ອິນທະສອນ ກວາດແຊັມບານສົ່ງໃນຮົ່ມ ຊີງຂັນປະທານບານສົ່ງ ແຂວງຫຼວງພະບາງ

  ສະໂມສອນ ອິນທະສອນ ດີກຣີທີມອັນດັບທີ 3 ບານສົ່ງໃນ ຮົ່ມ ຊີງຂັນປະທານສະຫະພັນ ບານສົ່ງແຫ່ງຊາດລາວ ສາມາດປະກາດສັກດາໃນວົງການກີລາ ບານສົ່ງທົ່ວແຂວງຫຼວງພະບາງ ດ້ວຍການກວາດແຊັມທັງປະເພດ ທີມຍິງ ແລະທີມຊາຍການແຂ່ງ ຂັນບານສົ່ງທົ່ວແຂວງຊີງຂັນປະທານສະຫະພັນບານສົ່ງແຂວງຫຼວງພະບາງ ຄັ້ງທີ lll ປະຈຳປີ 2019 ເພື່ອເປັນການຄັດເລືອກ ນັກກີລາ ຍິງ-ຊາຍ ກຽມຕາງໜ້າ ເມືອງມໍລະດົກໂລກເຂົ້າຮ່ວມງານ ມະຫະກຳກີລາແຫ່ງຊາດ ຄັ້ງທີ Xl ຫຼື ຊຽງຂວາງ ເກມ ທີ່ແຂວງ ຊຽງຂວາງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.

  ພິທີປິດການແຂ່ງຂັນຄັ້ງນີ້ໄດ້ ມີຂຶ້ນເມື່ອວັນທີ 26 ມັງກອນ ຜ່ານມາ ພາຍຫຼັງດຳເນີນການແຂ່ງ ຂັນມາແຕ່ວັນທີ 22 ໃນເດືອນ ດຽວກັນຈຸດປະສົງກໍເພື່ອເປັນການຄັດເລືອກນັກກີລາຍິງ-ຊາຍ ກຽມ ຕາງໜ້າເມືອງມໍລະດົກໂລກ ເຂົ້າ ຮ່ວມງານມະຫະກຳກີລາແຫ່ງຊາດ ຄັ້ງທີ Xl ຫຼື ຊຽງຂວາງ ເກມ ທີ່ ແຂວງຊຽງຂວາງ ຮັບກຽດເປັນ ເຈົ້າພາບພ້ອມທັງເປັນການສ້າງ ຂະບວນການຊົມເຊີຍຜົນສຳເລັດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ລາຍການດັ່ງກ່າວ ໂດຍມີທີມເຂົ້າຮ່ວມແຂ່ງຂັນ 10 ທີມ ໃນນັ້ນທີມຍິງ ມີ 4 ທີມ ປະກອບມີອິນທະສອນ, ຄຸ້ມຄອງສະໜາມບິນ ແລະທີມມະຫາວິທະຍາ ໄລ ສຸພານຸວົງ 2 ທີມ ກໍຄືທີມ ເອ ແລະທີມ ບີ ປະເພດດັ່ງກ່າວຈັດເປັນກຸ່ມດຽວແຂ່ງຂັນພົບກັນໝົດ  ຄັດເອົາທີ 1-2 ໄປຊີງຊະນະເລີດ ແລະທີມອັນດັບທີ 3-4 ໄປຊີງທີ 3 ສ່ວນທີມຊາຍມີ 6 ທີມແບ່ງ ເປັນ 2 ກຸ່ມແຕ່ລະກຸ່ມແຂ່ງຂັນພົບ ກັນໝົດຄັດເອົາທີ 1-2 ຜ່ານເຂົ້າ ຮອບຕໍ່ໄປສຳລັບກຸ່ມ  ເອ  ມີອິນທະສອນ, ຟຣີແມນ, ໂຮງໝໍທະຫານ 107 ສ່ວນກຸ່ມ ບີ ມີທີມມະຫາວິ ທະຍາໄລສຸພານຸວົງ, ວິທະຍາໄລ ເຕັກນິກວິຊາຊີບຫຼວງພະບາງ ແລະ ທີມໄອລອນ ໂວເລບອນ.

  ຜ່ານການແຂ່ງຂັນຜົນປະກົດວ່າ: ທັງທີມຍິງ ແລະທີມຊາຍ ສະໂມສອນ ອິນທະສອນ ສາມາດຄວ້າແຊັມການແຂ່ງຂັນຄັ້ງນີ້ໄປຄອງສ່ວນອັນດັບທີ 2 ປະເພດທີມ ຊາຍ ແມ່ນໂຮງໝໍທະຫານ 107, ທີ 3 ແມ່ນທີມມະຫາວິທະຍາໄລ ສຸພານຸວົງ ແລະທີ 4 ວິທະຍາໄລ ເຕັກນິກວິຊາຊີບຫຼວງພະບາ, ສ່ວນທີມຍິງທີ 2  ຄຸ້ມຄອງສະໜາມບິນ ແລະທີ 3 ທີມມະຫາວິທະຍາໄລ ສຸພານຸວົງທີມ ເອ.

--------

ໂດຍ: ບຸນນິກ