ໜ່ວຍພັກຄະນະໂຄສະນາອົບຮົມສາລະວັນ ສຳເລັດກອງປະຊຸມໃຫຍ່

  ໜ່ວຍພັກຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນໃນ ວັນທີ 29 ມັງກອນ 2020 ແລະ ສຳເລັດລົງໃນວັນດຽວກັນ,ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການແຂວງໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສິເຮັງ ຫອມ ສົມບັດ ຄະນະປະຈຳພັກແຂວງເລຂາໜ່ວຍພັກຫົວໜ້າຄະນະໂຄ ສະນາອົບຮົມແຂວງ, ມີບັນດາຄະນະໜ່ວຍພັກ, ສະມາຊິກພັກສົມ ບູນສຳຮອງ ແລະແຂກທີ່ຖືກເຊີນເຂົ້າຮ່ວມ.

  ສະຫາຍ ຄຳສິງ ແກ້ວອຳພອນ ຮອງເລຂາໜ່ວຍພັກຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຕີລາຄາຄືນການເຄື່ອນໄຫວຊີ້ນຳໆ ພາຂອງຄະນະພັກ-ຄະນະໂຄສະນາອົບຮົມແຂວງຕະຫຼອດໄລຍະ 5 ປີ(2015-2020)ຜ່ານມາໄດ້ຖືສຳຄັນດ້ານວຽກງານການເມືອງແນວຄິດ, ການຈັດຕັ້ງ, ແບບແຜນການນຳພາ ແລະການປະຕິບັດໜ້າທີ່ການເມືອງຈົນມີຜົນສຳເລັດຫຼາຍດ້ານເປັນຕົ້ນ: ໜ່ວຍພັກໄດ້ຮັບຮອງເປັນໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ 7 ຄັ້ງ, ຂະຫຍາຍສະມາຊິກພັກໄດ້ 11 ສະຫາຍທຽບໃສ່ແຜນປະຕິບັດໄດ້ 100%, ໄດ້ຊີ້ນຳໆພາ ແລະຊຸກຍູ້ ອົງການຈັດຕັ້ງມະຫາຊົນໄດ້ຮັບການຍ້ອງຍໍໃນຫຼາຍລະດັບໂດຍສະເພາະໜ່ວຍຮາກຖານກຳມະບານໄດ້ຮັບການຢັ້ງຢືນ 2 ດີ 5 ເປັນເຈົ້າ 2 ປີຕໍ່ເນື່ອງ,ໃບຢັ້ງຢືນ 5ເປັນເຈົ້າ 3 ປີຕໍ່ເນື່ອງ,ໜ່ວຍຊາວໜຸ່ມໄດ້ຮັບການຢັ້ງຢືນ 4 ບຸກ ແລະໜ່ວຍແມ່ຍິງໄດ້ຮັບການຢັ້ງຢືນເປັນໜ່ວຍແມ່ຍິງ 3 ດີ 5 ປີຕໍ່ເນື່ອງ,ພ້ອມດຽວກັນນັ້ນວຽກງານວິຊາສະເພາະໄດ້ເປັນເຈົ້າການຈັດຕັ້ງເຜີຍແຜ່,ເຊື່ອມຊຶມແນວທາງນະ ໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ ແລະອື່ນໆ ໄດ້ທັງໝົດ 70 ກວ່າຄັ້ງ, ວຽກງານໂຄສະນາປະຖະກະຖາໄດ້ເອົາໃຈໃສ່ປະຖະກະຖາວັນສຳຄັນຕ່າງໆຂອງພັກຂອງ ຊາດຂອງສາກົນ ແລະວັນອື່ນໆໄດ້ 90 ກວ່າຄັ້ງ,ອັນທີ່ພົ້ນເດັ່ນແມ່ນໄດ້ນຳພາສ້າງຕັ້ງກອງໂຄສະນາເຄື່ອນທີ່,ປະກອບບຸກຄະລາກອນ, ພາຫະນະ ແລະເຄື່ອງມືຈຳນວນໜຶ່ງເຂົ້າໃສ່ຢ່າງເໝາະສົມ,ຈັດຕັ້ງເຄື່ອນໄຫວໂຄສະນາໄດ້ 80 ຄັ້ງ ເຮັດໃຫ້ສັງຄົມຮັບຮູ້-ເຂົ້າໃຈຕໍ່ວຽກງານດັ່ງກ່າວຢ່າງກວ້າງ ຂວາງນອກນັ້ນໃນກອງປະຊຸມກໍ່ໄດ້ຜ່ານບົດສຳຫຼວດການນຳພາລວມຂອງໜ່ວຍພັກ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມແຂວງ 5 ປີ 2020-2024 ແລະຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກຊຸດໃໝ່.

   ກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ ເພື່ອສືບຕໍ່ຊີ້ນຳໆພາໜ່ວຍພັກ ກໍ່ຄືການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມແຂວງໃຫ້ມີຜົນສຳເລັດກວ່າເກົ່າ, ໃນນັ້ນກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເລືອກເອົາ ສະຫາຍ ຄຳສິງ ແກ້ວອຳພອນ ເປັນເລຂາໜ່ວຍພັກ, ສະຫາຍ ເປັງ ລາດຄຳພູມີ ເປັນຮອງເລຂາ ແລະສະຫາຍ ນາງ ບຸຜາ ສຸດທິຈັກ ເປັນຄະນະໜ່ວຍພັກທັງເປັນປະ ທານກວດກາ.

__________

ຂຽນໂດຍ: ທິດລານີ ໂຄດໂຍທາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ