຂໄດ້ສະພາບນັກຮຽນອອກໂຮງຮຽນກາງປີ,ສ້າງໂອກາດໃຫ້ຜູ້ດ້ວຍໂອກາດຢູ່ຊົນນະບົດໄດ້ເຂົ້າຮຽນຢ່າງທົ່ວເຖິງ,ພ້ອມທັງສ້າງເປັນບ້ານສາທາລະນະສຸກແບບຢ່າງໄດ້ 100%, ຮັບຮອງ ເປັນບ້ານວັດທະນະທໍາ 97,87%, ບ້ານພັດທະນາ 72,34%, ສາມາດລຶບລ້າງຄອບຄົວທຸກຍາກຕາມດໍາລັດ 384/ລບ, ມີຄອບຄົວບໍ່ທັນພົ້ນທຸກ 165 ຄອບຄົວ, ກວມເອົາ 1,92%.

__________

ຂຽນໂດຍ: ອຸ່ນເຮືອນ ໂພທິລັກ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ