ເປີດການຮຽນ-ການສອນວິຊາພື້ນຖານປ້ອງກັນຕົວ

  ວັນທີ 25 ມັງກອນ ຜ່ານມາທີ່ໂຮງຮຽນມັດທະຍົມສົມບູນສັນຕິພາບນະຄອນຫຼວງພະບາງໄດ້ຈັດພິທີເປີດການຈັດຕັ້ງການຮຽນ-ການສອນສຶກສາວິຊາພື້ນຖານປ້ອງ ກັນຕົວພາຍໃຕ້ການເປັນປະທານຂອງທ່ານ ບຸນລຽງ ແກ້ວມະນີ ປະທານກວດກາພັກລັດນະຄອນຫຼວງພະບາງ, ມີທ່ານ ອະນຸແພງ ແກ້ວວົງສາ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ທ່ານ ພັນໂທ ຊຽງຕີ ສະວະບຸດ ຫົວໜ້າການເມືອງກອງບັນຊາການທະນະຄອນຫຼວງພະບາງ, ທ່ານຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລານະຄອນ, ຜູ້ອໍານວຍການ, ພະນັກງານ, ຄູ-ອາຈານວິຊາການຄູຝຶກຈາກກອງບັນຊາການທະຫານ ແລະ ກອງບັນຊາການປ້ອງກັນຄວາມສະ ຫງົບພ້ອມດ້ວຍນ້ອງນັກຮຽນຊັ້ນ ມ5-ມ7 ເຂົ້າຮ່ວມ.

  ທ່ານ ແກ່ນສີ ວິໄລພອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລານະຄອນຫຼວງພະບາງກ່າວວ່າ: ໃນການຈັດການຮຽນ-ການສອນ ສຶກສາວິຊາພື້ນຖານປ້ອງ ກັນຕົວຄັ້ງນີ້ແມ່ນໄດ້ແບ່ງອອກເປັນ 6 ສູນຮຽນຄື:ສູນ ມສ ສັນຕິພາບປະກອບມີໂຮງຮຽນ ມສ ສັນຕິພາບ, ມປພັນຫຼວງ, ມສ ປະຊາທິປະໄຕ ແລະ ມສ ປ່ອງຄໍາ ,ສູນ ມສ ເດັກກໍ່າພ້າ ມີໂຮງຮຽນ ມສ ເດັກກໍ່າພ້າ, ມສ ກຽດຕິສັກ, ສູນ ມສ SOS, ສູນ ມສ ເມືອງ ຂາຍ,ສູນ ມສ ປາກເຊືອງ, ແລະ ສູນ ມຕ ຊຽງມວກ, ສ່ວນເນື້ອໃນ ຫຼັກສູດແບ່ງອອກເປັນ 2 ເນື້ອໃນ ຄື:ສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ສຶກສາປກຊ-ປກສ) ໃນການຈັດຕັ້ງປະຕິບັດ ແມ່ນໄດ້ສັບປ່ຽນກັນຕາມຕາຕະລາງທີ່ໄດ້ກໍານົດໄວ້ໃນແຕ່ລະສູນ, ທົ່ວນະຄອນຫຼວງພະບາງ ມີໂຮງຮຽນມັດທະຍົມປາຍທີ່ໄດ້ນໍາໃຊ້ຫຼັກສູດສຶກສາວິຊາພື້ນຖານປ້ອງກັນຕົວຈໍານວນ 10 ແຫ່ງຄື: ໂຮງຮຽນ ມສ ສັນຕິພາບ ມີຈໍານວນ ນັກຮຽນທັງໝົດ 1,953 ຄົນ, ຍິງ 887 ຍິງ, ໂຮງຮຽນ ມສ ເດັກກໍ່າ ພ້າ ມີນັກຮຽນທັງໝົດ 91 ຄົນ, 37 ຄົນ, ໂຮງຮຽນ ມສ ປ່ອງຄໍາ ມີຈໍານວນນັກຮຽນທັງໝົດ 368 ຄົນ, ຍິງ 178 ຄົນ, ໂຮງຮຽນ ມສ  ປະຊາທິປະໄຕ ມີຈໍານວນນັກຮຽນ ທັງໝົດ 308 ຄົນ, 181 ຄົນ, ໂຮງຮຽນ ມປ ພັນຫຼວງ ມີຈໍານວນນັກ ຮຽນທັງໝົດ 705 ຄົນ, ຍິງ 320ຄົນ,ໂຮງຮຽນ ມສ SOS ມີຈໍາ ນວນນັກຮຽນທັງໝົດ 48 ຄົນ, ຍິງ 43 ຄົນ, ໂຮງຮຽນ ມສ ກຽດຕິສັກມີຈໍານວນນັກຮຽນທັງໝົດ 35 ຄົນ, ຍິງ 18 ຄົນ, ໂຮງຮຽນ ມສ ເມືອງ ຂາຍ ມີຈໍານວນນັກຮຽນທັງໝົດ 238 ຄົນ ຍິງ 91 ຄົນ,ໂຮງຮຽນ ມສ ປາກເຊືອງ ມີຈໍານວນນັກຮຽນທັງໝົດ 128 ຄົນຍິງ 72 ຄົນ ແລະໂຮງຮຽນ ມຕ ຊຽງມວກມີຈໍານວນນັກຮຽນທັງໝົດ 47ຄົນຍິງ17 ຄົນ,ລວມນັກຮຽນທັງໝົດ 3.921 ຄົນ,ຍິງ 1.844 ຄົນ,ມີຄະນະຮັບຜິດຊອບຈາກຫ້ອງການສຶກສາທິການ ແລະກີລານະຄອນຫຼວງພະບາງຈໍານວນ 12 ສະຫາຍ, ຍິງ 3 ຫາຍ, ຄູຝຶກກອງບັນຊາການທະຫານນະຄອນຈໍານວນ 19 ຫາຍ,ຄູຝຶກຈາກກອງ ບັນຊາການປ້ອງກັນຄວາມສະຫງົບຈໍານວນ 27 ຫາຍ ແລະມີ ຄະນະອໍານວຍການ, ບໍລິຫານ, ວິຊາການ, ຄູປະຈໍາຫ້ອງ ມ5ມ7ໂຮງຮຽນມັດທະຍົມປາຍ 10 ແຫ່ງ 171 ສະຫາຍ, ຍິງ 123 ສະຫາຍ ລວມຄະນະຮັບຜິດຊອບທັງໝົດ 239 ສະຫາຍ, ຍິງ 129 ສະຫາຍ.

ສຳລັບການຈັດຕັ້ງການຮຽນ-ການສອນສຶກສາວິຊາພື້ນຖານປ້ອງກັນຕົວໃນຄັ້ງນີ້ແມ່ນເພື່ອໃຫ້ນ້ອງນັກຮຽນໄດ້ມີຄວາມຮູ້ພື້ນຖານກຽ່ວກັບວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ມີສະຕິລະວັງຕົວສູງຕໍ່ກົນອຸບາຍຫັນປ່ຽນຂອງສັດຕູ, ກຽມພ້ອມຮັບໃຊ້ປະເທດຊາດຕາມຄວາມຮຽກຮ້ອງຕ້ອງການ ແລະທັງເປັນການປູກຈິດສໍານຶກໃຫ້ເຂົາເຈົ້າມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ ແລະມີສະຕິຕໍ່ການສັນຈອນໃນທ້ອງຖະໜົນ.