ສະຫວັນນະເຂດເກັບຄ່າທຳນຽມທາງໄດ້ 54,1%

  ບັນຍາດການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ I ໄດ້ດຳເນີນ ໄປຢ່າງຟົດຟື້ນ ແລະມີຄວາມໝາຍ ຄວາມສຳຄັນຈັດຂຶ້ນເມື່ອທ້າຍເດືອນຜ່ານມາໂດຍໃນກອງປະຊຸມໄດ້ມີການນຳສະເໜີວຽກງານ ແລະບັນຫາທີ່ສຳຄັນຕ່າງໆ ຂອງແຂວງເພື່ອພິຈາລະນາ ແລະ ຮັບ ຮອງຈາກບັນດາສະມາຊິກສະພາປະຊາຊົນແຂວງ ແລະສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກ ຕັ້ງທີ 13 ກໍ່ຄືພາກສ່ວນກ່ຽວຂ້ອງ ຂັ້ນຕ່າງໆ ໃນນີ້ກໍ່ໄດ້ມີທ່ານ ສສຊ/ສສຂ ໄດ້ມີຄວາມສົນໃຈ ແລະສອບຖາມມາຍັງອຳນາດການ ປົກຄອງຂອງແຂວງກ່ຽວກັບການ ຈັດເກັບຄ່າທຳນຽມທາງ ແລະພາສີທີ່ດິນຜ່ານລະບົບທະນາຄານ ຊຶ່ງເຫັນວ່າກໍ່ມີຈຸດດີ ແລະຂໍ້ສະ ດວກຫຼາຍດ້ານ ແຕ່ຜ່ານການຈັດ ຕັ້ງປະຕິບັດຜ່ານມາກໍ່ຍັງເຫັນວ່າບາງດ້ານຍັງບໍ່ທັນໄດ້ເອື້ອອຳນວຍຄວາມສະດວກເທົ່າທີ່ຄວນ ແລະຍັງສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນໃນບາງເຂດໂດຍສະເພາະຜູ້ທີ່ຢູ່ຫ່າງໄກຈາກເຂດໃຫ້ບໍລິການຂອງທະນາຄານເຮັດໃຫ້ການຈັດເກັບລາຍຮັບດັ່ງກ່າວປະຕິບັດບໍ່ໄດ້ຕາມແຜນການ.

ຕໍ່ກັບບັນຫານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າ ແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານເສດຖະກິດໄດ້ຊີ້ແຈງຕໍ່ກອງປະຊຸມສະພາຄັ້ງນີ້ວ່າ: ພວກເຮົາໄດ້ຈັດຕັ້ງຂະບວນການເສຍຄ່າທຳນຽມທາງເພື່ອໃຫ້ທົ່ວສັງຄົມຮັບຮູ້ ແລະເຂົ້າຮ່ວມໃນການເສຍຄ່າທຳນຽມທາງຜ່ານລະບົບທະນາຄານ, ປະສານສົມທົບ ກັບເຈົ້າໜ້າທີ່ ປກສ ໃນການຕັ້ງຈຸດກວດກາທັງຫມົດ 16 ຄັ້ງ, ຕັ້ງໜ່ວຍບໍລິການ (BCOME) ຢູ່ດ່ານສາກົນຂົວມິດຕະພາບ 2; ພ້ອມກັນນັ້ນ ໄດ້ນໍາໃຊ້ເຄື່ອງບໍລິ ການ (BCOME) ໄປບໍລິການຢູ່ ບັນດາກຸ່ມບ້ານໃນນະຄອນ ໄກ ສອນ ພົມວິຫານ ແລະເມືອງສອງ ຄອນປະຈຸບັພວກເຮົາມີເຄື່ອງບໍລິການຊຳລະຄ່າທຳນຽມທາງ ຢູ່ຈໍານວນ 6 ເຄື່ອງ ໃນນີ້ບໍລິການຢູ່ນະຄອນໄກສອນພົມວິຫານ 2 ເຄື່ອງ, ເມືອງໄຊບູລີ, ເມືອງອາດສະພັງທອງ, ເຊໂປນ ແລະ ສອງຄອນເມືອງລະ 1 ເຄື່ອງ; ແນວໃດກໍ່ຕາມໃນປີ 2019 ພວກເຮົາສາມາດເກັບລາຍຮັບດັ່ງກ່າວໄດ້ 7,61 ຕື້ກີບ, ສາມາດປະຕິບັດໄດ້ພຽງແຕ່ 54,1% ເທົ່ານັ້ນໃນຈຳນວນພາຫານະທັງ ໝົດ 342.108 ຄັນ ໃນນີ້: ປະເພດລົດໃຫຍ່ 51.950 ຄັນ ກວມ 15,18%, ເສຍແລ້ວ 28.033 ຄັນ ຫຼື 53,96%, ປະ ເພດລົດຈັກ 290.158 ຄັນ, ກວມ 84,82%, ເສຍຄ່າທຳນຽມແລ້ວ 9.912 ຄັນ ຫຼື 3,42%.

  ໃນການຈັດຕັ້ງປະຕິບັດຕົວຈິງ ໃນປີ 2019 ເຫັນວ່າ: ມີຂໍ້ຈຳກັດ ແລະຄວາມຫຍຸ້ງຍາກໃນຫຼາຍດ້ານເຊັ່ນວ່າ: ການສະໜອງເຄື່ອງບໍລິການເສຍຄ່າທຳນຽມທາງມີຄວາມຊັກຊ້າ ແລະບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການເຮັດໃຫ້ການບໍລິການເສຍຄ່າທຳນຽມທາງ ແລະການນຳໃຊ້ມາດຕະການຂອງເຈົ້າໜ້າທີ່ກໍ່ມີຄວາມຊັກຊ້າ, ບາງປະເພດພາຫະນະກໍ່ມີຄວາມຫຍຸ້ງຍາກໃນການນໍາໃຊ້ມາດຕະການຂອງເຈົ້າໜ້າທີ່ໂດຍສະເພາະແມ່ນປະເພດລົດຈັກສ່ວນໃຫຍ່ນໍາໃຊ້ຢູ່ໃນເຂດຫ່າງໄກສະນັ້ນຈຶ່ງເຮັດໃຫ້ລາຍຮັບຄ່າທໍານຽມທາງປະເພດລົດຈັກຕໍ່າຫຼາຍ, ການບໍລິການຂອງທະນາຄານບໍ່ສາມາດເຂົ້າເຖິງຜູ້ຄຸ້ມຄອງ ແລະ ນໍາໃຊ້ພາຫະນະໄດ້ທັນກວ້າງຂວາງເທື່ອຍ້ອນມີຄ່າໃຊ້ຈ່າຍສູງ, ບາງເຂດບໍ່ມີສັນຍານອິນເຕີເນັດ ແລະອື່ນໆ.

   ໃນປີ 2020 ມີຄວາມຈຳເປັນຈະຕ້ອງໄດ້ອອກແຮງຢ່າງຕັ້ງໜ້າເຂົ້າໃນການໂຄສະນາເຜີຍແຜ່ລະບຽບກົດຫມາຍ,ຈະສືບຕໍ່ປະສານສົມທົບກັບພາກສ່ວນທະນາ ຄານ, ພາກສ່ວນ ປກສ, ຍທຂ, ອຳນາດການປົກຄອງ ແລະທຸກພາກສ່ວນກ່ຽວຂ້ອງເພື່ອຊຸກຍູ້ລະດັບຄວາມຕື່ນຕົວໃຫ້ທົ່ວສັງຄົມໄດ້ເຂົ້າຮ່ວມໃນການເສຍຄ່າທຳ ນຽມທາງ, ບໍລິການໃຫ້ທົ່ວເຖິງ ແລະນໍາໃຊ້ເຄື່ອງບໍລິການເສຍຄ່າທຳນຽມທາງໃຫ້ຫຼາຍຂຶ້ນ, ໄວຂຶ້ນກວ່າເກົ່າ; ພ້ອມກັນນັ້ນກໍ່ຈະເໜີໃນການນໍາໃຊ້ລາຍຮັບທີ່ໄດ້ຮັບຈາກທະນາຄານໃນອັດຕາ 3% ມອບໃຫ້ຂັ້ນບ້ານທີ່ມີສ່ວນຮ່ວມໃນການຊຸກຍູ້ການເສຍຄ່າທຳນຽມທາງຜ່ານລະບົບນີ້.

 ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຍັງໄດ້ຊີ້ແຈງໃຫ້ຮູ້ຕື່ມກ່ຽວກັບການຈັດເກັບພາສີທີ່ດິນຜ່ານລະບົບທຳນາຄານວ່າ: ໃນຕົ້ນປີ 2019 ກະຊວງການເງິນໄດ້ມີນະໂຍບາຍໃຫ້ຈັດເກັບພາສີ ທີ່ດິນຜ່ານລະບົບທະນາຄານແຕ່ໃນການຈັດຕັ້ງປະຕິບັດຕົວຈິງແມ່ນພົບຄວາມຫຍຸ້ງຍາກຫຼາຍຍ້ອນຄວາມພ້ອມຂອງຜູ້ທີ່ຈະເສຍພາສີທີ່ດິນ ແລະທະນາຄານຜູ້ໃຫ້ ບໍລິການເອງແມ່ນຍັງຢູ່ໃນລະດັບ ຕໍ່າຫຼາຍ ສະນັ້ນ,ກະຊວງການເງິນ ຈຶ່ງໄດ້ປັບປຸງ ແລະແນະນຳໃຫ້ຈັດ ຕັ້ງປະຕິບັດການເກັບພາສີທີ່ດິນຜ່ານ 2 ລະບົບຄື:ເສຍຜ່ານລະບົບທະນາຄານ ແລະ ມອບໃຫ້ນາຍບ້ານຈັດເກັບຄືປະຕີບັດໃນປີຜ່ານມາແຕ່ຕ້ອງຮັບປະກັນໃນການສະໜອງຂໍ້ມູນໃຫ້ທະນາ ຄານເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດການເສຍພາສີທີ່ດິນໃນປີຕໍ່ໆໄປຊຶ່ງໃນປີ 2019 ສາມາດເກັບລາຍຮັບໄດ້ 17 ຕື້ກວ່າກີບເທົ່າກັບ 90,57%(ແຜນ 18,78 ຕື້ກີບ), ທຽບໃສ່ປີກາຍ (16,95 ຕື້ກີບ), ເພີ່ມຂຶ້ນ 4,91% ຫຼື 58 ລ້ານກວ່າກີບ, (ອັດຕາສ່ວນການເສຍພາສີທີ່ດິນຜ່ານລະບົບທັນສະໄໝກວມພຽງ 9,07% ເທົ່ານັ້ນ).

   ຊຶ່ງການຈັດຕັ້ງປະຕິບັດຕົວຈິງໃນປີ 2019 ເຫັນວ່າ ມີຂໍ້ຈຳກັດ ແລະຄວາມຫຍຸ້ງຍາກ ຍ້ອນຄວາມ ພ້ອມໃນການຫັນເປັນທັນສະໄໝຍັງບໍ່ທັນສູງເທົ່າທີ່ຄວນນັບທັງພາກສ່ວນທະນາຄານທີ່ໃຫ້ບໍລິການ ແລະ ສະຕິຂອງຜູ້ປະຕິບັດພັນທະຊຶ່ງສະແດງອອກ: ມີການປັບປ່ຽນລະບົບການເກັບແຕ່ໃນສະພາບຕົວຈິງແມ່ນບໍ່ສາ ມາດປະຕິບັດໄດ້ ເຮັດໃຫ້ການເກັບພາສີທີ່ດິນຊັກຊ້າ, ເບື້ອງທະນາຄານບໍ່ທັນສາມາດສະໜອງເຄື່ອງ ຫຼືລະບົບບໍລິການເສຍພາສີທີ່ດິນໄດ້ເທື່ອເຮັດໃຫ້ພວກເຮົາບໍ່ສາມາດໄປບໍລິການຢູ່ບ້ານ ຫຼືກຸ່ມບ້ານໄດ້, ລະບົບທະນາຄານບໍ່ທັນທົ່ວເຖິງ ແລະກວ້າງຂວາງເທື່ອ, ຄວາມເຂົ້າໃຈໃນການນຳໃຊ້ລະບົບດັ່ງກ່າວຂອງຜູ້ປະຕິບັດພັນ ທະກໍຍັງມີຂໍ້ຈຳກັດຫຼາຍ.

  ສະນັ້ນ, ປີ 2020 ແມ່ນຈະຈັດເກັບຜ່ານ 2 ລະບົບຄືເກົ່າແຕ່ພວກເຮົາຈະຕ້ອງໄດ້ເພີ່ມທະວີໃນການເຜີຍແຜ່ຢ່າງກວ້າງຂວາງຕື່ມ, ສືບຕໍ່ສົມທົບກັບທະນາຄານ ເພື່ອ ໃຫ້ທະນາຄານສະໜອງເຄື່ອງ ຫຼື ລະບົບບໍລິການເສຍພາສີທີ່ດິນ (BCOME) ໃຫ້ພວກເຮົາສາ ມາດເອົາໄປບໍລິການຢູ່ບ້ານ, ກຸ່ມ ບ້ານທີ່ມີໃບຕາດິນ, ສ່ວນບ້ານທີ່ ບໍ່ມີໃບຕາດິນແມ່ນຈະມອບໃຫ້ ບ້ານເປັນຜູ້ເກັບ, ຫັກບໍາເນັດໃຫ້ ບ້ານ ແລ້ວມອບຜ່ານຄັງເງິນ; ແຕ່ແນວໃດກໍ່ຕາມ ອຳນາດການ ປົກຄອງຕ້ອງໃຫ້ຄວາມຮ່ວມມື ແລະ ຊຸກຍູ້ໃນລະດັບສູງຂຶ້ນກວ່າເກົ່າ, ຂໍຄວາມຮ່ວມມື-ຊ່ວຍເຫຼືອ ຈາກຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນການລົງປະເມີນເນື້ອທີ່ ດິນຄືນໃໝ່ໃຫ້ສອດຄ່ອງກັບຄວາມເປັນຈິງໃນບັນດາບ້ານທີ່ບໍ່ມີໃບຕາດິນ ຫຼືເສຍພາສີທີ່ດິນບໍ່ໄປຕາມເນື້ອທີ່ (ເສຍເປັນຕອນດິນ) ຊຶ່ງຈະເປັນສ່ວນໜຶ່ງເຮັດໃຫ້ລາຍຮັບດັ່ງກ່າວເພີ່ມຂຶ້ນ.

__________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ