ບໍລິຄຳໄຊ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 866 ຕື້ກີບ

    ແຂວງບໍລິຄຳໄຊຈະປະຕິບັດແຜນງົບປະມານໃນປີ 2019 ໃຫ້ໄດ້ທັງໝົດ 866,53 ຕື້ກີບ ໃຫ້ເພີ່ມຂຶ້ນຈາກປີຜ່ານມາ 5,10% ໃນນີ້ ພູດສູນກາງ 671,57 ຕື້ ກີບ ແລະພູດທ້ອງຖິ່ນໃຫ້ໄດ້ 194,96 ຕື້ກີບ, ສ່ວນລາຍຈ່າຍໃຫ້ຢູ່ໃນລະດັບ 473,64 ຕື້ກີບ.

   ທ່ານ ຄໍາແຫວນ ປັນຍານຸວົງ ຫົວໜ້າພະແນກການເງິນແຂວງໄດ້ລາຍງານຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ແຂວງບໍລິຄຳໄຊ ຄັ້ງທີ 11 ສະ ໄໝທີ VI ທີ່ໄດ້ໄຂຂຶ້ນໃນທ້າຍອາທິດຜ່ານມາວ່າ: ງົບປະມານປີ 2019 ແມ່ນເປັນປີທີ 4 ຂອງການຈັດຕັ້ງປະຕິບັດແຜນງົບປະມານ 5 ປີ (2016-2020), ແຜນງົບປະມານ 2019 ແມ່ນເປັນແຜນງົບປະມານທີ່ຍັງຢູ່ໃນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານການເງິນງົບປະມານ. ສໍາລັບໃນປີ 2019 ແຂວງບໍລິຄໍາໄຊໄດ້ຮັບຕົວເລກລາຍຮັບຈາກກະຊວງການເງິນທັງໝົດແມ່ນ 866,53 ຕື້ກີບ ເພີ່ມຂຶ້ນ 5,10% ເປັນເງິນ 42,04 ຕື້ກີບ, ໃນນີ້ ພູດສູນກາງ 671,57 ຕື້ກີບ ເພີ່ມຂຶ້ນ 6,33% ເປັນເງິນ 39,9 ຕື້ກີບ ຊຶ່ງກວມເອົາ 77,50%, ພູດທ້ອງຖິ່ນ 194,96 ຕື້ກີບເພີ່ມຂຶ້ນ 1,09% ເປັນເງິນ 2,09 ຕື້ກີບ ກວມເອົາ 22,50%.

  ສຳລັບລາຍຮັບພູດທ້ອງຖິ່ນຫຼັງຈາກໄດ້ຮັບຕົວເລກແຜນງົບປະມານປະຈໍາປີ 2019 ແລ້ວ ແຂວງບໍລິຄໍາໄຊ ໄດ້ຈັດສັນແບ່ງຕົວເລກແຜນລາຍຮັບໂດຍອີງຕາມບົດແນະນໍາການຈັດຕັ້ງປະຕິບັດແຜນງົບປະມານສະບັບເລກທີ 0018/ກງ ລົງວັນທີ 3 ມັງກອນ 2019 ແລະອີງຕາມສະຖິຕິຖານເກັບລາຍຮັບຕາມທ່າແຮງບົ່ມຊ້ອນຂອງແຂວງ ແລະເມືອງພ້ອມທັງໄດ້ແຍກການແບ່ງຂັ້ນຄຸ້ມຄອງມີດັ່ງນີ້: ລາຍຮັບສ່ວຍສາອາກອນທັງໝົດ 189,96 ຕື້ກີບ ເທົ່າກັບ 97, 43%, ໄດ້ແຍກອອກເປັນຂັ້ນແຂວງຄຸ້ມຄອງກວມເອົາ 78,73% ແລະເມືອງຄຸ້ມຄອງກວມເອົາ 21,26%, ລາຍຮັບຊັບສິນທັງໝົດ 5 ຕື້ກີບເທົ່າ ກັບ 2,57%, ຂັ້ນແຂວງຄຸ້ມຄອງ 50,26% ແລະເມືອງຄຸ້ມຄອງ 49,74%.

  ສ່ວນແຜນລາຍຈ່າຍທັງໝົດແມ່ນ  473,64 ຕື້ກີບ ຫຼຸດລົງ 0,18% ຊຶ່ງສະແດງອອກດ້ານຕົວເລກເປັນແຕ່ລະພາກດັ່ງນີ້: ພາກ 60: 312,39 ຕື້ກີບ ເພີ່ມຂຶ້ນ 9,21 %, ພາກ 61: 47,27 ຕື້ກີບ ເພີ່ມຂຶ້ນ 20,64%, ພາກ 62: 38,32 ຕື້ກີບ ຫຼຸດລົງ 3,71%, ພາກ 63: 14,87 ຕື້ກີບ ເພີ່ມຂຶ້ນ 19,60%, ພາກ 65: 1,20 ຕື້ກີບ ເທົ່າກັບ 100%, ພາກ 66: 459 ລ້ານກີບ ແລະພາກ 67: 59,12 ຕື້ກີບ ຫຼຸດລົງ 31,13%.