ນວ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫຼຸດ 9,5%

  ນະຄອນຫຼວງວຽງຈັນ (ນວ)ຈະສືບຕໍ່ສູ້ຊົນເຮັດໃຫ້ເສດຖະກິດໃນປີ 2020 ຂະຫຍາຍຕົວບໍ່ຫຼຸດ 9,5% ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃຫ້ບັນລຸ 54 ພັນຕື້ກວ່າກີບ, ສະເລ່ຍລາຍຮັບໄດ້ 6 ພັນກວ່າໂດລາສະຫະລັດຕໍ່ຄົນຕໍ່ປີ, ຊຶ່ງໃນປີ 2019 ຜ່ານມາ ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 48 ພັນຕື້ກວ່າກີບ ເພີ່ມ ຂຶ້ນ 9,58%, ລື່ນແຜນ 0,08% ສະເລ່ຍລາຍຮັບ 5.699 ໂດລາຕໍ່ຄົນຕໍ່ປີ.

  ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບຜົນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2019 ແລະທິດທາງແຜນການ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: 2020 ເປັນປີທີ່ມີຄວາມໝາຍສໍາຄັນຫຼາຍເພາະເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ VIII(2016-2020),ຊຶ່ງການຈັດຕັ້ງປະຕິບັດແຜນໃນປີ 2019 ລວມຍອດຜະລິດຕະພັນບັນລຸໄດ້ 48.895 ຕື້ກີບ ເພີ່ມຂຶ້ນ 9,58%ລື່ນແຜນການ 0,08%ສະເລ່ຍລາຍຮັບ 5.699 ໂດລາຕໍ່ຄົນຕໍ່ປີໃນນີ້ໂຄງປະກອບເສດຖະກິດເຊັ່ນ: ຂະແໜງກະສິກໍາປ່າໄມ້ເພີ່ມຂຶ້ນ 3,5% ກວມເອົາ 13,87% ຂອງຈີດີພີ, ອຸດສາຫະກໍາເພີ່ມຂຶ້ນ 12,795% ກວມເອົາ 50,28% ແລະຂະແໜງບໍລິການເພີ່ມ ຂຶ້ນ 9,3% ກວມເອົາ 34,43% ຂອງຈີດີພີ.

 ນອກຈາກນັ້ນການບໍລິຫານຂອງອົງການປົກຄອງ ນວ ໃນຂົງເຂດເສດຖະກິດຍັງໄດ້ເອົາໃຈໃສ່ວຽກງານເພີ່ມລາຍຮັບຍົກສູງຖານະການເງິນຕັ້ງໜ້າປະກອບສ່ວນຈັດຕັ້ງປະຕິບັດມະຕິ 7 ຂອງ ສູນກາງພັກກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ການເງິນ ໂດຍໄດ້ເລັ່ງໃສ່ການ ແກ້ໄຂໜີ້ສິນໃຫ້ຫຼຸດລົງຫຼາຍພໍສົມຄວນ,ໄດ້ປຸກລະດົມພາກສ່ວນທຸລະກິດຫັນລົງສູ່ເມືອງໃນເຂດຊົນນະບົດຈັດຕັ້ງການສຳມະນາ 10 ໂຄງການຜະລິດເປັນສິນຄ້າປາຍແຫຼມທີ່ວາງໄວ້ໃນນີ້ໄດ້ກຳນົດມາດຖານຂອງແຕ່ ລະປະເພດ ແລະຈັດແບ່ງຄວາມຮັບຜິດຊອບໃຫ້ພາກທຸລະກິດໄດ້ຮ່ວມກັບຄະນະສະເພາະກິດຂອງສູນກາງຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການດຳ ເນີນການກວດກາ 81 ໂຄງການເຊົ່າສຳປະທານທີ່ດິນລັດໃນນີ້ມີ 23 ໂຄງການທີ່ໝົດອາຍຸ, ຢຸດເຊົາການເຄື່ອນໄຫວ ແລະຖືກແຈ້ງຍົກເລີກ, ໄດ້ຈັດຕັ້ງປະຕິບັດຂໍ້ຕົກ ລົງວ່າດ້ວຍການສົ່ງເສີມການຜະລິດຊົມໃຊ້ຜະລິດຕະພັນພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກບໍລິໂພກຜ່ານການເຄື່ອນໄຫວເບື້ອງຕົ້ນ ນວ ມີພື້ນຖານການຜະລິດສະບຽງອາຫານສາມາດກຸ້ມ ແລະ ເພິ່ງຕົນເອງໄດ້ຍົກເວັ້ນບາງປະເພດເຊັ່ນ: ໝາກໄມ້, ຊີ້ນງົວ, ຄວາຍທີ່ໄດ້ມາດຕະຖານແຕ່ການດຸນດ່ຽງບາງປະເພດບໍ່ທັນຮັບປະກັນ.

  ສຳລັບປີ 2020 ນີ້ ນວ ຈະສູ້ຂົນຊຸກຍູ້ການເຕີບໃຫຍ່ຂອງເສດຖະກິດບໍ່ໃຫ້ຫຼຸດ 9,5%, ມູນຄ່າຂອງ GDP ໃຫ້ບັນລຸ 54.080 ຕື້ກີບ, ສະເລ່ຍລາຍຮັບ 6.120 ໂດລາຕໍ່ຄົນຕໍ່ປີໃນນີ້ກະສິກຳປ່າໄມ້ເພີ່ມຂຶ້ນ 4,5% ກວມ 14% ຂອງ GDP, ອຸດສາຫະກຳເພີ່ມຂຶ້ນ 12,5% ກວມ 49%, ການບໍລິການເພີ່ມຂຶ້ນ 10% ກວມ 37%,ສ່ວນຄາດໝາຍດ້ານລາຍຮັບພູດສູນກາງພາສີນຳເຂົ້າໃຫ້ໄດ້ 3.730 ຕື້ກີບ,ອາກອນທີ່ກະຊວງຈັດເກັບ 6.916 ຕື້ກີບ,ພູດທ້ອງຖິ່ນໃຫ້ບັນລຸຂາດຕົວ 1.450 ຕື້ກີບ ແລະສູ້ຊົນປະຕິບັດຕາມລະບຽບສູນກາງມອບໝາຍ 1.511 ຕື້ກີບ, ຄາດຄະເນລາຍຈ່າຍ 626,27 ຕື້ກີບ ແລະ ຈະສູ້ຊົນລະດົມການລົງທຶນທົ່ວສັງຄົມ 16.700 ຕື້ກີບ.