ສາເຫດ ແລະວິທີປ້ອງກັນເປັນຕະຄິວ

   ອາການຂອງຄົນເປັນຕະຄິວ ມີອາການຂອງກ້າມເນື້ອບາງມັດ ຫຼື ຫຼາຍໆມັດຢ່າງແຮງ ໂດຍບັງຄັບບໍ່ໄດ້ຖ້າຄຳເບິ່ງຈະພົບວ່າກ້າມເນື້ອ ແຂງເປັນລຳປວດກ້າມເນື້ອທີ່ເກັງ ນັ້ນຄືກັບວ່າກ້າມເນື້ອຖືກທຸບຢ່າງ ແຮງ ຫຼື ຄືກັບວ່າກ້າມເນື້ອຖືກຍຸ້ມ ຢ່າງແຮງເຄື່ອນໄຫວຂໍ້ຕໍ່ທີ່ໃກ້ກັບກ້າມເນື້ອທີ່ເປັນຕະຄິວໄດ້ລຳບາກ,ຕະຄິວໝາຍເຖິງການຫົດໂຕຂອງ ກ້າມເນື້ອຢ່າງຮຸນແຮງເປັນເວລາ ຕໍ່ເນື່ອງກັນດົນໆ ໂດຍບໍ່ໄດ້ຕັ້ງໃຈ ເຮັດອາດເປັນກ້າມເນື້ອກຸ່ມດຽວ ຫຼື ຫຼາຍໆກຸ່ມກໍໄດ້ຕະຄິວອາດຈະເກີດ ໄດ້ຈາກຫຼາຍໆສາເຫດ.

 * ສາເຫດພາໃຫ້ເປັນຕະຄິວ:

  1. ພາວະທີ່ຮ່າງກາຍຂາດນໍ້າ ແລະເກືອ.
  2. ກ້າມເນື້ອອ່ອນແອ ແລະ ເກັງໂຕຈາກການເຮັດວຽກ.
  3. ລະບົບໄຫຼວຽນຂອງເລືອດໄປລ້ຽງກ້າມເນື້ອບໍ່ພຽງພໍ.
  4. ພາວະຄຽດທາງຈິດໃຈມີ ຜົນໃຫ້ກ້າມເນື້ອຄຽດ ຫຼື ດຶງໂຕ ຫຼາຍເກີນໄປ.

* ວິທີປ້ອງກັນເປັນຕະຄິວ:

  1. ຄວນອອກກໍາລັງກາຍຢູ່ສະ ໝໍ່າສະເໝີ.
  2. ດື່ມນໍ້າປະສົມເກືອເລັກໜ້ອຍກ່ອນຫຼິ້ນກີລາ.
  3. ຄວນມີການອຸ່ນເຄື່ອງເຊັ່ນ: ການແລ່ນຊ້າໆກາຍບໍລິຫານກ່ອນການແຂ່ງຂັນກີລາທຸກຄັ້ງ.
  4. ນວດກ້າມເນື້ອເບົາໆກ່ອນ ແລະຫຼັງການແຂ່ງຂັນກີລາ. 
  5. -----

 

  1. ຮຽບຮຽງໂດຍ: ຟ້າ