ກຸ່ມນໍ້າໃຈລາວ ແຂ່ງຂັນບານເຕະສະຫຼອງຄົບຮອບ 3 ປີ

 ກຸ່ມນໍ້າໃຈລາວ ຫຼື ທີມເດີ ຮາດຣ໋ອກ ເອັບຊີ ລວມພົນຄົນຮັກສຽງເພງສະຕ໋າຍແບບຣ໋ອກໆ ຈັດການແຂ່ງຂັນກີລາເຕະບານນັດພິເສດມິດຕະພາບຊີງຂັນປະທານ ຮາດຣ໋ອກ ປະຈຳປີ 2020 ເພື່ອ ສ້າງຂະບວນການສະເຫຼີມສະຫຼອງ ການສ້າງຕັ້ງແຫ່ງການເຕີບໃຫຍ່ ຂະຫຍາຍຂອງກຸ່ມນໍ້າໃຈລາວ ຄົບຮອບ 3 ປີ ທີ່ໃຫ້ການຊ່ວຍເຫຼືອ ສັງຄົມລາວ ທີ່ຢູ່ຫ່າງໄກສອກຫຼີກ ໃຫ້ມີຄວາມໝາຍ ແລະເປັນຂະ ບວນການຟົດຟື້ນ.

  ກິດຈະກຳແຂ່ງຂັນກີລາບານ ເຕະໃນຄັ້ງນີ້ໄດ້ມີຂຶ້ນເມື່ອວັນທີ 28 ມັງກອນ ຜ່ານມາ ທີ່ສະໜາມ ກີລາບານເຕະຫຍ້າທຽມຊ້າງເອັບ ຊີ 2 ບ້ານໜອງໜ່ຽງ ເມືອງໄຊ ເສດຖາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄຳຈັນ ແກ້ວມະນິວົງ ປະທານ ກຸ່ມນໍ້າໃຈລາວ ຊຸດເກົ່າ ພ້ອມດ້ວຍຄະນະບໍລິຫານງານ, ສະມາຊິກ ແລະຄອບຄົວຈຳນວນ 60 ກວ່າຄົນ ເຂົ້າຮ່ວມຊົມ ແລະ ເຊຍຢ່າງເປັນຂະບວນການຟົດຟື້ນ.

  ການແຂ່ງຂັນບານເຕະນັດພິເສດມິດຕະພາບລາຍການດັ່ງກ່າວ ແມ່ນຄັດເລືອກເອົາຈຳນວນສະມາຊິກເກືອບ 40 ຄົນ ແບ່ງອອກເປັນ 2 ທີມກໍຄື ທີມ ເອ ແລະທີມ ບີ ແຂ່ງຂັນປະເພດທີມ 11 ຄົນ ທີມໃດຊະນະແມ່ນໄດ້ຄອງຂັນຊະນະ ເລີດຂອງປະທານກຸ່ມນໍ້າໃຈລາວ ຄົນໃໝ່ໄປຄອງຜ່ານການແຂ່ງຂັນ ຜົນປະກົດວ່າ: ທີມຮາດຣ໋ອກ (ເອ) ສາມາດໄລ່ເອົາຊະນະທີມຮາດ ຣ໋ອກ ບີ ໄປແບບສຸດມ່ວນ 8-6 ປະຕູພ້ອມທັງຮັກສາແຊັມໄວ້ໄດ້ ເປັນສະໄໝ 2 ຕິດຕໍ່ກັນໄປຄອງ.

 ຫຼັງຈາກສິ້ນສຸດການແຂ່ງຂັນໃນໂອກາດດຽວກັນກໍໄດ້ມີພິທີປະກາດຜົນການເລືອກຕັ້ງສາມາດ ເລືອກໄດ້ຄະນະບໍລິຫານງານກຸ່ມ ນໍ້າໃຈລາວ ຊຸດໃໝ່ຈຳນວນ 5 ທ່ານ ປະກອບມີທ່ານ ພວງພັນ ພົມມະລາດ ເປັນປະທານສ່ວນ ທ່ານ ສົມໃຈ ຫຼ່ຽມໄຊຍະຈັກ, ທ່ານ ສອນ ຈັນທະພອນ, ທ່ານ ສຸລິກັນ ຫຼວງບຸນເຮືອງ ແລະທ່ານ ສີຟອງ ແກ້ວມະຫາວົງ ເປັນຮອງ ປະທານ.

  ໂອກາດນີ້ທ່ານ ພວງພັນ ພົມມະລາດ ກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍມາຍັງບັນດາສະມາຊິກ ທຸກໆຄົນ ທີ່ພ້ອມໃຈກັນຮັກສາມູນ ເຊື້ອດ້ວຍຄວາມຮັກແພງ ແລະມີ ຄວາມສາມັກຄີໃຫ້ການນຊ່ວຍເຫຼືອ ເຊ່ິງກັນ ແລະກັນເຖິງວ່າພວກເຮົາ ຈະມາຈາກຕ່າງສະຖາບັນດ້ວຍກັນ ສະນັ້ນໃນປີໃໝ່ນີ້ ແລະໃນອະນາ ຄົດຂໍໃຫ້ຄຳໝັ້ນສັນຍາວ່າພວກ ເຮົາຄະນະບໍລິຫານງານຊຸດໃໝ່ຈະ ພ້ອມໃຈກັນສືບຕໍ່ຮັກສາມູນເຊື້ອ ເພື່ອປຸກລະດົມຂົນຂວາຍປັດໄຈ ຕ່າງໆ ບໍ່ວ່າຈະເປັນເງິນ ແລະອຸ ປະກອນອື່ນໆ ເພື່ອນຳໄປຊ່ວຍເຫຼືອ ສັງຄົມລາວໃຫ້ຍິ່ງໃຫຍ່ກວ່າເກົ່າ ເໜືອກວ່າ 3 ປີ ຜ່ານມາ ທີ່ພວກ ເຮົາໄດ້ໄປຊ່ວຍເຫຼືອບັນດາໂຮງຮຽນ  ແລະ

-------

ໂດຍ: ບຸນນິກ