Coca-Cola ສືບຕໍ່ຜະລິດ ເມື່ອຜູ້ບໍລິໂພກຕ້ອງການໃຊ້ຂວດພລາສຕິກ

  ອຸດສາຫະກຳເຄື່ອງດື່ມ ແມ່ນໜຶ່ງໃນອຸດສາຫະກຳ ທີ່ນຳໃຊ້ພລາສຕິກຫຼາຍ ໃນຂະບວນການຜະລິດ ເຊັ່ນ Coca-Cola ເຊິ່ງໃນແຕ່ລະປີ ມີການຜະລິດພລາສຕິກປະມານ 3 ລ້ານໂຕນ ຫຼືສະເລ່ຍ 2 ແສນຂວດຕໍ່ນາທີ.

  ໃນປີ 2019 Coca-Cola ໄດ້ຖືກຈັດອັນດັບເປັນບໍລິສັດພລາສຕິກຂະໜາດໃຫຍ່ ທີ່ຜະລິດມົນລະພິດທີ່ໃຫຍ່ທີ່ສຸດໃນໂລກ ອີງຕາມການສືບສວນຂອງຂະບວນການ Break Free From Plastic ໂດຍມີຜູ້ຜະລິດເຄື່ອງດື່ມທີ່ຕິດອັນດັບເຊັ່ນກັນແມ່ນ Nestle ແລະ PepsiCo.

 ຖ້າກະແສຂອງຜູ້ບໍລິໂພກ ທີ່ຫັນມາໃສ່ໃຈໃນການຮັກສາສິ່ງແວດລ້ອມຫລາຍຂຶ້ນ Coca-Cola ວາງແຜນທີ່ຈະນຳໃຊ້ວັດຖຸດິບທີ່ຜະລິດຄືນໃໝ່ໄດ້ 50% ໃນປີ 2030. ເຖິງວ່າ Coca-Cola ໄດ້ສັນຍາ ຈະຫຼຸດຜ່ອນການໃຊ້ພລາສຕິກ ລວມທັງການຣີໄຊເຄີນຫລາຍຂື້ນ ກໍບໍ່ແມ່ນວ່າ ມັນຈະຖືກປະຖິ້ມເປັນການຜະລິດພລາສຕິກທີ່ໃຊ້ພຽງຢ່າງດຽວ ເພາະວ່າໃນກອງປະຊຸມເສດຖະກິດໂລກ (WEF) ທີ່ຈັດຂຶ້ນໃນອາທິດແລ້ວນີ້, ທ່ານ Beatrice Perez ຫົວໜ້າຄວາມໝັ້ນຄົງຂອງ Coca-Cola ກ່າວວ່າ: "ບໍລິສັດ ບໍ່ມີແຜນທີ່ຈະຍົກເລີກການນຳໃຊ້ຂວດພລາສຕິກ ທີ່ໃຊ້ຄັ້ງດຽວແລ້ວຖິ້ມ ເພາະວ່າພລາສຕິກມີບົດບາດສຳຄັນໃນອະນາຄົດ ແລະຍອດນຂາຍ  Coca-Cola". ສາເຫດຫຼັກ ແມ່ນຍ້ອນວ່າ ລູກຄ້າຍັງຕ້ອງການຂວດ ທີ່ມີນ້ຳໜັກເບົາ ແລະສາມາດນຳມາໃຊ້ຄືນໄດ້ ໃນຈຸດນີ້ Coca-Cola ບໍ່ສາມາດປະຖິ້ມພລາສຕິກໄດ້.

ຜູ້ນຳດ້ານຄວາມໝັ້ນຄົງຂອງບໍລິສັດ Coca-Cola ໃຫ້ສຳພາດກັບ ບີບີຊີ ວ່າ ການນຳໃຊ້ວັດຖຸດິບຣີໄຊເຄີນ ແມ່ນສ່ວນໜຶ່ງທີ່ບໍລິສັດຈະຮ່ວມແກ້ໄຂບັນຫາສິ່ງແວດລ້ອມ ສິ່ງທີ່ Coca-Cola ຕ້ອງເຮັດຄື ຊີ້ໃຫ້ເຫັນເຖິງໂອກາດ ແລະດຶງຜູ້ບໍລິໂພກເຂົ້າຮ່ວມການປ່ຽນແປງຄັ້ງນີ້.