ເມືອງພູວົງສຳເລັດກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ V

ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ເມືອງພູວົງ ແຂວງອັດຕະປື ໄດ້ໄຂຂຶ້ນໃນວັນທີ 29-30 ມັງກອນ 2020, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ບຸນນາວ ຈັນດອນ ເລຂາພັກເມືອງ, ເຈົ້າເມືອງ-ເມືອງພູວົງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງເຈົ້າແຂວງ, ມີຄະນະຈັດຕັ້ງຈາກສູນກາງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ,ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງອ້ອມຂ້າງເຂົ້າຮ່ວມ.

  ສະຫາຍ ບຸນນາວ ຈັນດອນ ໄດ້ ກ່າວໄຂກອງປະຊຸມຢ່າງເປັນທາງ ການ ພ້ອມທັງຜ່ານຮ່າງລາຍງານ ການເມືອງທັງສອງພາກຊຶ່ງໄດ້ທົບທວນ ແລະຕີລາຄາຄືນການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ IV ໂດຍຍົກໃຫ້ເຫັນ ເຖິງຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການ ປະຕິບັດໜ້າວຽກຕົວຈິງ, ພ້ອມທັງໄດ້ກໍານົດທິດທາງ ແລະຄາດໝາຍສູ້ຊົນ 5 ປີຕໍ່ໜ້າ (2019-2024), ໄລຍະຜ່ານມາທົ່ວເມືອງຍັງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ໂດຍພື້ນຖານ, ເສດຖະກິດໄດ້ຮັບ ການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພີ່ມຂຶ້ນອັດຕາເສດຖະກິດສະເລ່ຍ ໃນລະດັບ7,2% ຕໍ່ປີ, ຂະແໜງ ກະສິກຳ-ປ່າໄມ້ ບັນລຸໄດ້ 81,309 ລ້ານກີບ ກວມເອົາ 35% ຂອງ (GDP), ອຸດສະຫາກຳ ບັນລຸໄດ້ 53,809ຂອງ (GDP), ບໍລິການບັນລຸໄດ້ 98,352 ລ້ານກີບ ກວມເອົາ 42% ຂອງ (GDP), ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 454 ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ປີ 2014 ເຫັນໄດ້ວ່າຊີວິດການເປັນຢູ່ຂອງປະຊາ ຊົນດີຂຶ້ນ ແລະທຽບ ໃສ່ແຜນການ 5 ປີປະຕິບັດໄດ້ບັນ ລຸຄາດໝາຍ, ປີ 2015 ອີງໃສ່ການ ປະເມີນຄອບຄົວໝົດ 2.636 ຄອບ ຄົວ ໃນນັ້ນ ຄອບຄົວທຸກຍາກ 429 ຄອບຄົວ ກວມເອົາ 16,27%, ປີ 2019 ຈຳນວນຄອບຄົວເພິ່ມຂຶ້ນ 3.086 ຄອບຄົວ ໃນນັ້ນຈຳນວນ ຄອບຄົວພັດທະນາ 2.254 ຄອບຄົວກວມເອົາ 73% ຂອງຈຳນວນຄອບຄົວທັງໝົດພ້ອມນີ້ຍັງມີດ້ານວຽກງານອື່ນໆ.

 ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະບົດສຳຫຼວດການນຳພາລວມຂອງຄະນະ ພັກ ຊຸດເກົ່າ ແລະໄດ້ດຳເນີນການປ່ອນ ບັດເລືອກຕັ້ງເອົາຄະນະບໍລິຫານ ງານພັກເມືອງຊຸດໃໝ່ ຊຶ່ງມີຜູ້ຮັ ສະໝັກທັງໝົດ 29 ສະຫາຍ, ຍິງ 8 ສະຫາຍ, ໃນນີ້ເລືອກເອົາ 25 ສະຫາຍ,ກອງປະຊຸມປະຖົມມະລຶກໄດ້ຕົກລົງເລືອກເອົາສະຫາຍ ສຸລິຈັນ ໂຊກຄຳຈັນ ເປັນເລຂາຄະນະບໍລິຫານງານພັກເມືອງຄົນໃໝ່, ສະຫາຍ ຄຳໃບ ແກ້ວມະນີ ເປັນຮອງເລຂາ ແລະເປັນປະທານຄະນະກວດກາພັກເມືອງ, ສະຫາຍ ສີທົນ ຊາວພູວົງ ຮອງເລຂາ, ສະຫາຍນາງ ພົງສິດ ໄຊສົງຄາມ, ສະ ຫາຍ ພັທ ຄຳກ້ອນ ດວງສົມປານ, ສະຫາຍ ຄຳເກີດບຸດດາວັນ ແລະ ສະຫາຍ ຄຳຊຽງ ພິມມະຈັນ ເປັນ ຄະນະປະຈຳ ແລະອີກ 18 ສະຫາຍ ກຳມະການພັກເມືອງ.

  ກອງປະຊຸມຍັງໄດ້ຮັບຟັງການ ໂອ້ລົມຂອງ ສະຫາຍ ເລັດ ໄຊຍະພອນ ເລຂາຄະນະບໍລິຫານງານ ພັກແຂວງເຈົ້າແຂວງ ໂດຍສະຫາຍ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານ ງານພັກເມືອງຊຸດໃໝ່ເອົາໃຈໃສ່ ເພີ່ມທະວີໃນການສຶກສາອົບຮົມການເມືອງ-ແນວຄິດ,ນໍາເອົາແນວ ທາງ,ມະຕິ,ຄໍາສັ່ງຂອງພັກ,ລະບຽບກົດໝາຍຂອງລັດ ເຜີຍແຜ່ເຊື່່ອມຊຶມໃຫ້ແກ່ຖັນແຖວພະນັກ ງານ-ສະມາຊິກພັກ ແລະປະຊາຊົນບັນດາເຜົ່າຢ່າງທົ່ວເຖິງ, ເສີມຂະຫຍາຍຄວາມສາມະຄີເປັນປຶກແຜ່ນຂອງປະຊາຊົນ, ຊັ້ນຄົນບັນດາເຜົ່າ, ເສີມຂະຫຍາຍຈິດໃຈເປັນເຈົ້າຕົນ ເອງ ເພິ່ງຕົນເອງສ້າງຄວາມຮັ່ງມີ ເຂັ້ມແຂງດ້ວຍຕົນເອງໃຫ້ເປັນຮູບ ປະທຳຫຼາຍຂຶ້ນ, ຕັ້ງໜ້າແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວພະນັກງານ,ສະມາຊິກພັກ ແລະໃນໝູ່ປະຊາຊົນເປັນຕົ້ນແມ່ນ ບັນຫາປາກົດການຫຍໍ້ທໍ້ຂອງສັງຄົມ ແລະອື່ນໆ ທີ່ຂັດກັບລະບຽບກົດໝາຍ, ນອກຈາກນັ້ນ, ສະຫາຍ ກໍ່ຊີ້ທິດເຍືອງທາງໃຫ້ຄະນະບໍລິ ຫານງານພັກເມືອງຊຸດໃໝ່ (ຊຸດທີ V) ນຳໄປຈັດຕັ້ງປະຕິບັດ ແລະ ເຜີຍແຜ່ມະຕິຂອງກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ເປັນແຜນງານ-ໂຄງການລະອຽດ, ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.