ກອງປະຊຸມໃຫ່ຍອົງຄະນະພັກເມືອງເລົ່າງາມ ຮັບຮອງເອົາຫຼາຍບັນຫາ

  ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງເລົ່າງາມຄັ້ງທີ XII ໄດ້ໄຂຂຶ້ນໃນທ້າຍເດືອນມັງກອນ ທີ່ສະໂມສອນຂອງເມືອງໂດຍການ ເປັນປະທານຂອງສະຫາຍ ສົມສັກ ທົງຄຳຫານ ຮັກສາການເລຂາພັກ ເມືອງຮັກສາການເຈົ້າເມືອງໆເລົ່າ ງາມ, ເປັນກຽດເຂົ້າຮ່ວມຂອງສະ ຫາຍ ສີສຸວັນ ວົງຈອມສີ ກຳມະ ການສູນກາງພັກເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ສາລະວັນ ແລະສະຫາຍ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກ ແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາທ່ານໃນຄະນະປະຈຳພັກ ເມືອງ, ກຳມະການພັກເມືອງ, ເຈົ້າ ເມືອງອ້ອມຂ້າງ,ພະນັກງານອາ ວຸໂສບຳນານ,ຕາງໜ້າພະແນກ ການອ້ອມຂ້າງ, ແຂກຖືກເຊີນຕະຫຼອດຮອດຜູ້ແທນສົມບູນເຂົ້າຮ່ວມ.

  ກອງປະຊຸມຄັ້ງນີ້ໄດ້ຮັບຟັງ ການຜ່ານບົດລາຍງານການ ເມືອງ, ບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມ ແລະບົດສຳ ຫຼວດການນຳພາລວມຂອງອົງ ຄະນະພັກເມືອງພ້ອມທັງວາງທິດ ທາງ 5 ປີຕໍ່ໜ້າ, ຊຶ່ງບັນດາແຂກ ແລະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ພ້ອມກັນຄົ້ນຄວ້າສຸມທຸກສະຕິປັນຍາ ແລະຄວາມຮັບຜິດຊອບ ທາງດ້ານການເມືອງຂອງຕົນປະ ກອບຄຳຄິດ, ຄຳເຫັນໃສ່ຮ່າງບົດລາຍ ງານຕ່າງໆເພື່ອຮັບຮອງເອົາແຜນ ການທີ່ວາງໄວ້ໃນຕໍ່ໜ້າ, ຊຶ່ງກອງ ປະຊຸມກໍໄດ້ເຫັນດີເປັນເອກະພາບ ຮັບຮອງເອົາບັນຫາຕ່າງໆທີ່ສຳ ຄັນຄື: ຮັບຮອງເອົາບົດລາຍງານ ການເມືອງ ແລະແຜນພັດທະນາ ເສດຖະກິດ-ສັງຄົມ, ເພິ່ມທະວີ ຄວາມສາມັກຄີເປັນປຶກແຜ່ນ, ສ້າງຄວາມເຂັ້ມແຂງພາຍໃນພັກ, ກຳລັງປະກອບອາວຸດ ແລະປະຊົນ ໃຫ້ໜັກແໜ້ນ, ຮັບປະກັນໃຫ້ເມືອງ ສືບຕໍ່ມີສະຖຽນລະພາບທາງດ້ານ ການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຍົກ ສູງບົດບາດ ແລະຄວາມສາມາດ ນຳພາຂອງຄະນະພັກແຕ່ລະຂັ້ນຕໍ່ທຸກຂົງເຂດວຽກງານໂດຍຢຶດໝັ້ນ ຕໍ່ແນວທາງການປ່ຽນແປງໃໝ່ ຮອບດ້ານຂອງພັກຢ່າງໜັກແໜ້ນ, ສູ້ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ ແລະໜັກແໜ້ນໃຫ້ບັນລຸ 85%,  ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມໃຫ້ ເຂົ້າສູ່ລະບຽບກົດໝາຍ, ເຊີດຊູ ແລະເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກຄວາມເປັນເອກະລາດ, ເປັນ ເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຂຸດຄົ້ນນຳໃຊ້ທ່າ ແຮງ, ຄວາມສາມາດບົ່ມຊ້ອນພາຍ ໃນເມືອງ ແລະຍາດແຍ່ງຈາກພາຍ ນອກເພື່ອຊຸກຍູ້ໃນການຜະລິດເປັນ ສິນຄ້າ, ສ້າງຄວາມເຂັ້ມແຂງ ແລະ ຮັ່ງມີໃຫ້ປະຊາຊົນ, ສຸມທຸກກຳລັງ ແຮງເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມໃຫ້ມີການຂະຫຍາຍ ຕົວຢ່າງແຂງແຮງ ແລະໝັ້ນທ່ຽງ, ຊຸກຍູ້ການຜະລິດປຸງແຕ່ງຕິດພັນ ກັບການຕະຫຼາດພັດທະນາຊົນນະ ບົດໃຫ້ມີການຫັນປ່ຽນ ແນໃສ່ເຮັດ ໃຫ້ປະຊາຊົນຮ່ັງມີຜາສຸກ, ມີ ຄວາມສີວິໄລ.

  ຈາກນັ້ນຜູ້ແທນກອງປະຊຸມກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເຂົ້າໃນການປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກເມືອງຊຸດ ໃໝ່ ຊຶ່ງມີຜູ້ສະໝັກ 29 ສະຫາຍ, ເລືອກເອົາ 25 ສະຫາຍ, ຜ່ານການ ປ່ອນບັດຄັດເລືອກ ແລະຜົນຂອງກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກ ລົງເຫັນດີເປັນເອກະພາບເລືອກ ເອົາຄະນະປະຈຳນວນ 7 ສະຫາຍ, ພ້ອມນັ້ນກໍ່ໄດ້ແຕ່ງຕັ້ງ ສະຫາຍ: ສົມສັກ ທົງຄຳຫານ  ເປັນເລຂາຄະ ນະບໍລິຫານງານພັກເມືອງ, ສະຫາຍ ພິດສະໄໝ ແກ້ວວົງສັກ ແລະ ສະຫາຍ ສັງວານ ແສງສາຍ ເປັນ ຮອງເລຂາຄະນະບໍລິຫານງານພັກ ເມືອງ ແລະໄດ້ແຕ່ງຕັ້ງສະຫາຍ ສັງວານ ແສງສາຍ ເປັນປະທານ ກວດກາພັກເມືອງ, ແຕ່ງຕັ້ງສະຫາຍ ສີລິພອນ ສົງບົວໄລ ແລະສະ ຫາຍ ຄຳໃບ ອິດທິພົນພານິດ ເປັນຮອງປະທານກວດກາພັກ ເມືອງ, ຈາກນັ້ນກອງປະຊຸມຍັງໄດ້ ປ່ອນບັດຄັເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX ຕື່ມອີກຈຳນວນ 24 ສະຫາຍ, ສຳຮອງ 7 ສະຫາຍ.

-------

ຂ່າວ: ສິດຕາ ເພັດວົງສາ