ກຸ່ມປັ່ນລົດຖີບ ມອບອຸປະກອນການຮຽນ ໃຫ້ໂຮງຮຽນທີ່ຍັງຂາດເຂີນຢູ່ພູວົງ

  ກຸ່ມປັ່ນລົດຖີບເພື່ອສຸຂະ ພາບ (ປັ່ນດ້ວຍໃຈ, ໄປດ້ວຍກັນ,ໃຫ້ເຖິງຈຸດໝາຍ) ແຂວງອັດຕະປື ໄດ້ສຶບຕໍ່ຈັດກິດຈະກຳປັ່ນລົດຖີບ ເພື່ອສຸຂະພາບນຳເອົາອຸປະກອນ ການສຶກສາ-ກີລາ ມູນຄ່າ 5,5 ລ້ານກີບ  ໄປມອບໃຫ້ໂຮງຮຽນປະ ຖົມສຶກສາ 5 ແຫ່ງ ຢູ່ເມືອງພູວົງ ຄື: ໂຮງຮຽນປະຖົມສຶກສາບ້ານ ອີຕຸມ,ບ້ານລະມອງ; ບ້ານວົງລະຄອນ;ບ້ານນໍ້າຊວນ ແລະບ້ານ ວັງຍາງ,ເພື່ອເປັນການປະກອບສ່ວນຊຸກຍູ້ສົ່ງເສີມການພັດທະນາຄຸນນະພາບການສຶກສາໃຫ້ກັບໂຮງຮຽນເຂດຫ່າງໄກ ແລະຂາດ ເຂີນດ້ານອຸປະກອນການສຶກສາ ແລະກີລາໃຫ້ດີຂຶ້ນໄປຕາມ 3 ລັກ ສະນະ ແລະ5 ຫຼັກມູນການສຶກສາທີ່ກະຊວງສຶກສາທິການ ແລະກີລາ ໄດ້ວາງອອກ.

  ດັ່ງນັ້ນໃນວັນທີ 24 ມັງກອນຜ່ານມາ ກຸ່ມປັ່ນລົດຖີບເພື່ອສຸຂະພາບ ແຂວງອັດຕະປື ໄດ້ຈັດກິດ ຈະກຳປັ່ນລົດຖີບເພື່ອສຸຂະພາບ ເພື່ອນຳເອົາອຸປະກອນການສຶກສາ-ກີລາໄປມອບໃຫ້ໂຮງຮຽນປະຖົມສຶກສາ5 ແຫ່ງຢູ່ເມືອງພູວົງ,ໂດຍມີຈຸດເລີ່ມຕົ້ນປ່ອຍຂະບວນປັ່ນລົດຖີບທີ່ຮ້ານແຊບອັດຕະປືສວນສາທາລະນະ, 4 ແຍກອະນຸ ສາວະລີ ທ່ານປະທານໄກສອນພົມວິຫານ ເທສະບານແຂວງ, ຊຶ່ງ ນຳໂດຍທ່ານ ບຸນປອນ ແສງປະເສີດ ປະທານກຸ່ມປັ່ນລົດຖີບເພື່ອສຸຂະພາບແຂວງອັດຕະປື ແລະ ເປັນກຽດເຂົ້າຮ່ວມຂະບວນການ ຂອງທ່ານ ນາງ ຂັນທອງ ໄຊຍະພອນ ພັນລະຍາ ຂອງເຈົ້າແຂວງ ອັດຕະປື, ມີສະມາຊິກພາຍໃນກຸ່ມ ທັງໝົດ 36 ຄົນເຂົ້າຮ່ວມຢ່າງ ເປັນຂະບວນການຄຶກຄື້ນ, ຂະບວນ ການປັ່ນລົດຖີບເພື່ອສຸຂະພາບດັ່ງ ກ່າວ, ໄດ້ອອກໄປຕາມເສັ້ນຫຼວງ ຈາກເທສະບານແຂວງເວລາ  5:00 ໂມງ ຈຸດເປົ້າໝາຍຄືໂຮງຮຽນປະຖົມສຶກສາບ້ານວັງຍາງ  ເມືອງພູ ວົງ ລວມມີໄລຍະທາງໄປກັບ 55 ກິໂລແມັດ.

ພ້ອມດຽວກັນນີ້ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຢ່າງເປັນທາງການ, ໂດຍເປັນກຽດກ່າວມອບ ຂອງທ່ານ ນາງ ຂັນທອງ ໄຊຍະພອນ ແລະກ່າວຮັບໂດຍທ່ານ ນາງ ພົງສິດ ຄະນະປະຈຳພັກເມືອງໄຊ ສົງຄາມ ຮອງເຂົ້າເມືອງພູວົງ, ມີທ່ານຜູ້ຕາງໜ້າຫ້ອງການສຶກສາ ທິການ ແລະກີລາເມືອງ, ບັນດາ ຄູອາຈານ, ນ້ອງນັກຮຽນພາຍໃນໂຮງຮຽນພ້ອມດ້ວຍສະມາຊິກກຸ່ມປັ່ນລົດຖີບເຂົ້າຮ່ວມ.

 ທ່ານ ບຸນປອນ ແສງປະເສີດ ໄດ້ກ່າວໃຫ້ຮູ້ວ່າ: ການມອບອຸປະ ກອນການສຶກສາໃຫ້ແກ່ໂຮງຮຽນ 5 ແຫ່ງ ຄັ້ງນີ້ແມ່ນເປັນໄປຕາມຈຸດປະສົງ ແລະເປົ້າໝາຍລວມຂອງກຸ່ມ ປັ່ນລົດຖີບກໍຄືເພື່ອຊຸກຍູ້ສົ່ງເສີມ ການສຶກສາໃນໂຮງຮຽນເຂດຫ່າງໄກ ແລະຂາດເຂີນແນໃສ່ເຮັດໃຫ້ ຄູ-ອາຈານ ແລະນ້ອງນັກຮຽນ ຢູ່ໂຮງຮຽນເຂດຫ່າງໄກ ແລະຂາດເຂີນມີໂອກາດໄດ້ຮັບການຊ່ວຍ ເຫຼືອຢ່າງທົ່ວເຖິງ, ເຮັດໃຫ້ມີຄວາມສະດວກໃນການຮຽນການສອນຫຼາຍຂຶ້ນເພື່ອຍົກສູງຄຸນນະພາບ ການສຶກສາພາຍໃນໂຮງຮຽນໃຫ້ ດີຂຶ້ນເຄື່ອງທີ່ນໍາໄປມອບປະກອບມີ ປຶ້ມຂຽນ, ບິກ-ສໍ, ບານເຕະ ແລະ ອຸປະກອນການສຶກສາອື່ນໆ  ອີກຈຳ ໜຶ່ງລວມມູນຄ່າທັງໝົດ 5 ລ້ານ ກວ່າກີບ.