ເສດຖະກິດແຂວງໄຊຍະບູລີ ຂະຫຍາຍຕົວ 8%

  ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນໍາວຽກງານເສດຖະກິດຂອງແຂວງ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາແຂວງໄຊຍະບູລີ ແມ່ນພົບ ກັບໄພພິບັດທາງທໍາມະຊາດເຊັ່ນ: ໄພແຫ້ງແລ້ງ, ແຜ່ນດິນໄຫວ, ການ ລະບາດຂອງບົ້ງທໍາລາຍຜົນລະປູກ, ພະຍາດອະຫິວາໝູ ແລະອື່ນໆ ອັນໄດ້ສົ່ງຜົນສະທ້ອນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ແຂວງໂດຍກົງ, ແຕ່ພາຍໃຕ້ການ ຊີ້ນໍາ-ນໍາພາຂອງອົງການປົກຄອງ ທຸກຂັ້ນ, ໄດ້ເຮັດໃຫ້ແຂວງໄຊຍະບູລີ ຍັງສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມສະຫງົບ ແລະເປັນລະບຽບ ຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນລະດັບ 8%, ຫຼຸດ ແຜນທີ່ວາງໄວ້ 0,7% (ແຜນວາງ ໄວ້ 8,7%), ລວມຍອດມູນຄ່າຜະ ລິດຕະພັນພາຍໃນ10.229 ຕື້ ກີບ, ຫຼຸດແຜນ 449 ຕື້ກີບ,  ສະ ເລ່ຍຕໍ່ຫົວຄົນໄດ້ 27,70 ລ້ານກີບ ຫຼືເທົ່າກັບ 3.113 ໂດລາ, ໂຄງປະກອບເສດຖະກິດໄດ້ປ່ຽນແປງໄປຕາມທິດທີ່ຕັ້ງໜ້າເຊັ່ນ: ກະສິກຳຂະຫຍາຍຕົວ 3,2%, ກວມເອົາ29%, ອຸດສາຫະກຳຂະຫຍາຍຕົວ 12,6%, ກວມເອົາ 36% ແລະຂົງເຂດການບໍລິການຂະຫຍາຍຕົວ 5,2%, ກວມເອົາ 35% ຂອງ GDP, ສາມາດຈັດຕັ້ງປະຕິບັດລາຍຮັບໄດ້ 913,43 ຕື້ກີບ ເທົ່າກັບ 94,98% ຂອງແຜນການປີ, ທຽບໃສ່ເວລາດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 5,81%.

 ຊຶ່ງສາມາດປະຕິບັດໂຄງການລົງທຶນຂອງລັດໄດ້ທັງໝົດ 360 ໂຄງການມູນຄ່າ 40,65 ຕື້ກີບ,ເທົ່າກັບ 99,68%,ທຶນຊ່ວຍເຫຼືອລ້າ ແລະກູ້ຢືມ 46 ໂຄງການ,ມູນຄ່າ 9,52 ລ້ານໂດລາສະຫະລັດ ແລະການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ 11 ໂຄງການມູນຄ່າ 9,30 ລ້ານໂດ ລາສະຫະລັດ, ບັນດາສາຂາທະນາ ຄານພາຍໃນແຂວງສາມາດລະດົມເງິນຝາກໄດ້ທັງໝົດ 1.815 ຕື້ກີບ ແລະ ປ່ອຍສິນເຊື່ອໄດ້ 766,84 ຕື້ກີບ, ການຜະລິດເຂົ້າໃນປີ 2019 ສາມາດປະຕິບັດໄດ້ໃນເນື້ອທີ່ 46.105 ເຮັກຕາ, ຜົນຜະລິດໄດ້ 152.021 ໂຕນ, ປູກພືດສະບຽງອາຫານ 29.469 ເຮັກຕາ, ຜົນຜະລິດໄດ້ 155.893 ໂຕນ, ໃນນີ້ມີ: ສາລີຫວານ, ເຜືອກ-ມັນ, ໄມ້ໃຫ້ໝາກ ແລະພືດຜັກຕ່າງໆ, ການປູກພືດເປັນສິນຄ້າມີເນື້ອທີ່ 101.311 ກວ່າເຮັກຕາ ໃນນີ້ພືດ ເສດຖະກິດຫຼັກແມ່ນ: ສາລີແຂງ ຜົນຜະລິດໄດ້ 189.343 ກວ່າໂຕນ, ມັນຕົ້ນຜົນຜະລິດໄດ້ 872.385 ກວ່າໂຕນ ແລະໝາກເດືອຍຜົນຜະລິດໄດ້ 62.082 ກວ່າໂຕນ, ການລ້ຽງສັດກໍ່ໄດ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ສະເລ່ຍການຂະຫຍາຍຕົວສະເພາະ ງົວ-ຄວາຍ ເທົ່າກັບ 8,11%, ເຖິງ ປະຈຸບັນທົ່ວແຂວງມີສັດລ້ຽງທັງໝົດ 4 ລ້ານກວ່າໂຕໃນນັ້ນຄວາຍ 66.561 ໂຕ, ງົວ 209.327 ໂຕ, ໝູ 182.338 ໂຕ, ແບ້ 24.162 ໂຕ ແລະສັດປີກເກືອບ  4 ລ້ານໂຕ, ສາມາດສົ່ງອອກສິນຄ້າໄປຕ່າງປະເທດໄດ້ທັງໝົດເກືອບ 34 ລ້ານໂດລາ, ມູນຄ່ານໍາເຂົ້າ 77 ລ້ານກວ່າໂດລາ.

  ທົ່ວແຂວງມີເສັ້ນທາງຍາວທັງໝົດ 3.259,88 ກິໂລແມັດ, ໃນນັ້ນເສັ້ນທາງປູຢາງສອງຊັ້ນ 999,94 ກິໂລແມັດ, ປູຢາງຂົ້ວ 84,95 ກິໂລແມັດ, ເສັ້ນທາງທຽວໄດ້ສອງລະດູ 376 ບ້ານ, ລະດູດຽວ 57 ບ້ານ, ມີໄຟຟ້າເຂົ້າເຖິງ 432 ບ້ານ,ເທົ່າກັບ 100%,ຄອວຄົວໄດ້ຊົມໃຊ້ໄຟຟ້າ 76.738 ຄອບຄົວ,ເທົ່າກັບ 97,87%, ອັດຕາການເຂົ້າຮຽນຊັ້ນປະຖົມ 99,6%, ມັດທະຍົມຕົ້ນ 87,7%, ມັດທະຍົມປາຍ 58,9%, ອັດຕາການຊົມໃຊ້ວິດຖ່າຍ 92%,ຊົມໃຊ້ນໍ້າສະອາດ 87%, ສັກຢາກັນພະຍາດໃນເດັກລຸ່ມ 1 ປີ 39%, ອັດຕາການເກີດລູກມີແພດຊ່ວຍ 31%, ສ້າງບ້ານວັດທະນະທໍາໄດ້ 6 ບ້ານ, ມີບໍລິສັດທ່ອງທ່ຽວ 13 ບໍລິສັດ, ມີ ໂຮງແຮມ 7 ແຫ່ງ, ເຮືອນພັກ 173 ແຫ່ງ, ລີສອດ 6 ແຫ່ງ, ຮ້ານອາຫານ 89 ຮ້ານ, ຮ້ານບັນເທິງ 22 ຮ້ານ ແລະຮ້ານກິນດື່ມ 33 ແຫ່ງ, ສາມາດດຶງດູດ ນັກທ່ອງທ່ຽວເຂົ້າມາ ແລະຜ່ານແຂວງ 96.599 ຄົນ, ສ້າງລາຍ ຮັບໄດ້ 5 ລ້ານກວ່າໂດລາສະຫະລັດ ແລະສາມາດລືບລ້າງຄວາມທຸກຍາກຕາມດໍາລັດ 384/ລບ ຍັງເຫຼືອຄອບຄົວທຸກຍາກ 6.164 ຄອບຄົວ ເທົ່າກັບ 7,81% ຂອງຄົບຄົວທັງໝົດ.

______________

ຂຽນໂດຍ: ອຸ່ນເຮືອນ ໂພທິລັກ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ