ຊຽງຂວາງ ສອບເສັງນັກຮຽນເກັ່ງ ລະດັບແຂວງ

ພະແນກສຶກສາທິການ ແລະກີລາແຂວງ (ສກຂ) ຊຽງຂວາງ ຈັດພິທີສອບເສັງແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາຂັ້ນຮຽນ ປ.5, ມ4 ແລະ ມ7 ລະດັບແຂວງທົ່ວແຂວງຊຽງຂວາງ ປະຈໍາສົກຮຽນ 2019-2020 ໃນວັນທີ 29 ມັງກອນ 2020 ນີ້ທີ່ສະໂມສອນ ບ້ານກ້ວຍ ເມືອງຄໍາ  ໂດຍໃຫ້ກຽດເປັນປະທານຂອງທ່ານ ທອງສີ ພັນທະວົງ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ທ່ານ ພົມມາ ສີພັນທອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຄໍາ, ທ່ານ ໄຊປັນຍາ ໄຊຍະຈິດ ຫົວໜ້າຂະແໜງສາມັນສຶກສາພະແນກສຶກສາທິການ  ແລະກີລາແຂວງພ້ອມຄະນະ, ມີຄະນະຮັບຜິດຊອບການສອບເສັງ, ຄະນະນໍາພານັກສອບເສັງມາຈາກບັນ ດາເມືອງ, ພ້ອມດ້ວຍນ້ອງນັກສອບທັງໝົດ 100 ກວ່າຄົນ.

  ໂອກາດນີ້ທ່ານນາງ ວຽງເພັດ ເທບອຸດົມ ຮອງຫົວໜ້າຂະແໜງສາມັນສຶກສາພະແນກ ສກຂ ໄດ້ຂຶ້ນກ່າວລາຍງານຈຸດປະສົງຂອງການຈັດການສອບເສັງນັກຮຽນເກັ່ງລະດັບແຂວງທົ່ວແຂວງຊຽງຂວາງຄັ້ງນີ້ແມ່ນເພື່ອເປັນການປະເມີນຜົນການຮຽນ-ການສອນຂອງຄູ-ອາຈານ ແລະນັກຮຽນພາຍຫຼັງທີ່ໄດ້ດໍາເນີນການຮຽນ-ການສອນ ມາໄດ້ໄລຍະເຄິ່ງສົກຮຽນ, ສົ່ງເສີມຄວາມຮູ້ຄວາມສາມາດ ແລະ ພອນສະຫວັນຂອງນັກຮຽນທາງດ້ານຄວາມຮູ້ຄວາມສາມາດສະຕິປັນຍາເພື່ອໃຫ້ບັນລຸຕາມ 5 ຫຼັກມູນການສຶກສາທີ່ທາງກະຊວງສຶກສາທິການ ແລະກີລາວາງອອກ,ຄັດເລືອກເອົານັກຮຽນຂັ້ນ ປ5 ເພື່ອເຂົ້າຮຽນຕໍ່ຊັ້ນຮຽນ ມ1 ຢູ່ໂຮງຮຽນພອນສະຫວັນແຂວງຊຽງຂວາງ ຊຶ່ງຈະເປີດການຮຽນ-ການ ສອນໃນສົກຮຽນ 2020-2021 ທີ່ຈະມາເຖິງນີ້, ພ້ອມນັ້ນຍັງເປັນ ການຄັດເລືອກໃຫ້ໄດ້ນັກຮຽນດີ, ນັກຮຽນເກັ່ງແຕ່ລະຂັ້ນຮຽນ ປ5, ມ4 ແລະມ7 ເພື່ອເປັນຕົວແທນ ໃຫ້ແຂວງຊຽງຂວາງ ເຂົ້າຮ່ວມ ແຂ່ງຂັນນັກຮຽນເກັ່ງລະດັບຊາດ ທົ່ວປະເທດທີ່ຈະຈັດຂຶ້ນໃນທ້າຍ ເດືອນມີນາ 2020 ທີ່ຈະມາເຖິງນີ້ໃຫ້ບັນລຸຕາມແຜນທີ່ກໍານົດໄວ້.

 ທ່ານນາງ ວຽງເພັດ ເທບອຸດົມ ຍັງໃຫ້ຮູ້ອີກວ່າ: ສົກຮຽນ 2019-2020 ນີ້ເປັນສົກຮຽນທໍາອິດທີ່ແຂວງຊຽງຂວາງ ໄດ້ຈັດການສອບເສັງຄັດເລືອກເອົານັກຮຽນເກັ່ງສາຍສາມັນສຶກສາທັງ 3 ຂັ້ນຮຽນ ປ5, ມ4 ແລະມ7 ທົ່ວແຂວງຊຽງຂວາງພ້ອມກັນ,ພາຍຫຼັງທີ່ໄດ້ສອບເສັງຄັດເລືອກຢູ່ຂັ້ນເມືອງສໍາເລັດໃນທ້າຍເດືອນທັນວາ 2019 ຜ່ານມາ, ໃນນັ້ນ ຂັ້ນ ປ5 ມີນັກສອບທັງໝົດ 40  ນ້ອງຍິງ 29 ນ້ອງ,ສອບເສັງຢູ່ 3 ວິຊາຄື: ວິຊາຄະນິດສາດ, ພາສາລາວ ແລະວິຊາໂລກອ້ອມຕົວ, ແຕ່ລະວິຊາໃຊ້ເວລາສອບເສັງ 120 ນາທີ; ຂັ້ນ ມ4 ມີນັກສອບ ທັງໝົດ 21 ຄົນ ຍິງ 7 ຄົນ; ຂັ້ນ ມ7 ມີນັກສອບທັງໝົດ 24 ຄົນ ຍິງ 8 ຄົນ, ສໍາລັບວິຊາທີ່ນໍາມາສອບເສັງທັງ ສອງຂັ້ນຮຽນ ມ4  ແລະ ມ7 ມີທັງໝົດ 4 ວິຊາຄື: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ເຄມີສາດ ແລະວິຊາຟີຊິກສາດ, ແຕ່ລະວິຊາໃຊ້ເວລາສອບ 120 ນາທີ່ເຊັ່ນດຽວກັນ, ການສອບເສັງຈະດໍາເນີນເປັນເວລາ 2 ວັນຄື: ວັນທີ 29-30 ມັງກອນ 2020 ຈຶ່ງຈະສໍາເລັດ, ພາຍຫຼັງສອບເສັງພາກລາຍວິຊາສໍາເລັດແລ້ວນ້ອງໆນັກສອບຍັງຈະໄດ້ໄປທັດສະນະສຶກສານອກສະຖານທີ່ທີ່ສໍາຄັນທາງປະຫວັດສາດຂອງເມືອງຄໍາ ແລະຖາມ-ຕອບ ຄວາມຮູ້ຮອບຕົວຕື່ມອີກເພື່ອເປີດໂອກາດໃຫ້ນັກຮຽນໄດ້ຮຽນຮູ້ນອກໂມງຮຽນປະສົມປະສານກັນ.

  ໂອກາດດັ່ງກ່າວປະທານການສອບເສັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບການສອບເສັງຈົ່ງເຮັດໜ້າທີ່ດ້ວຍຄວາມເອົາໃຈໃສ່ເຕັມພາລະບົດບາດສົມກັບຄວາມໄວ້ວາງໃຈຂອງຂັ້ນເທິງ,ສ່ວນນັກສອບກໍໃຫ້ປະຕິບັດຕາມກົດລະບຽບການສອບເສັງເຂັ້ມງວດ, ມີຄວາມອຸ່ນອຽນທຸ່ນທ່ຽງ ແລະມີສາມະທິໃນການເຮັດບົດ, ຂໍໃຫ້ໄດ້ມາດ້ວຍຄວາມຮູ້ຄວາມສາມາດ ແລະສະຕິປັນຍາຂອງຕົນເອງຢ່າງຊອບທໍາເພື່ອເຮັດແນວໃດໃຫ້ຜົນການສອບເສັງອອກມາຢ່າງມີປະສິດທິພາບສູງ.

__________

ຂຽນໂດຍ: ຄານສີສະຫວັນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ