ຜົນການແຂ່ງຂັນຮູບເງົາເລື່ອງສັ້ນ

ບໍລິສັດ ຄ່າຍເຊັນ ຈຳກັດ ຜູ້ດຽວຮ່ວມກັບກົມຮູບເງົາກະຊວງຖະແຫຼ່ງຂ່າວວັດທະນະທຳ ແລະທ່ອງທ່ຽວໄດ້ຈັດກິດຈະກຳແຂ່ງຂັນຮູບເງົາເລື່ອງສັ້ນເພື່ອເປີດໂອກາດໃຫ້ນັກຮຽນ, ນັກສຶກສາໃນຂອບເຂດທົ່ວປະເທດໄດ້ສ້າງວີດີໂອສັ້ນຕາມຈິນຕະນາການ ແລະຄວາມຕ້ອງການຂອງນັກສຶກສາ, ຮອບຕັດສິນໄດ້ຈັດຂຶ້ນວັນທີ 31 ມັງ ກອນ 2020 ທີ່ໂຮງຮູບເງົາຊິດຕີ້ເພລັກຊ໌ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ຈິນດາວັນ ຈັນດາລາ ຜູ້ຈັດການໂຮງຮູບເງົາຊິດຕີ້ເພລັກຊ໌ ບັນດາທ່ານແຂກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ຮູບເງົາທີ່ນຳມາແຂ່ງຂັນມີຂໍ້ກຳນົດບໍ່ໃຫ້ມີການໂຄສະນາສິ່ງມຶນເມົາ, ສິ່ງເສບຕິດ ແລະປາສະຈາກການໃຊ້ຄວາມຮຸນແຮງທີ່ຈະເປັນຜົນສະທ້ອນຕໍ່ສັງຄົມໂດຍແບ່ງ ອອກເປັນ 4 ຫົວຂໍ້ຄື: ຊີວິດຂອງອາຈານທີ່ມາສອນນັກຮຽນ; ພໍ່ແມ່ທີ່ເສຍສະຫຼະເພື່ອໃຫ້ລູກໄດ້ໄປໂຮງຮຽນ; ອ້າຍ, ເອື້ອຍທີ່ເສຍ ສະຫຼະໃຫ້ນ້ອງໄດ້ໄປໂຮງຮຽນ ແລະຫົວຂໍ້ກ່ຽວກັບເດັກນ້ອຍທີ່ ຕັ້ງໃຈຢາກໄປໂຮງຮຽນ ຊຶ່ງແຕ່ ລະຫົວຂໍ້ ມີຄວາມຍາວ 5-10 ນາ ທີ; ການສ້າງກິດຈະກໍາດັ່ງກ່າວ ແນໃສ່ສົ່ງເສີມວັດທະນະທໍາ ແລະ ເຮັດໃຫ້ນັກຮຽນໄດ້ຮູ້ຈັກການສ້າງຮູບເງົາເລື່ອງສັ້ນທັງເປັນການສ້າງກິດຈະກຳຮ່ວມກັນລະຫວ່າງນັກຮຽນກັບຄູ-ອາຈານ ແລະຄອບຄົວທັງເຮັດໃຫ້ນັກຮຽນ ມີແນວຄິດພັດທະນາໃນການຮຽນຮູ້ ແລະເຫັນຄວາມສຳຄັນຂອງການຮໍ່າຮຽນ.

   ຜ່ານການແຂ່ງຂັນຄັດເລືອກສາມາດຄັດເລືອກໄດ້ສາຍສາມັນລາງວັນທີ 1 ໄດ້ແກ່ເລື່ອງຂີ້ເຫຍື້ອຂອງພໍ່ປຶ້ມກັບສໍຂອງລູກຜົນງານຈາກໂຮງຮຽນຊ້າງນ້ອຍໄດ້ຮັບ ເງິນລາງວັນ 3 ລ້ານກີບ, ລາງວັນທີ 2 ໄດ້ແກ່ ເລື່ອງຄວາມຝັນ ທີ່ເປັນຈິງ ຜົນງານຂອງໂຮງຮຽນ ມຊ ສາທິດ ໄດ້ຮັບເງິນລາງວັນ 2 ລ້ານກີບ ແລະລາງວັນທີ 3 ໄດ້ແກ່ ເລື່ອງດ້າມພ້າຂອງພໍ່ ຜົນ ງານຂອງໂຮງຮຽນແສງວິໄລ ໄດ້ຮັບລາງວັນ 1 ລ້ານກີບ ສ່ວນ ສາຍວິຊາຊີບ ລາງວັນທີ 1 ໄດ້ແກ່ເລື່ອງ ຍ້ອມເມື່ອຍຜົນງານຂອງສະຖາບັນສີມືແຮງງານລາວເກົາຫຼີໄດ້ຮັບເງິນລາງວັນ 5 ລ້ານກີບ, ລາງວັນທີ 2 ເລື່ອງ ມາຍໂຣດຜົນງານຂອງມະຫາວິທະຍາໄລແຫ່ງຊາດຄະນະວິສະວະກຳສາດໄດ້ຮັບເງິນລາງວັນ 3ລ້ານກີບ ແລະລາງວັນທີ 3ໄດ້ແກ່ເລື່ອງເບື້ອງຫຼັງຜົນງານຂອງຄະນະສຶກສາສາດມະຫາວິທະຍາໄລແຫ່ງຊາດໄດ້ຮັບເງິນລາງວັນ 1ລ້ານກີບ.

_____________

ຂຽນໂດຍ: ແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ