ຄອນມາ ພ້ອມຈະປ້ອງກັນແຊັມຫຼຽນຄຳກີລາຢູໂດ ໃນຊຽງຂວາງເກມ

  bນາງ ຄອນມາ ຈັນທະກຸມ ມານ ນັກກີລາຢູໂດທີມຊາດລາວ ຊຸດຮ່ວມຊີເກມ ຄັ້ງຫຼ້າສຸດທີ່ປະ ເທດຟິລິບປິນ ແລະທັງເປັນເຈົ້າ ຂອງຫຼຽນຄຳອຸດົມໄຊ ເກມ ເມື່ອ ປີ 2014 ພ້ອມຈະນໍາໃຊ້ປະສົບ ການຕະຫຼອດໄລຍະ 10 ກວ່າປີ ເຂົ້າຮ່ວມປ້ອງກັນແຊັມຫຼຽນຄຳ ໃຫ້ທັບນັກກີລາຂອງແຂວງສະຫວັນນະເຂດໃນການແຂ່ງຂັນກີລາຢູໂດ ງານມະຫະກຳກີລາແຫ່ງ ຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນ ເຈົ້າພາບລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.

    ເມື່ອບໍ່ດົນມານີ້ ນາງ ຄອນ ມາ ຈັນທະກຸມມານ ນັກກີລາຢູໂດ ທີມຊາດເຈົ້າຂອງຫຼຽນຄຳເນື່ອງໃນໂອກາດຮ່ວມກອງປະຊຸມແຕ່ງ ຕັ້ງຄະນະກຳມະການຮັບຜິດຊອບກະກຽມນັກກີລາຂອງແຂວງສະຫວັນນະເຂດ ສູ່ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ເປັນເຈົ້າພາບວ່າ: ຍ້ອນຢາກສ້າງຜົນງານໃຫ້ແກ່ບ້ານເກີດ ເມືອງນອນດິນແດນແຫ່ງວິລະຊົນ ຄົນກ້າເມືອງໄດໂນເສົາ ແຂວງສະ ຫວັນນະເຂດ, ດັ່ງນັ້ນຈຶ່ງໄດ້ຕັດ ສິນໃຈຮ່ວມທັບນັກກີລາຢູໂດຂອງ ແຂວງເຂົ້າຮ່ວມງານແຂ່ງຂັນມະຫະກຳກີລາແຫ່ງຊາດ ຄັ້ງທີ XI ປະຈຸບັນນ້ອງໄດ້ຕັ້ງໜ້າເອົາໃຈໃສ່ ຝຶກຊ້ອມຢ່າງໜັກໜ່ວງຫວັງຈະຟິດຮຽກເອົາກຳລັງ ແລະຟື້ນຟູສະ ພາບຮ່າງກາຍໃຫ້ກັບຄືນມາ ໂດຍ ການຝຶກຊ້ອມແມ່ນເນັ້ນທັງເຊົ້າ-ແລງຢ່າງເປັນປົກກະຕິຢູ່ທີ່ສະໂມ ສອນຢູໂດແຂວງສະຫວັນນະເຂດບ້ານທ່າເມືອງ ນະຄອນໄກສອນ ພົມວິຫານ ຜ່ານການຝຶກຊ້ອມຜ່ານ ມາຈົນມາຮອດປະຈຸບັນເຫັນວ່າ ຄວາມພ້ອມຂອງຕົນເອງມີຂຶ້ນ ຫຼາຍ ໂດຍສະເພາະທາງດ້ານຮ່າງກາຍແຂງແກ່ນຂຶ້ນພ້ອມທີ່ຈະເຂົ້າ ຮ່ວມປ້ອງກັນແຊັມຫຼຽນຄຳງານ ກີລາດັ່ງກ່າວ ໂດຍໃນຕົ້ນເດືອນກຸມ ພານີ້ ຄະນະນັກກີລາຢູໂດແຂວງ ຫວັນນະເຂດ ລວມທັງໝົດ 10 ຄົນ, ຍິງ 5 ຄົນ ຈະໄດ້ພ້ອມພາກັນ ເຂົ້ານອນສູນເພື່ອເກັບຕົວຝຶກຊ້ອມຮ່ວມກັນຢ່າງເປັນທາງການ.

ນາງ ຄອນມາ ຈັນທະກຸມມານ ຍັງກ່າວຕື່ມອີກວ່າ:ການເຂົ້າຮ່ວມຊຽງຂວາງ ເກມ 2020 ເປັນປີທີ່ມີຄວາມໝາຍຄວາມສໍາຄັນທີ່ສຸດສໍາລັບຕົວເອງ ແລະທັບນັກກີລາຢູໂດແຂວງສະຫວັນນະເຂດ ເພາະວ່າເປັນການເຂົ້າຮ່ວມ ປ້ອງກັນແຊັມຫຼັງເຄີຍຍາດໄດ້ຫຼຽນ ຄຳໃນກີລາແຫ່ງຊາດ ຄັ້ງທີ X ທີ່ ແຂວງດົມໄຊເມື່ອປີ 2014, ສະນັ້ນງານຄັ້ງນີ້ ບໍ່ໄດ້ງ່າຍເລີຍທີ່ຈະ ປ້ອງກັນແຊັມໄວ້ໄດ້ສິ່ງສຳຄັນແມ່ນ ຢ່າປະໝາດເດັດຂາດພະຍາຍາມ ກະຕຸ້ນຕົນເອງດ້ວຍຄວາມເອົາໃຈ ໃສ່ສູງເຂົ້າໃນການຝຶກຊ້ອມເພື່ອ ເຮັດໃຫ້ຕົນເອງມີຄວາມແຂງແກ່ນ ກວ່າເກົ່າເພາະນັກກີລາຄູ່ແຂ່ງຂັນ ທີ່ໜ້າຢ້ານທີ່ສຸດເວລານີ້ກໍແມ່ນເຈົ້າ ພາບຊຽງຂວາງ ແລະນະຄອນ ຫຼວງວຽງຈັນ ແຕ່ລະຄົນກໍມີຄວາມ ສາມາດບໍ່ນ້ອຍໜ້າກັນ, ແຕ່ເຖິງ ຢ່າງໃດກໍຕາມ, ໃນນາມຕົວແທນນັກກີລາຢູໂດແຂວງສະຫວັນນະເຂດ ທີ່ໄດ້ຮັບການໄວ້ວາງໃຈຈາກ ການນຳຂອງແຂວງໃຫ້ເຂົ້າຮ່ວມ ແຂ່ງຂັນຄັ້ງສຳຄັນນີ້ກໍໃຫ້ຄຳໝັ້ນ ສັນຍາວ່າຈະບໍ່ຫວັ່ນໄຫວປະໝາດຄູ່ຕໍ່ສູ່ຢ່າງເດັດຂາດເພື່ອຍາດເອົາຫຼຽນຄຳໃຫ້ທັບນັກກີລາຢູໂດແຂວງ ສະຫວັນນະເຂດ ເປັນຂອງຂວັນລາງວັນເຮັດໃຫ້ພໍ່ແມ່ປະຊາຊົນຊາວແຂວງມີຄວາມພາກພູມໃຈ ຢ່າງທົ່ວເຖິງ.

-----

ໂດຍ: ບຸນນິກ