ຄຊປປລ ກວຕ ມອບເຄື່ອງໃຫ້ ປກສ-ປກຊ ເມືອງສັງທອງ

 ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງວິທະຍາສາດ ແລະເຕັກໂນໂລຊີ, ທັງເປັນການປະກອບສ່ວນສ້າງຂະບວນການຂໍ່ານັບຮັບຕ້ອງກອງປະຊຸມໃຫຍ່ອົງຄະນະພັກເມືອງສັງທອງ ແລະເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 71 ປີ (20 ມັງ ກອນ 1949-20 ມັງກອນ 2020) ທີ່ຫາກໍຜ່ານພົ້ນໄປ, ໃນວັນທີ 29 ມັງກອນຜ່ານມາ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ (ຄຊປປລ ກວຕ) ນຳໂດຍສະຫາຍ ພຸດທະສັກ ວິຈິດຕຣາ ເລຂາ ຄຊປປລ ກວຕ ພ້ອມດ້ວຍຄະນະໄດ້ມອບເຄື່ອງໃຫ້ແກ່ກອງບັນຊາ ການ ປກສ-ປກຊ ເມືອງສັງທອງ ນະຄອນຫຼວງວຽງຈັນ.

  ສະຫາຍ ພຸດທະສັກ ວິຈິດຕຣາ ໄດ້ຕາງໜ້າໃຫ້ແກ່ບັນດາສະມາຊິກຊາວໜຸ່ມທົ່ວກະຊວງ ກ່າວຍ້ອງ ຍໍຊົມເຊີຍຄະນະພັກ-ຄະນະນຳ ເມືອງສັງທອງເວົ້າລວມ, ເວົ້າສະ ເພາະແມ່ນຄະນະບັນຊາການ ປກສ-ປກຊ ເມືອງສັງທອງທີ່ຍາມໃດກໍໄດ້ສຸມສະຕິປັນຍາເພື່ອຊີ້ນຳ-ນຳພາບັນດາກົມກອງເຮັດໜ້າທີ່ການປະຕິບັດວຽກງານປ້ອງກັນ ຊາດປ້ອງກັນຄວາມສະຫງົບ ດ້ວຍດີຕະຫຼອດມາ ອັນໄດ້ເຮັດໃຫ້ສະພາບການຮອບດ້ານຂອງເມືອງສັງທອງ ມີຄວາມສະຫງົບປອດໄພ, ພ້ອມທັງໄດ້ມອບວັດຖຸປັດໄຈຈຳນວນໜຶ່ງໃຫ້ແກ່ກອງບັນຊາການ ປກສ-ປກຊ ເມືອງສັງທອງ ປະກອບມີ: ຊຸດດອກໄຟທີ່ນຳໃຊ້ພະລັງງານແສງຕາເວັນຂະໜາດ 50 ວັດ ຈຳນວນ 10 ຊຸດ, ຕູ້ນໍ້າ ເຢັນ 2 ໜ່ວຍ ແລະອຸປະກອນເຄື່ອງ ຫຼິ້ນກີລາຈຳນວນໜຶ່ງ ລວມມູນຄ່າ 8 ລ້ານກີບໂດຍຕາງໜ້າຮັບແມ່ນ ສະຫາຍ ພັນໂທ ສີວິໄລ ພູມນະວົງ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ແລະສະຫາຍ ພັນ ໂທ ບົວລອຍ ໄຊຈະເລີນສຸກ ຫົວ ໜ້າການທະຫານ ເມືອງສັງທອງ ໂດຍມີສະຫາຍ ດາວເພັດ ອາລຸນ ເຈົ້າເມືອງເມືອງສັງທອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

  ຈາກນັ້ນ, ສະຫາຍພັນໂທ ສີວິໄລ ພູມນະວົງ ໄດ້ກ່າວຄຳຂອບໃຈຕໍ່ ຄຊປປລ ກວຕ ທີ່ນຳເອົາເຄື່ອງມາໃນຄັ້ງນີ້ພ້ອມຈະນຳໃຊ້ໃຫ້ ເກີດປະໂຫຍດສູງສຸດ ແລະໃຫ້ສັນຍາວ່າຈະສືບຕໍ່ເຮັດໜ້າທີ່ວິຊາສະເພາະໃນການຮັກສາຄວາມສະຫງົບພາຍໃນເມືອງສັງທອງຕາມທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງຢ່າງດີທີ່ສຸດ.

   ຄຊປປລ ກວຕ ຍັງໄດ້ຢ້ຽມຊົມ ສວນ ສີວິໄລ ກະສິກຳອິນຊີຕັ້ງຢູ່ ບ້ານຫ້ວຍນາໝໍ້ ເມືອງສັງທອງ. ສວນດັ່ງກ່າວເປັນສວນກະສິກຳຕົ້ນແບບທີ່ສຳເລັດການທົດ ລອງປູກຈົນສາມາດສົ່ງອອກເປັນສິນຄ້າໄດ້ຊຶ່ງມີພືດຜັກ ແລະໝາກໄມ້ຫຼາຍຊະນິດທີ່ປູກແບບປະສົມປະສານເຊັ່ນ: ໝາກຫຸ່ງ, ໝາກສີດາ, ໝາກນາວ, ຜັກສະ ຫຼັດ, ຜັກບົ້ງ, ຫອມປະເພດຕ່າງໆ, ໄມ້ໄຜ່ ແລະອື່ນໆອີກ.