ເມືອງເຊບັ້ງໄຟ ຮັບຟັງເອກະສານຄໍາສັ່ງເລກທີ 15/ນຍ

  ເມື່ອທ້າຍເດືອນມັງກອນ ຜ່ານມາ ທີ່ສະໂມສອນເມືອງເຊບັ້ງ ໄຟ, ທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານກວດກາລັດຖະບານ, ຮອງ ຫົວໜ້າກວດກາຕ້ານການສໍ້ລາດ ບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະສະເພາະກິດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວເຜີຍແຜ່ຄຳສັ່ງ ເລກທີ 15/ນຍ ຢູ່ເມືອງເຊບັ້ງໄຟ, ເຂົ້າຮ່ວມມີທ່ານ ບຸນສີ ພົມມະໄຊ ເຈົ້າເມືອງໆເຊບັ້ງໄຟ, ບັນດາຄະ ນະນຳຂັ້ນແຂວງ, ຂັ້ນເມືອງ, ຄະ ນະຫ້ອງການອ້ອມຂ້າງ, ພ້ອມ ດ້ວຍພະນັກງານ ແລະນາຍບ້ານ ອ້ອມຂ້າງເທສະບານເມືອງ.

  ໃນກອງປະຊຸມຄັ້ງນີ້ ທ່ານ ວິ ໄລ ພົມມະຈັກ ຮັກສາການປະທານ ກວດກາເມືອງໄດ້ລົງຜ່ານບົດລາຍ ງານການເຄື່ອນໄຫວຈັດຕັ້ງປະຕິ ບັດຜ່ານມາສາມາດສັງລວມໄດ້ຂໍ້ ມູນຄື: ທົ່ວເມືອງເຊບັ້ງໄຟມີໂຮງ ງານ 5 ແຫ່ງ, ໂຮງງານປຸງແຕ່ງໄມ້ 3 ແຫ່ງ, ເຟີນີເຈີ 2 ແຫ່ງ, ຈັກຊາ ຕິນທັງໝົດ 1.314 ເຄື່ອງ, ທ້ອນ ໂຮມໄດ້ແລ້ວ 1.150 ເຄື່ອງ, ຍັງ ຄ້າງຢູ່ກຸ່ມບ້ານ 146 ເຄື່ອງ; ກອງ ປະຊຸມຍັງໄດ້ພ້ອມກັນປະກອບຄຳ ຄິດຄຳເຫັນ ເພື່ອສືບຕໍ່ຈັດຕັ້ງປະຕິ ບັດໃຫ້ໄດ້ຮັບຜົນດີ.

  ທ່ານ ໄຊຄຳ ອຸ່ນມີໄຊ ໄດ້ຍ້ອງ ຍໍຊົມເຊີຍຕໍ່ກັບຜົນງານຂອງທຸກ ພາກສ່ວນທີ່ໄດ້ປະຕິບັດຄຳສັ່ງເລກ ທີ 15/ນຍ ໄດ້ຢ່າງເຂັ້ມງວດ ແລະ ໄດ້ລະດົມສະຕິປັນຍາເຂົ້າໃນການ ປະກອບສ່ວນສ້າງເມືອງເຊບັ້ງໄຟ ໃຫ້ມີບາດກ້າວທີ່ຂະຫຍາຍຕົວໃຫ້ ໄດ້ຮັບການພັດທະນາທີ່ດີຂຶ້ນເທື່ອ ລະກ້າວ.

-----

ຂ່າວ: ແກ້ວສອນໄຊ