ເມືອງສອງຄອນ ລວມຍອດຜະລິດຕະພັນພາຍໃນບັນລຸ 1,4 ພັນຕື້ກີບ

 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສອງຄອນຄັ້ງທີ VII ໄດ້ໄຂຂຶ້ນ ແລະອັດລົງຢ່າງເປັນທາງການໃນລະຫວ່າງວັນທີ 30-31 ມັງກອນ 2020 ດ້ວຍຜົນສຳເລັດຢ່າງຈົບງາມທີ່ສະໂມສອນຂອງເມືອງດັ່ງກ່າວພາຍໃຕ້ການເປັນກຽດເຂົ້າຮ່ວມຂອງສະຫາຍ ໂພໄຊ ໄຊຍະສອນ ຮອງເລຂາພັກແຂວງຮອງເຈົ້າແຂວງສະ ຫວັນນະເຂດ, ທ່ານ ພັອ ລຳຄູນ ວໍລະວົງ ຮັກສາການເລຂາພັກເມືອງເຈົ້າເມືອງສອງຄອນ, ຈາກນີ້ກໍ່ມີການນຳຂອງເມືອງອ້ອມຂ້າງ,ພະແນກການກົມກອງຂອງແຂວງ ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນຈຳນວນ 171 ສະຫາຍ, ຍິງ 12 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງເຂົ້າຮ່ວມ.

  ໂອກາດນີ້, ສະຫາຍ ພັອ ລຳຄູນ ວໍລະວົງ ກໍ່ໄດ້ຂຶ້ນກ່າວໄຂກອງປະຊຸມຢ່າງເປັນທາງການພ້ອມທັງຜ່ານບົດລາຍງານການເມືອງພາກ I ແລະພາກ II ເພື່ອຕີ ລາຄາໝາກຜົນແຫ່ງການຊີ້ນຳໆພາຂອງອົງຄະນະພັກເມືອງສະໄໝທີ VI ໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ໃຫ້ຮູ້ວ່າ: ໃນຕະຫຼອດຊຸມປີທີ່ຜ່ານມາ, ເຖິງວ່າເມືອງຂອງພວກເຮົາໄດ້ປະສົບກັບສິ່ງທີ່ທ້າທາຍຫຼາຍປະການແຕ່ດ້ວຍຈິດໃຈປະຕິວັດ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນພາຍໃຕ້ການຊີ້ນຳໆພາຂອງອົງຄະນະພັກເມືອງພວກເຮົາສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະ ກິດມີການຂະຫຍາຍຕົວຕໍ່ເນື່ອງ, ວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາໃຫ້ມີຄວາມສີວິໄລ ແລະຍຸຕິທຳ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງປົວແປງດີຂຶ້ນເປັນກ້າວໆມາ. ທົ່ວເມືອງມີ 14 ຄະ ນະພັກຮາກຖານ, ເພີ່ມຂຶ້ນ 1 ຮາກຖານ, ມີໜ່ວຍພັກທັງໝົດ 125 ໜ່ວຍ, ເພີ່ມຂຶ້ນ 11 ໜ່ວຍ, ມີສະມາຊິກພັກທັງໝົດ 1.929 ສະຫາຍ, ຍິງ 506 ສະຫາຍ, ເພີ່ມຂຶ້ນ 729 ສະຫາຍ.

 ທາງດ້ານການພັດທະນາເສດຖະກິດໄດ້ມີການຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ ແລະຖືກທິດດ້ວຍອັດຕາການຂະຫຍາຍຕົວສະເລ່ຍ 6%, ລວມຍອດຜະລິດຕະ ພັນພາຍໃນ GDP ບັນລຸໄດ້ 1.498 ຕື້ກວ່າກີບ, ທຽບໃສ່ປີ 2014 ເພີ່ມຂຶ້ນ 466 ຕື້ກວ່າກີບ, ສະເລ່ຍ ໃສ່ຫົວຄົນໄດ້ 14,39 ລ້ານກີບ ຫຼືເທົ່າກັບ 1.766 ໂດລາຕໍ່ຄົນຕໍ່ປີ, ການຜະລິດກະສິກຳໄດ້ຫັນໄປຕາມທິດຍືນຍົງ ແລະຜະລິດເປັນສິນຄ້າເປັນຕົ້ນການຜະລິດເຂົ້ານາປີ, ນາແຊງ ໄດ້ 125.053 ກວ່າໂຕນຕໍ່ປີ.

 ນອກນັ້ນຍັງໄດ້ປູກພືດລະດູແລ້ງ, ລະດູຝົນ, ພືດອຸດສາຫະກຳ ແລະລ້ຽງສັດທັງແບບຄອບຄົວ ແລະແບບເປັນຟາມທີ່ໄດ້ມີການຂະຫຍາຍຕົວເຮັດໃຫ້ຂະບວນການ ຜະລິດນັບມື້ຫັນໄປສູ່ອັນໃໝ່ທີ່ກ້າວໜ້າ ແລະມີປະສິດທິຜົນສູງກວ່າເກົ່າ, ຄອບຄົວທຸກຍາກຂອງເມືອງໄດ້ຫຼຸດລົງຈາກ 0,33% ຍັງເຫຼືອ 0,04%, ບ້ານພັດ ທະນາຮອບດ້ານຕາມທິດ 3 ສ້າງເພີ່ມຂຶ້ນຈາກ 20 ບ້ານມາເປັນ 43 ບ້ານ, ເທົ່າກັບ 45,26% ຂອງຈຳນວນບ້ານທັງໝົດສາມາດປະກາດບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ 2 ບ້ານ, ການລົງທຶນເຂົ້າໃສ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນ 5 ປີ ມີຈຳນວນ 183 ໂຄງການ, ມູນຄ່າ 535,21 ຕື້ກີບ, ພື້ນຖານໂຄງລ່າງດ້ານຕ່າງໆໄດ້ຮັບການພັດທະນາດີຂຶ້ນ, ລະບົບເສັ້ນທາງຄົມມະນາຄົມເຊື່ອມຕໍ່ລະຫວ່າງເມືອງຫາບ້ານ ແລະ ບ້ານຕໍ່ບ້ານໄດ້ຮັບການພັດ ທະນາດີຂຶ້ນ, ບ້ານຊົມໃຊ້ໄຟຟ້າກວມ 98,94%,ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສາມາດປະຕິບັດໄດ້ 39,58 ຕື້ກີບ, ເທົ່າກັບ 94,47% ຂອງແຜນການ.

  ກອງປະຊຸມຍັງໄດ້ຮັບຟັງການຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2020- 2024) ຈາກສະຫາຍສົມພານສີທອງຄຳຮອງເຈົ້າເມືອງສອງຄອນ ແລະຮັບຟັງການປະກອບຄຳຄິດຄຳເຫັນຈາກຂົງເຂດຕ່າງໆ ແລະບັນດາເມືອງອ້ອມຂ້າງຕື່ມອີກ.

  ໂອກາດນີ້, ບັນດາສະຫາຍຜູ້ແທນສົມບູນກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຊຶ່ງມີຜູ້ລົງສະໝັກທັງ ໝົດ 29 ສະຫາຍ, ຍິງ 6 ສະຫາຍ ໃນນີ້ເລືອກເອົາ 25 ສະຫາຍ ຊຶ່ງຜົນຈາກການປ່ອນບັດ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາ ສະຫາຍ ພັອ ລຳຄູນ ວໍລະວົງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ພຸດທະວົງ ພົມມະຈັກ ເປັນຮອງເລຂາ, ສະຫາຍ ສິລິ ບົວພັນ ເປັນຮອງເລຂາ ທັງເປັນປະທານກວດກາພັກເມືອງ,ສະຫາຍ ຄຳສິງ ກຸເພັດວົງໄຊ,ສະຫາຍ ພັທ ຄອນສະຫວັດ ໄຊຍະສານ,ສະຫາຍ ລິນທອງ ບຸນທະມາລີ, ສະຫາຍ ພູວົງ ພົມມະເທດ ເປັນຄະນະປະຈຳພັກເມືອງ ແລະອີກ 18 ສະຫາຍ ເປັນກຳມະການພັກເມືອງ.

__________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ