ສູດຜີວໜ້າຂາວເປັ່ງປັ່ງແບບທຳມະຊາດ ທ່ານສາມາດເຮັດໄດ້ຢູ່ເຮືອນ

  ບັນຫາໜ້າໝອງຄໍ້າເບິ່ງແກ່ກ່ອນໄວອາດ ກຳລັງສ້າງຄວາມໜັກໃຈໃຫ້ກັບສາວຫຼາຍໆຄົນໃນມື້ນີພວກເຮົາຂໍແນະນຳເຄັດລັບຜີວໜ້າຂາວເປັ່ງປັ່ງແບບທຳມະຊາດດ້ວຍນົມສົ້ມສູດຄວາມງາມແບບ ງ່າຍໆທີ່ທ່ານກໍສາມາດເຮັດໄດ້ຢູ່ເຮືອນຖ້າພ້ອມ ແລ້ວມາເຮັດໄປພ້ອມໆກັນເລີຍ.

ສ່ວປະກອບ:

  1. ນົມສົ້ມແຊ່ເຢັນ.
  2. ສຳລີແຜ່ນ.

   ວິທີເຮັດ:ຖອກນົມສົ້ມທີ່ແຊ່ເຢັນແລ້ວລົງໄປໃນຖ້ວຍນ້ອຍທີ່ກຽມເອົາໄວ້ແລ້ວນຳສໍາລີແຜ່ນຈຸ່ມລົງ ໄປໃນຖ້ວຍປະໄວ້ຈັກໜ້ອຍໃຫ້ນົມສົ້ມຊືມເຂົ້າໄປໃນສຳລີຈົນເຕັມແຜ່ນຈາກນັ້ນນຳເອົາສຳລີແຜ່ນທີ່ໄດ້ ມາແປະໃຫ້ທົ່ວໃບໜ້າປະໄວ້ປະມານ 30 ນາທີ ຫຼັງ ຈາກນັ້້ນນຳເອົາສຳລີອອກຈາກໜ້າແລ້ວໃຊ້ຜ້າເຊັດ       ໜ້າສະອາດໄປຈຸ່ມນໍ້າເຢັນມາເຊັດໜ້າອອກພຽງແຕ່ທໍ່ນີ້ໃບໜ້າຂອງທ່ານກໍຈະກັບມາເປັ່ງປັ່ງເບິ່ງມີຊີວິດຊີວາຂຶ້ນທັນທີເລີຍສູດນີ້ສາມາດເຮັດໄດ້ທຸກມື້.