3 ສະໝຸນໄພພື້ນບ້ານຊ່ວຍຖອນພິດຂີ້ເຂັບກັດ

   ຂີ້ເຂັບເປັນສັດທີ່ມີພິດອັນ ຕະລາຍຫຼາຍຖ້າຫາກໃຜໄດ້ຮັບພິດໃນປະລິມານຫຼາຍອາດເສຍຊີວິດໄດ້ພິດຂີ້ເຂັບນັ້ນປະກອບດ້ວຍ ສານທີ່ກໍ່ໃຫ້ເກີດອາການອັກເສບ ຕໍ່ຮ່າງກາຍຫຼາຍຜູ້ຖືກກັດຈະຮູ້ສຶກ ປວດບວມແດງຖ້າຫາກເກີດອາ ການບວມຫຼາຍຈະເຮັດໃຫ້ເລືອດບໍ່ໄຫຼໃນບໍລິເວນນັ້ນບາງຄັ້ງອາດຕ້ອງຕັດບໍລິເວນນັ້ນຖິ້ມວັນນີ້ພວກ ເຮົາຂໍແນະນໍາວິທີແກ້ພິດເວລາຂີ້ ເຂັບກັດດ້ວຍສະໝຸນໄພທຳມະຊາດ ມາຝາກຈະມີຫຍັງແນ່ນັ້ນໄປຮູ້ ພ້ອມກັນເລີຍ.

  1. ຫວ້ານຕີນຂີ້ເຂັບ: ໂດຍການ ນຳເອົາໃບສົດມັນມາຕຳໃຫ້ລະອຽດ ແລະປະສົມກັບເຫຼົ້າຂາວ ຫຼື ນໍ້າເຂົ້າ ມ້ວກກໍໄດ້ຈາກນັ້ນໃຫ້ຕອງເອົາແຕ່         ນໍ້າມາທາບໍລິເວນບາດແຜແລ້ວ ນຳກາກທີ່ໄດ້ມາພອກປະໄວ້ອີກ ຮອບຈະຊ່ວຍແກ້ພິດຂີ້ເຂັບໄດ້  ແລະ ຊ່ວຍລຸດອາການບວມນຳອີກ.
  2. ຜັກຕຳນິນ: ພຽງນຳຜັກ ຕຳນິນມາຕຳໃຫ້ລະອຽດຈາກນັ້ນ ປະສົມກັບເຫຼົ້າຂາວແລ້ວນຳມາ ພອກບໍລິເວນທີ່ຖືກຂີ້ເຂັບກັດຈະ ຊ່ວຍຖອນພິດຂີ້ເຂັບໄດ້ເປັນຢ່າງດີ.
  3. ຂິງແກ່: ໂດຍການນຳຂິງ ແກ່ມາຕຳໃຫ້ລະອຽດຈາກນັ້ນປະ ສົມກັບເຫຼົ້າຂາວແລ້ວຈຶ່ງນຳໄປ ພອກໄວ້ບໍລິເວນທີ່ຖືກຂີ້ເຂັບກັດ ຈະບັນເທົາອາການປວດ ແລະ ຊ່ວຍຖອນພິດໄດ້ອີກດ້ວຍ.

ຮຽບຮຽງໂດຍ: ຟ້າ