ແຂ່ງຂັນເປຕັງ ຊີງຂັນປະທານສະໂມສອນ ພອນໄຊ ຄັ້ງທີ l

  ການແຂ່ງຂັນກີລາເປຕັງ ປະເພດທີມຄູ່ຊາຍຊີງຂັນປະທານ ສະໂມສອນເປຕັງ ພອນໄຊ ຄັ້ງທີ l ປະຈຳປີ 2020 ໃນຄັ້ງນີ້ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 1-2 ກຸມພານີ້ ທີ່ສະໂມສອນດັ່ງກ່າວ ບ້ານໂນນແກ້ວ (ຫຼັງຕະຫຼາດໂນນ ແກ້ວ) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ  ເພື່ອເປັນການ ສ້າງໂອກາດໃຫ້ນັກກີລາແຕ່ລະ ແຂວງ ແລະກະຊວງກໍຄືນະຄອນ ຫຼວງວຽງຈັນ ໄດ້ເຂົ້າຮ່ວມທົດສອບຄວາມສາມາດກ່ອນເຂົ້າຮ່ວມ ລ່າຫຼຽນຄຳຊຽງຂວາງ ເກມ ລະຫວ່າງວັນທີ 22 ມີນາ ຫາ 1 ເມສານີ້.

  ຕາມການໃຫ້ສຳພາດຂອງ ທ່ານ ພອນໄຊ ບຸນຊູ ປະທານສະໂມສອນເປຕັງ ພອນໄຊ ໃຫ້ຮູ້ວ່າ: ເຫດຜົນທີ່ຢາກຈະຈັດແຂ່ງຂັນກີ ລາເປຕັງໃນຄັ້ງນີ້ເປົ້າໝາຍຫຼັກກໍ ເພື່ອຢາກຈະປະກອບສ່ວນສົ່ງເສີມ ການພັດທະນາກີລາເປຕັງຂອງ ສປປ ລາວ ກໍຄື ນະຄອນຫຼວງ ວຽງຈັນ ແນໃສ່ສ້າງໂອກາດໃຫ້ ນັກກີລາລະດັບຊາດໄດ້ມີເວທີແຂ່ງ ຂັນເພື່ອເປັນການທົດສອບຄວາມສາມາດຂອງຕົນທີ່ກຳລັງຝຶກຊ້ອມ ກຽມເຂົ້າຮ່ວມງານມະຫະກຳກີລາ ແຫ່ງຊາດຄັ້ງທີ Xl ຫຼື ຊຽງຂວາເກມ  ທີ່ແຂວງຊຽງຂວາງ ຮັບກຽດ ເປັນເຈົ້າພາບໃນທ້າຍເດືອນມີນານີ້ ພ້ອມທັງເປີດໂອກາດໃຫ້ນັກກີລາ ຮຸ່ນສືບທອດໄດ້ແລກປ່ຽນປະສົບ ການເພື່ອກ້າວສູ່ການເປັນນັກກີລາ ລະດັບຊາດກໍຄືຕິດທີມຊາດໃນອະ ນາຄົດ.

 ດັ່ງນັ້ນໃນວັນເສົາ-ອາທິດທີ 1-2 ກຸມພານີ້ ທີ່ສະໂມສອນດັ່ງ ກ່າວບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈະໄດ້ຈັດການແຂ່ງຂັນກີລາເປຕັງ ປະເພດທີມຄູ່ຊາຍ ຊີງຂັນປະທານ ສະໂມສອນ ເປຕັງ ພອນໄຊຄັ້ງ ທີ l ປະຈຳປີ 2020 ໂດຍກໍານົດ ເງື່ອນໄຂນັກກີລາຫ້າມນັກກີລາທີ່ຕິດທີມຊາດຊຸດປະຈຸບັນ ແລະນັກ ກີລາອຸດົມໄຊ ເກມ ເມື່ອປີ 2014 ຈັບຄູ່ກັນລົງແຂ່ງຂັນຖ້າຫາກພາກ ສ່ວນໃດສົນໃຈຢາກເຂົ້າຮ່ວມສາມາດຕິດຕໍ່ໄດ້ທີ່ເບີໂທ0205519 2122 ຫຼື 020 58882959 ໄດ້ຕະຫຼອດເວລາຈົນຮອດມື້ແຂ່ງຂັນຕົວຈິງບໍ່ຈຳກັດທີມເຂົ້າຮ່ວມນັບມາຮອດປະຈຸບັນທາງສະໂມ ສອນພວກເຮົາໄດ້ມີການຫ້າງຫາ ກະກຽມຄວາມພ້ອມ ແລະພ້ອມ ເປັນທີ່ຮຽບຮ້ອຍຂໍຕ້ອນຮັບທຸກໆ ສະໂມສອນເຂົ້າຮ່ວມການແຂ່ງ ຂັນ.

  ປະທານສະໂມສອນ ເປຕັງ ພອນໄຊ ໃຫ້ຮູ້ຕື່ມອີກວ່າ: ລາຍ ການນີ້ສະເພາະສະໂມສອນພວກ ເຮົາຈະໄດ້ສົ່ງນັກກີລາ 2 ຫຼື 3 ທີມ ເຂົ້າຮ່ວມປະກອບສ່ວນ ໂດຍບໍ່ ໄດ້ຕັ້ງຄວາມຫວັງໄວ້ສູງຂໍພຽງ ນັກກີລາໄດ້ມີປະສົບການກໍຖືວ່າ ເປັນສີສັນຂອງງານແລ້ວສຳລັບ ລາງວັນຊະນະເລີດທີ 1 ຈະໄດ້ຮັບ ຂັນແຊັມ ແລະເງິນສົດ 5 ລ້ານ ກີບ, ທີ 2 ຈະໄດ້ຮັບຂັນ ແລະເງິນ ສົດ 2 ລ້ານກີບ ແລະທີ 3 ຈະໄດ້ ຮັບຂັນ ແລະເງິນສົດ 1 ລ້ານກີບ.

-------

ໂດຍ: ບຸນນິກ