ສຽວມີ່ພັດທະນາກ້ອງຮ່ວມກັບ 3 ແບຣນ ແຄນນອລ ນິຄອນ ຫຼື ເຮສເຊລເບລດ

 ກ້ອງດິຈິຕອລກາຍເປັນຟີ ເຈີຫຼັກຂອງສະມາດໂຟນທີ່ດຶງດູດຜູ້ໃຊ້ງານຫຼາຍທີ່ສຸດໃນໄລຍະຫຼາຍປີທີ່ຜ່ານມາເຮັດໃຫ້ຜູ້ຜະລິດສະມາດໂຟນຕ່າງແຂ່ງຂັນກັນພັດທະນາກ້ອງເປັນພິເສດ ແລະເພື່ອໃຫ້ການພັດທະນາກ້າວໜ້າໄປຢ່າງວ່ອງໄວບາງບໍລິສັດເລືອກທີ່ຈະຈັບມືກັບຜູ້ຜະລິດກ້ອງໂດຍກົງດັ່ງ ເຊັ່ນHuawei ຈັບມືກັບ Leica, Nokia ກັບ Zeiss, Motorola ກໍເຄີຍເຮັດວຽກຮ່ວມກັບ Hasse  lblad ສຳລັບ Moto Mod ຈຶ່ງບໍ່ໜ້າແປກໃຈທີ່ Xiaomi ຈະດຳ ເນີນຮອຍຕາມ.

Xiaomi ກຳລັງວາງແຜນທີ່ຈະພັດທະນາກ້ອງຮ່ວມກັບບໍລິສັດກ້ອງຊັ້ນນຳ? ເລື່ອງນີ້ບໍ່ໄດ້ຮັບ ການເປີດເຜີຍຢ່າງຊັດເຈນແຕ່ Xiaomi ກຳລັງໂຍນຄຳຖາມດ້ວຍ ການເປີດຮັບຟັງສຽງຈາກຜູ້ໃຊ້ ງານຜ່ານທາງ Weibo ໂດຍ ໂຫວດວ່າຕ້ອງການໃຫ້ Xiaomiທຳງານຮ່ວມກັບຜູ້ຜະລິດກ້ອງລາຍໃດຈາກ 3 ລາຍຕໍ່ໄປນີ້ຄື Canon,Nikon,Hasselblad ແລະຍັງມີອີກຕົວເລືອກໜຶ່ງຄືບໍ່ ຕ້ອງຈັບມືກັບໃຜເລີຍ ແລະຜົນຈາກ ການໂຫວດເປັນ Hasselblad ທີ່ໄດ້ຮັບຄະແນນສຽງຫຼາຍທີ່ສຸດ.

ຢ່າງໃດກໍຕາມຍັງບໍ່ມີຄວາມຊັດເຈນວ່າ Xiaomi ຈະຮັບຟັງສຽງສ່ວນໃຫຍ່ ຫຼື ບໍ່ແຕ່ທີ່ຊັດເຈນ ກໍຄື Xiaomi ມີແນວຄິດໃນການຈັບມືກັບຜູ້ຜະລິດກ້ອງຊັ້ນນຳເພື່ອເລ່ງພັດທະນາຄຸນນະພາບກ້ອງໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ໂດຍບໍ່ຕ້ອງໃຊ້ເວລາດົນເກີນໄປ.