ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຂ ໄຊຍະ ພິຈາລະນາຫຼາຍບັນຫາ

  ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງໄຊຍະບູລີ ຊຸດທີ I ໄດ້ໄຂ ຂຶ້ນໃນວັນທີ 28 ມັງກອນ 2020 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະປ່າໄມ້ແຂວງໂດຍການເປັນປະທານຂອງທ່ານ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງ,ເຂົ້າຮ່ວມເປັນກຽດຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາກໍາມະການປະຈໍາພັກແຂວງກໍາມະການພັກແຂວງ, ອະດີດການນໍາຂອງແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ສົມລິດ ເປືອກແກ້ວ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່, ພິຈາລະນາ ແລະຕົກລົງບາງບັນຫາສໍາຄັນເຊັ່ນ: ຮັບຟັງການແຈ້ງຜົນການພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງບຸກຄະລາກອນຂອງແຂວງ, ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດຂອງແຂວງປະຈໍາປີ 2019 ແລະທິດທາງແຜນການ ປະຈໍາປີ 2020, ຮັບຟັງການລາຍງານຂອງພະ ແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມກ່ຽວກັບຜົນການຈັດຕັ້ງຜັນຂະຫຍາຍມະຕິສະບັບເລກທີ 11/ສຊຂ.ຊຍ, ລົງວັນທີ 30 ມັງກອນ 2019, ລາຍງານການຈັດຕັ້ງປະຕິບັດວຽກງານຈັດສັນທີ່ດິນຢູ່ພາຍໃນແຂວງ ແລະການຄຸ້ມຄອງສິ່ງແວດລ້ອມຮອບດ້ານ, ຮັບຟັງການລາຍງານຂອງອົງການກວດສອບປະຈໍາພາກເໜືອກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2019 ແລະທິດທາງແຜນການປະຈໍາປີ 2020, ລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງປະຈໍາປີ 2018, ຮັບຟັງການລາຍງານຂອງອົງການກວດກາລັດແຂວງກ່ຽວກັບ ການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງ ແຂວງປະຈໍາປີ 2017, ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2019 ແລະແຜນການເຄື່ອນໄຫວວຽກງານປະຈໍາປີ2020 ຂອງອົງການໄອຍະການປະຊາຊົນແຂວງ ແລະສານປະຊາຊົນແຂວງ, ຮັບຟັງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2019 ແລະແຜນການເຄື່ອນໄຫວວຽກງານປະຈໍາປີ 2020 ຂອງສະພາປະຊາຊົນແຂວງ, ຮັບຟັງບົດລາຍງານການປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນດໍາລົງຕໍາແໜ່ງທີ່ສະພາປະຊາຊົນແຂວງເລືອກຕັ້ງ ແລະຮັບຮອງເອົາການແຕ່ງຕັ້ງ, ຄົ້ນຄວ້າປະກອບຄໍາເຫັນ ແລະພິຈາລະນາຮັບຮອງເອົາການສ້າງນິຕິກໍາຂອງແຂວງຈໍານວນ 2 ສະບັບຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍກອງທຶນພັດທະນາຍືນຍົງ ແລະຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງພັດທະນາຊົນລະປະທານ.

  ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຕີລາຄາຂອງຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ຜູ້ຕາງໜ້າແນວລາວສ້າງຊາດ ແລະອົງການຈັດ ຕັ້ງມະຫາຊົນ, ການຕອບຄໍາຊັກຖາມ ແລະຊີ້ແຈງກັບທີ່ຂອງບັນດາພະແນກການກ່ຽວຂ້ອງນອກຈາກນັ້ນກອງປະຊຸມຍັງຈະໄດ້ຮັບຟັງການສະເໜີບັນດາຮ່າງມະຕິ ແລະ ຄົ້ນຄວ້າ, ພິຈາລະນາຮັບຮອງເອົາບົດລາຍງານຂອງພາກສ່ວນກ່ຽວຂ້ອງທີ່ສະເໜີຕໍ່ກອງ, ປະຊຸມອີກດ້ວຍຊຶ່ງກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 4 ວັນຈຶ່ງສໍາເລັດ.

_____________

ຂຽນໂດຍ: ບຸນທີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ