ບິລລີ່ ໄອລີຊ ສິນລະປິນຍິງຄົນທຳອິດທີ່ມີອາຍຸນ້ອຍທີ່ສຸດ ຄວ້າ 4 ລາງວັນໃຫຍ່

   ຜ່ານໄປເປັນທີ່ຮຽບຮ້ອຍ ສໍາລັບງານປະກາດຜົນລາງວັນ ທາງດົນຕີ ແລະສິນລະປິນທີ່ຍິ່ງ ໃຫຍ່ທີ່ສຸດໃນໂລກມີລາງວັນຫຼາຍ ກວ່າ 108 ສາຂາໃນ 30 ແນວເພງ ສໍາລັບງານ Grammy Awards 2020  ຄັ້ງທີ 62 ຈັດຂຶ້ນທີ່ເມືອງ ລອສແອນເຈລີສ ສາຫະລັດອາ ເມລິກາ ໂດຍປີນີ້ມີສິນລະປິນດັງ ເຂົ້າມາຮ່ວມງານ ແລະຮ່ວມສະແດງເທີງເວທີເຊັ່ນວ່າ:  Beyonce ,Taylor Swift , Lady Gaga , Ariana Grande, Camila Cabello, Billie Eilish , BTS  ວົງບອຍແບນຄ໌ຈາກ ສ.ເກົາຫຼີ ແລະອື່ນໆອີກຫຼາກຫຼາຍ.

 ສໍາລັບລາງວັນໃນປີນີ້ ບິລລີ່ ໄອລີຊ (Billie Eilish) ໄວ 18 ປີ ພິກປະຫວັດສາດດ້ວຍການເປັນ ສິນລະປິນຍິງຄົນທຳອິດທີ່ມີອາຍຸ ນ້ອຍທີ່ສຸດສາມາດຄວ້າລາງວັນ ແກຣນມີ່ເຖິງ 4 Album Of The Year, Song Of The Year, Record Of The Year ແລະ Best New Artist ເຊັ່ນດຽວ ກັບ Billie Eilish  ໃນປີນີ້ ຊຶ່ງຖື ວ່າບິລລີ່ ໄອລີຊ ເປັນຄົນທຳອິດ ໃນຮອບເກືອບ 40 ປີ  ກັນເລີຍ.

-----

ຮຽບຮຽງໂດຍ: ຟ້າ