ທ່ານຄວນຮູ້ ວິທີເຮັດອົ່ວດອກແຄ

ດອກແຄມີລົດຊາດຂົມເປັນ ຢາຮັບປະທານໄດ້ເປັນອາຫານທີ່ ນິຍົມຂອງຄົນລາວແຕ່ເໜືອເຖິງໃຕ້ ແລະຍັງນຳມາເຮັດອາຫານໄດ້ ຫຼາກຫຼາຍປະເພດບໍ່ວ່າຈະເປັນ ໜຶ້ງ, ຊຸບ ຫຼື ອົ່ວ.

 ສ່ວນປະສົມ:

  • ດອກແຄ 10 ດອກ.
  • ເຂົ້າເບືອ 1 ບ່ວງແກງ (ຕຳ ລະອຽດ).
  • ຊີ້ນໝູບົດ 1 ຖ້ວຍນ້ອຍ.
  • ເກືອ ½ ບ່ວງຊາ.
  • ນໍ້າປາ ½ ບ່ວງຊາ.
  • ຫົວຜັກບົ່ວ 2 ບ່ວງແກງ (ຊອຍ).
  • ຫອມບົ່ວ 2 ບ່ວງແກງ (ຊອຍ).

ໝາກເຜັດແຫ້ງ 3 ໜ່ວຍ

ຜັກຊີ 1 ຖ້ວຍນ້ອຍ (ຊອຍ).

ໄຂ່ 1 ໜ່ວຍ.

  ວິທີປຸງແຕ່ງ: ນຳດອກແຄມາ ລ້າງໃຫ້ສະອາດແລ້ວແກະເກສອນອອກໃຫ້ໝົດຫຼັງຈາກນັ້ນນໍາເອົາໝາກເຜັດ, ຫົວຜັກບົ່ວລົງໃນຄົກ ຕຳໃຫ້ລະອຽດໃສ່ໄຂ່, ຊີ້ນໝູບົດ, ຜັກຊີ,ຫອມບົ່ວ,ໝາກເຜັດ,ຫົວ ຜັກບົ່ວ, ເຂົ້າເບືອລົງໃນຊາມ ແລະ ຄົນໃຫ້ເຂົ້າກັນ (ຖ້າຫາກເນື້ອຂຸ້ນຫຼາຍເກີນໄປໃສ່ນໍ້າເພີ່ມ 1 ບ່ວງ  ແກງ) ແລ້ວຕັກສ່ວນປະສົມທີ່ກຽມໄວ້ໃສ່ໃນດອກແຄໃຫ້ຄົບທຸກ ດອກຄ້າງໝໍ້ເພື່ອນຳດອກແຄໄປ ໜຶ້ງ (ໃຊ້ເວລາປະມານ 15-20 ນາທີ) ປິດໄຟຕັກອອກໃສ່ຖ້ວຍ ພ້ອມຮັບປະທານ.

----

ຮຽບຮຽງໂດຍ: ຟ້າ