ອາຫານຊ່ວຍບຳລຸງປອດ ເພີ່ມຄວາມແຂງແຮງ ໃຫ້ລະບົບຫາຍໃຈ

   ຕ້ອງຍອມຮັບວ່າດຽວນີ້ອາກາດບ້ານເຮົາບໍ່ບໍລິສຸດທັງ 100%  ມີທັງມົນລະພາວະຝຸ່ນລະອອງ ມົນລະພິດຕ່າງໆທີ່ເຮົາຕ້ອງຢູ່ຮ່ວມກັບມັນສະນັ້ນ ການກຽມຮັບມືດ້ວຍອາຫານດີໆກໍຊ່ວຍເພີ່ມຄວາມ ແຂງແຮງໃຫ້ກັບປອດ ແລະລະບົບຫາຍໃຈ.

  • ກາຣົດ: ມີເບຕ້າແຄໂລທີນ ແລະວິຕາມິນເອ ສູງຊ່ວຍປ້ອງກັນອາການຫອບຫືດ, ຊ່ວຍກະຕຸ້ນ ລະບົບພູມຄຸ້ມກັນ ແລະຊ່ວຍຂັບສານພິດອອກຈາກ ຮ່າງກາຍ.
  • ຂິງ: ມີສັບພະຄຸນຊ່ວຍຕ້ານການອັກເສບໃນ ຮ່າງກາຍມີສານຕ້ານອະນຸມູນອິດສະລະສູງຊ່ວຍຫຼຸດຄວາມສ່ຽງໂລກມະເຮັງ.
  • ແອັບເປີ້ນ: ມີເຄີຊິຕິນ ຊຶ່ງມີສັບພະຄຸນຊ່ວຍ ຫຼຸດຄວາມສ່ຽງໂລກມະເຮັງຫຼາຍຊະນິດລວມທັງມະເຮັງປອດ.
  • ແຄນຕາລຸບ: ມີວິຕາມິນຊີ ວິຕາມິນສຳຄັນທີ່ ຊ່ວຍບຳລຸງປອດການໄດ້ຮັບວິຕາມິນຊີຢ່າງພໍພຽງ                                                    ຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດໂລກຫອບຫືດ.
  • -----
  • ຮຽບຮຽງໂດຍ: ຟ້າ