ມາເລເຊຍ ສັ່ງຫ້າມຄົນຈີນຈາກອູ່ຮັ່ນ ແລະຫູເປີ່ຍເຂົ້າປະເທດ

  ມາເລເຊຍໄດ້ສັ່ງຫ້າມນັກທ່ອງທ່ຽວຈີນ ຈາກເມືອງອູ່ຮັ່ນ ແລະຜູ້ທີ່ມາຈາກເຂດອື່ນໆຂອງ ແຂວງຫູເປີ່ຍ ຊຶ່ງເປັນທີ່ຕັ້ງຂອງ ເມືອງອູ່ຮັ່ນເຂົ້າປະເທດຄຳສັ່ງ ນີ້ໄດ້ອອກໃນວັນຈັນ (27 ມັງ ກອນ) ແລະເປັນຂໍ້ຫ້າມຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດຂອງ ການລະບາດໄວຣັສຢູ່ອູ່ຮັ່ນ.

  ສຳນັກຂ່າວຣອຍເຕີ້ລາຍງານ ວ່າ ອີງຕາມການຖະແຫຼງຂອງ ສຳນັກງານນາຍົກລັດຖະມົນຕີ ລັດຖະບານມາເລເຊຍໄດ້ປະກາດ ໃຊ້ຄຳສັ່ງຫ້າມຊົ່ວຄາວທີ່ມີຜົນບັງ ຄັບໃຊ້ໃນທັນທີ ຫຼັງຈາກຈຳນວນ ຜູ້ເສຍຊີວິດໃນ ສປ ຈີນ ມີເຖິງ 81 ຄົນໃນວັນຈັນທີ່ຜ່ານມາ.

  ລັດຖະບານມາເລເຊຍຢືນຢັນວ່າ ຄຳສັ່ງດັ່ງກ່າວນີ້ຈະຖືກຍົກ ເລີກເມື່ອສະຖານະການກັບສູ່ສະພາບປົກກະຕິ, ຫຼ້າສຸດມາເລເຊຍ ໄດ້ພົບເຫັນ 4 ກໍລະນີແລ້ວ ຊຶ່ງໃນຂະນະນີ້ຍັງບໍ່ຊັດເຈນວ່າໄວຣັສອູ່ ຮັ່ນເປັນອັນຕະລາຍແນວໃດ ແລະມັນສາມາດແຜ່ລາມໄດ້ງ່າຍປານໃດລະຫວ່າງຄົນສູ່ຄົນ.

 ສຳນັກຂ່າວ PTI ປະເທດອິນ ເດຍ ລາຍງານອ້າງແຫຼ່ງຂ່າວທີ່ ຄາດວ່າຈະເປັນເຈົ້າໜ້າທີ່ໃນລັດ ຖະບານອິນເດຍວ່າ ລັດຖະບານ ອິນເດຍໄດ້ຂໍໃຫ້ກະຊວງການຕ່າງປະເທດຂອງ ສປ ຈີນ ແລະລັດຖະບານທ້ອງຖິ່ນໃນເມືອງອູ່ຮັ່ນຊ່ວຍ ປະສານງານການໃຫ້ນັກສຶກສາຊາວອິນເດຍເດິນທາງກັບຄືນປະເທດ ໂດຍສ່ວນໃຫຍ່ເປັນນັກສຶກສາແພດ.