7 ສາເຫດຫຼັກທີ່ກໍ່ໃຫ້ເກີດອາການເຈັບແຂ້ວ

  ແຂ້ວເປັນອະໄວຍະວະທີ່ຢູ່ ໃນຊ່ອງປາກທີ່ເຮົາຕ້ອງໄດ້ເບີ່ງ ແຍງເອົາໃຈໃສ່ໃຜທີ່ມີສຸຂະພາບ ແຂ້ວທີ່ດີຍ່ອມມີຄວາມໝັ້ນໃຈແຕ່ ບໍ່ແມ່ນວ່າທຸກຄົນຈະມີສຸຂະພາບ ແຂ້ວທີ່ດີສະເໝີໄປຫຼາຍໆຄົນກໍມີ ບັນຫາເລື່ອງຂອງແຂ້ວເຊັ່ນ: ແຂ້ວ ບໍ່ແຂງແຮງ, ແຂ້ວຜຸ, ແມງກິນ ແຂ້ວ, ແຂ້ວຫຼົ່ມ, ແຂ້ວອ່ຽງ, ແລະອາການປວດແຂ້ວນັ້ນຄົງຮູ້ ກັນດີເລີຍວ່າເຈັບສຸດໆເຊັ່ນກັນ ທາງແກ້ຄືກີນຢາແກ້ປວດ ແລະ ໄປພົບໝໍແຂ້ວ ຊຶ່ງສາເຫດຫຼັກທີ່ກໍ່ໃຫ້ເກີດອາການເຈັບແຂ້ວນັ້ນມີ ຫຼາຍສາເຫດໄດ້ແກ່:

  • ແຂ້ວຜຸ ຊຶ່ງຈະພົບໄດ້ຫຼາຍ ຄວາມຮຸນແຮງຈະຂື້ນຢູ່ກັບລະດັບຂອງການຜຸ.
  • ການອັກເສບຂອງເນື້ອເຍື້ອ ໃນໂພງປະສາດ.
  • ຮາກແຂ້ວອັກເສບ.
  • ເຫືອກອັກເສບ.
  • ແຂ້ວໄດ້ຮັບບາດເຈັບຈາກ ການກະທົບເຊັ່ນ: ແຂ້ວແຕກ ຫຼື ແຂ້ວລ້າວ.
  • ແຂ້ວຊາວ.
  • ການອັກເສບຂອງເສັ້ນປະ ສາດສະໝອງ.

ຮຽບຮຽງໂດຍ: ຟ້າ