ໂຊຣະ ອາໂອອິ ວິວາຫວານ ຫຼັງຈົດທະບຽນໄປ 2 ປີ

  ນັກສະແດງ AV ຊື່ດັງໂຊຣະ ອາໂອອິ ໄວ 35 ປີ ໃສ່ຊຸດເຈົ້າສາວເຂົ້າວິວາເມື່ອບໍ່ດົນມານີ້ ທີ່ຮາວາຍ ປະເທດສະຫະລັດອາ ເມລິກາ ເຖິງແມ່ນວ່າກ່ອນໜ້ານີ້ ນາງຈົດທະບຽນແຕ່ງງານກັບສາ ມີຄົນນີ້ມາ 2 ປີແລ້ວກ່ອນຈະມີ ລູກນໍາກັນເມືອກາງປີ  2019  ຜ່ານມານີ້,  ເຖິງແມ່ນວ່າຈະຈົດທະບຽນ ແຕ່ງງານ  ແລະມີພະຍານຮັກແລ້ວ ແຕ່ພິທີວິວາຍັງບໍ່ເຄີຍຈັດເຮັດໃຫ້ ຫຼ້າສຸດນັກສະແດງສາວ AV ຊື່ດັງ ໂຊຣະ ອາໂອອິ ປະກາດຂ່າວດີ ຂຽນຂໍ້ຄວາມໃນໄອຈີຂອງຕົວເອງ ໃຫ້ແຟນໆ ໄດ້ຮັບຮູ້ວ່ານາງໄດ້ແຕ່ງ ດອງແລ້ວ ໂດຍເຜີຍວ່ານາງເຂົ້າ ວິວາແຕ່ງດອງທີຮາວາຍຈຣາ.

    ທັງນີ້ເມື່ອຕົ້ນປີ 2018 ໂຊຣະອາໂອອິ ໄດ້ປະກາດຂ່າວດີວ່ານາງ ໄດ້ຕັດສິນໃຈຈະແຕ່ງງານກັບແຟນໜຸ່ມ DJ Non ຊຶ່ງປະກອບອາຊີບ ເປັນດີເຈກ່ອນເປີດເຜີຍເຖິງການ ຖືພາລູກແຝດໃນຊ່ວງທ້າຍປີດຽວກັນໂດຍເປີດເຜີຍວ່າ: ໂຕເອງອາດຈະບໍ່ເປັນຄົນຫຼໍ່ບໍ່ໄດ້ລໍ້າລວຍຫຍັງແຕ່ໂຕເອງຄືຄົນທີບໍ່ສົນໃຈວ່າເຮົາ ເຄີຍເຮັດວຽກໃນວົງການ AV ແລະ ວຽກອື່ນໆມາກ່ອນເຮົາບໍ່ເຄີຍເສຍ ໃຈທີເຮັດວຽກ AV ແຕ່ກໍ່ບໍ່ແມ່ນ ວ່າເຖິງຕອນນີ້ຈະບໍ່ມີຄົນເບິ່ງເຮົາໃນແງ່ລົບຊຶ່ງໃນ ການສ້າງຄອບຄົວ ເຮົາຄິດວ່າເປັນສິ່ງຈໍາເປັນທີ່ເຮົາ ຕ້ອງຍອມຮັບອະດິດປະຈຸບັນ ແລະ ອະນາຄົດອີກຝ່າຍໄດ້ ຊຶ່ງໂຕເອງຄິດວ່າເຂົາຄືຄົນທີ່ຍອມຮັບເຮົາໄດ້ ຢ່າງແທ້ຈິງ (ນັກສະແດງສາວ ກ່າວເຖິງຄູ່ຊີວິດ ແລະຊີວິດຄູ່ຂອງ ຕົນເອງ).

----------

ຮຽບຮຽງໂດຍ: ຟ້າ