ບໍ່ແຄໂດນແອນຕີ້ ເຊີນ EXO ປ່ອຍເພງ ຝາກກະແສມີເມຍແລ້ວບໍ່ເອົາ

  ການເປັນເລື່ອງໃຫຍ່ໄຟແຮງກະພິບທີ່ໃຫ້ບັນດາແຟນໆ EXO ເຊີໄພຫຼາຍເມື່ອໜຸ່ມ ເຊີນ EXO ໄວ 27 ປີ ທີ່ກ່ອນໜ້ານີ້ໄດ້ປະກາດກ່າວໃຫ້ແຟນໆຮູ້ວ່າກໍາ ລັງຈະແຕ່ງງານກັບສາວນອກວົງ ການແລ້ວຕອນນີ້ວ່າທີ່ເຈົ້າສາວກໍາລັງຖືພາອີກດ້ວຍ, ງານນີ້ແນ່ນອນ ວ່າຕ້ອງມີກະແສຄໍາວິພາກວິຈານ ອອກມາໃນດ້ານລົບທັງໃນເລື່ອງ ເປັນສິນລະປິນໂຕແຟນ ແລະເລື່ອງ ທ້ອງກ່ອນແຕ່ງທີ່ເບິ່ງແລ້ວຈະເປັນ ເລື່ອງໃຫຍ່ຈົນເຖິງຂັ້ນມີຂ່າວວ່າ ເຊີນ ຖືກແອນຕີ້ ແລະແຟນເພງ ບາງສ່ວນລວມໂຕຂໍໃຫ້ອອກຈາກວົງ EXO.

  ແຕ່ງານນີ້້ທ່ານໜຸ່ມ ເຊີນ ກໍບໍ່ ໄດ້ແຄກະແສແອນຕີ້ເພາະກໍາລັງ ຈະປ່ອຍຜົນງານໃໝ່ເປັນຜົນງານ ເພງທີ່ຮ່ວມຮ້ອງກັບສິນລະປິນ ຢ່າງ Dynamic Duo ຊຶ່ງຄືຜົນງານຄັ້ງທໍາອິດຫຼັງການປະກາດ ຂ່າວກຽມແຕ່ງດອງ  ຊຶ່ງກໍໄດ້ຖ່າຍ ທໍາມິວສິກວິດີໂອສໍາເລັດໄປແລ້ວ ທີ່ປະເທດອີຕຣາລີ ໂດຍຜົນງານ ໃໝ່ຈະປ່ອຍອອກມາໃຫ້ໄດ້ຟັງກັນໃນວັນທີ 23 ກໍລະກົດ 2020 ນີ້.