ໄຊຍະບູລີ ມີ 5 ເມືອງປະຕິບັດລາຍຮັບໄດ້ຕາມແຜນ ແລະລື່ນແຜນການ

  ທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າພະແນກການເງິນ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນໜຶ່ງປີຜ່ານມາດ້ານລາຍຮັບຂັ້ນເມືອງຄຸ້ມຄອງຕາມແຜນເບື້ອງຕົ້ນ 60,33 ຕື້ກີບ, ດັດແກ້ແຜນເພີ່ມ 5,51 ຕື້ກີບ ລວມແຜນດັດແກ້ທັງໝົດ 65,85 ຕື້ກີບ, ປະຕິບັດໄດ້ 65,65 ຕື້ກີບເທົ່າກັບ 108,81% ຂອງແຜນການເບື້ອງຕົ້ນເທົ່າ ກັບ 99,70% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນເທົ່າກັບ 79,12% ໃນນີ້ມີ 5 ເມືອງທຽບໃສ່ແຜນດັດແກ້ສາມາດປະຕິບັດລາຍຮັບໄດ້ຕາມແຜນການ ແລະ ລື່ນແຜນການມີ 6 ເມືອງບໍ່ສາມາດປະຕິບັດໄດ້ຕາມແຜນການ ແລະມີ 2 ເມືອງເປັນເມືອງປອດໜີ້ເງິນຢືມໃນລະບົບຄັງເງິນໂດຍສະເພາະເມືອງປາກລາຍແຜນເບື້ອງ ຕົ້ນ 11,53 ຕື້ກີບ, ດັດແກ້ແຜນເພີ່ມ 613 ລ້ານກີບລວມແຜນດັດແກ້ 12,14 ຕືກີບ,ປະຕິບັດຕົວຈິງໄດ້ 13,35 ຕື້ກີບເທົ່າກັບ 102,49% ຂອງແຜນເບື້ອງ ຕົ້ນ, ເທົ່າກັບ 102,41% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນເທົ່າກັບ 76,06%, ເມືອງແກ່ນທ້າວແຜນດັດແກ້ເພີ່ມ 3,34 ຕື້ກີບລວມແຜນດັດແກ້ 11, 72 ຕື້ກີບປະຕິບັດໄດ້ 13,35 ຕື້ກີບ ເທົ່າກັບ 159,38% ຂອງແຜນເບື້ອງຕົ້ນ ເທົ່າກັບ 113,90% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນເທົ່າກັບ 102, 94%.

 ເມືອງບໍ່ແຕນແຜນເບື້ອງຕົ້ນ 3,18 ຕື້ກີບ, ດັດແກ້ແຜນຫຼຸດລົງ 183 ລ້ານ ລວມແຜນດັດແກ້ 3 ຕື້ກີບ ປະຕິບັດໄດ້ 3,02 ຕື້ກີບ ເທົ່າກັບ 94,99% ຂອງແຜນເບື້ອງຕົ້ນ ເທົ່າກັບ 100,80% ຂອງແຜນດັດແກ້,ທຽບໃສ່ໄລຍະດຽວກັນເທົ່າກັບ 88,03%, ເມືອງຫົງສາແຜນເບື້ອງຕົ້ນ 6,46 ຕື້ກີບ,ດັດແກ້ແຜນເພີ່ມ 1,51 ຕື້ກີບ ລວມແຜນດັດແກ້ 7,98ຕື້ກີບປະຕິບັດໄດ້ 8,19ຕື້ກີບເທົ່າກັບ126,86%ຂອງແຜນເບື້ອງຕົ້ນເທົ່າກັບ102,71% ຂອງແຜນດັດແກ້,ທຽບໃສ່ໄລຍະດຽວກັນເທົ່າກັບ 52,11%F ເມືອງເງິນແຜນເບື້ອງຕົ້ນ 5,50 ຕື້ກີບ, ດັດແກ້ແຜນເພີ່ມ 1,63 ຕື້ກີບ ລວມແຜນດັດແກ້ 7,13 ຕື້ກີບ, ປະຕິບັດໄດ້ 7,65 ຕື້ກີບ ເທົ່າກັບ 139,13% ຂອງແຜນເບື້ອງຕົ້ນເທົ່າກັບ 107,27% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນເທົ່າກັບ 87,70%.

  ເມືອງທີ່ບໍ່ສາມາດປະຕິບັດລາຍຮັບໄດ້ຕາມແຜນຄື: ເມືອງໄຊຍະບູລີແຜນເບື້ອງຕົ້ນ 9,14 ຕື້ກີບ,ດັດແກ້ແຜນເພີ່ມ 147 ລ້ານກີບ ລວມແຜນດັດແກ້ 9,29 ຕື້ກີບ ປະຕິບັດໄດ້ 8,25 ຕື້ກີບ ເທົ່າກັບ 90,21% ຂອງແຜນເບື້ອງຕົ້ນເທົ່າກັບ 88,79% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວ ກັນເທົ່າກັບ 70,38%, ເມືອງພຽງ ແຜນເບື້ອງຕົ້ນ 5,32 ຕື້ກີບ,ປະຕິບັດໄດ້ 4,65 ຕື້ກີບ ເທົ່າກັບ 87,32% ຂອງແຜນການປີ,ທຽບໃສ່ໄລຍະດຽວເທົ່າກັບ 91,87%,ເມືອງທົ່ງມີໄຊແຜນເບື້ອງຕົ້ນ 1,47 ຕື້ກີບ, ດັດແກ້ແຜນຫຼຸດ 75 ລ້ານກີບ ລວມແຜນດັດແກ້ 1,39 ຕື້ກີບ ປະຕິບັດໄດ້ 1,31 ຕື້ກີບ ເທົ່າກັບ 89,55% ຂອງແຜນເບື້ອງຕົ້ນ, ເທົ່າກັບ 94,4 0% ຂອງແຜນດັດແກ້ທຽບໃສ່ໄລຍະດຽວກັນເທົ່າກັບ 94,86%. ເມືອງຊຽງຮ່ອນແຜນເບື້ອງຕົ້ນ 4,38 ຕື້ກີບ, ດັດແກ້ແຜນຫຼຸດ 2,33 ລ້ານກີບ ລວມແຜນດັດແກ້ 3,95 ຕື້ກີບ, ປະຕິບັດໄດ້ 3,25 ຕື້ກີບ ເທົ່າກັບ 74,28% ຂອງແຜນເບື້ອງຕົ້ນເທົ່າກັບ 82,43% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນເທົ່າກັບ 85, 46%,ເມືອງຄອບແຜນເບື້ອງຕົ້ນ 4,21 ຕື້ກີບ, ດັດແກ້ແຜນຫຼຸດ 1,03 ຕື້ກີບ ລວມແຜນດັດແກ້ 3,2 ຕື້ກີບ ປະຕິບັດໄດ້ 2,81 ຕື້ກີບ ເທົ່າກັບ 66,78% ຂອງແຜນເບື້ອງຕົ້ນເທົ່າກັບ 87,92% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນເທົ່າກັບ 90,73%, ເມືອງໄຊສະຖານແຜນເບື້ອງຕົ້ນ 728 ລ້ານກີບ, ດັດແກ້ແຜນຫຼຸດ 40 ລ້ານລວມແຜນດັດແກ້ 688 ລ້ານກີບ ປະຕິບັດໄດ້ 683 ລ້ານກີບ ເທົ່າກັບ 93,93% ຂອງແຜນເບື້ອງຕົ້ນ,ເທົ່າກັບ 99,93% ຂອງແຜນດັດແກ້,ທຽບໃສ່ໄລຍະດຽວກັນເທົ່າກັບ 102,25%, ສ່ວນ ເມືອງທີ່ບໍ່ເປັນໜີ້ຢືມໃນລະບົບຄັງເງິນມີເມືອງທົ່ງມີໄຊ ແລະເມືອງບໍ່ແຕນ.

__________

ຂຽນໂດຍ: ບຸນທີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ