ສະຫວັນນະເຂດ ລວມຍອດຜະລິດຕະພັນພາຍໃນບັນລຸ 18,9 ພັນຕື້ກີບ

  ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ ລາຍງານກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມປະຈຳປີ 2019 ແລະທິດທາງແຜນການປະຈຳປີ 2020 ຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ວ່າ: ໃນປີຜ່ານມາ ແຂວງໄດ້ສືບຕໍ່ ຍູ້ແຮງການສ້າງບ້ານພັດທະນາ, ການສ້າງບ້ານໃຫຍ່ໃຫ້ກາຍເປັນ ຕົວເມືອງນ້ອຍຢ່າງຕັ້ງໜ້າ, ສຸມ ໃສ່ຊີ້ນຳວຽກງານຈັດສັນພູມລຳ ເນົາ ແລະຈັດສັນອາຊີບຄົງທີ່ໃຫ້ ປະຊາຊົນ ແລະຊຸກຍູ້ຕິດຕາມໂຄງ ການພັດທະນາຈຸດສຸມຕ່າງໆຂອງ ແຂວງຢ່າງເປັນປົກກະຕິ ເຮັດໃຫ້ ລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດຫ່າງໄກສອກຫຼີກ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ປະຈຸບັນ ທົ່ວແຂວງຍັງເຫຼືອບ້ານ ທຸກຍາກ 94 ບ້ານ, ຄອບຄົວທຸກ ຍາກຍັງເຫຼືອ 7.048 ຄອບຄົວ ພິ ເສດໃນທ້າຍປີ 2019 ພວກເຮົາ ໄດ້ເປີດຂະບວນການແຂ່ງຂັນຮັກ ຊາດ ແລະພັດທະນາແບບມີສ່ວນ ຮ່ວມລະຫວ່າງພາກລັດ ແລະເອກະ ຊົນ ເພື່ອສ້າງໃຫ້ເມືອງນອງມີເງື່ອນ ໄຂກາຍເປັນເມືອງພົ້ນທຸກໃນປີ 2020.

  ໃນປີ 2019 ເສດຖະກິດຂອງ ແຂວງ ແມ່ນໄດ້ຂະຫຍາຍຕົວຢູ່ ໃນລະດັບ 9,5% ເຫັນວ່າບັນລຸ ໄດ້ຕາມແຜນ, ຄິດເປັນມູູນຄ່າ 18.994 ຕື້ກີບ ໃນນີ້ ກະສິກຳມີ ມູນຄ່າ 5.161 ຕື້ກີບ ຂະຫຍາຍຕົວ 2% ກວມ 27,18%, ອຸດສາຫະ ກຳ-ຫັດຖະກຳ ມີມູນຄ່າ 7.250 ຕື້ກີບ ຂະຫຍາຍຕົວ 14,85% ກວມ 38,17% ແລະບໍລິການມີມູນຄ່າ 6.582 ຕື້ກີບ, ຂະຫຍາຍຕົວ 10,08% ກວມ 34,65% ຂອງ ມູນຄ່າ GDP, ສະເລ່ຍຕໍ່ຫົວຄົນ 2.116 ໂດລາສະຫະລັດ,ໃນເງື່ອນ ໄຂທີ່ແຂວງສະຫວັນນະເຂດໄດ້ ຮັບຜົນກະທົບຈາກໄພພິບັດທາງ ທຳມະຊາດ ພວກເຮົາຄາດຄະເນ ໄວ້ເບື້ອງຕົ້ນວ່າໝົດປີ 2019 ລວມຍອດຜະລິດຕະພັນພາຍໃນ ຂອງແຂວງຈະບໍ່ບັນລຸໄດ້ຕາມ ແຜນການ ໂດຍສະເພາະໃນຂະແໜງກະສິກຳ-ປ່າໄມ້, ແຕ່ເນື່ອງ ຈາກວ່າໃນປີນີ້ພວກເຮົາໄດ້ຍູ້ວຽກ ງານການລົງທຶນ ໂດຍການປັບປຸງກົນໄກການປະສານງານໃນການດຳເນີນທຸລະກິດ ແລະການລົງທຶນຕາມຄຳສັ່ງເລກທີ 02/ນຍ, ເຮັດ ໃຫ້ບັນຍາກາດການລົງທຶນມີທ່າ ອ່ຽງເພີ່ມຂຶ້ນ, ໃນຂະແໜງອຸດສາ ຫະກຳ-ຫັດຖະກຳ ໄດ້ມີການຂະ ຫຍາຍຕົວລື່ນແຜນການ 2,23% ໂດຍແມ່ນການລົງທຶນໃນຂົງ ເຂດອຸດສາຫະກຳປຸງແຕ່ງເປັນ ຕົວຂັບເຄື່ອນ ຊຶ່ງເຮັດໃຫ້ສາມາດ ທົດແທນຕົວເລກຫຼຸດແຜນການ ໃນຂົງເຂດກະສິກຳ-ປ່າໄມ້ ແລະ ຂົງເຂດການບໍລິການ ແລະເປັນ ປັດໄຈທີ່ສຳຄັນ ທີ່ເຮັດໃຫ້ລວມ ຍອດຜະລິດຕະພັນພາຍໃນຂອງ ແຂວງປີ 2019 ບັນລຸໄດ້ຕາມ ແຜນການ.

  ດ້ານການຈັດຕັ້ງປະຕິບັດໂຄງ ການລົງທຶນຂອງລັດໃນຕົ້ນປີ 2019 ມີຄວາມຊັກຊ້າ ເນື່ອງ ຈາກວ່າການແຈ້ງແຜນຊັກຊ້າ ແຕ່ເຖິງຢ່າງໃດກໍ່ຕາມມາຮອດ ປະຈຸບັນ ປະຕິບັດໄດ້ທັງໝົດ 365 ໂຄງການ ມູນຄ່າ 206,91 ຕື້ກີບ, ບັນຍາກາດການລົງທຶນພາກເອກະ ຊົນພາຍໃນ ແລະຕ່າງປະເທດ ໂດຍລວມແລ້ວເຫັນວ່າມີທ່າອ່ຽງ ເພີ່ມຂຶ້ນ ສາມາດສົ່ງເສີມການລົງ ທຶນຈາກພາກເອກະຊົນໄດ້ທັງໝົດ 291 ວິສາຫະກິດ ມີມູນຄ່າການ ລົງທຶນ 9.294 ຕື້ກີບ ປະຕິບັດໄດ້ ລື່ນແຜນການ 1,5 ເທົ່າ, ຈາກນີ້ ແຂວງກໍ່ໄດ້ສຸມໃສ່ຈັດຕັ້ງຜັນຂະ ຫຍາຍຄຳສັ່ງເລກທີ 02/ນຍ, ໄດ້ ຄົ້ນຄວ້າ ເພື່ອຊອກຫາວິທີທາງໃນ ການຫຼຸດຜ່ອນຂັ້ນຕອນ ແລະໄລ ຍະເວລາໃນການສະເໜີຂໍການ ລົງທຶນ ແລະດຳເນີນທຸລະກິດໃຫ້ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງແຂວງ ພິເສດທາງອຳນາດ ການປົກຄອງແຂວງໄດ້ອອກຄຳ ສັ່ງ ສະບັບເລກທີ 1608/ຈຂ.ສຂ ວ່າດ້ວຍການຍຸບເລີກຈຸດກວດກາ ຂອງເຈົ້າໜ້າທີ່ພາຍໃນແຂວງ ແນໃສ່ສ້າງຄວາມເຊື່ອໝັ້ນ ແລະສ້າງ ເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດ, ສົ່ງ ເສີມການຜະລິດໃຫ້ຂະຫຍາຍຕົວ ແລະກາຍເປັນກຳລັງແຮງສຳຄັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ແຂວງ.

   ທ່ານເຈົ້າແຂວງກ່າວຕື່ມວ່າ: ດ້ານການຈັດຕັ້ງປະຕິບັດແຜນງົບ ປະມານປະຈຳປີ 2019 ປະຕິບັດ ໄດ້ 91,47% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາເພີ່ມຂຶ້ນ 2,83% ໃນນັ້ນ ລາຍ ຮັບພູດຂອງສູນກາງປະຕິບັດໄດ້ 715,39 ຕື້ກີບ ເທົ່າກັບ 88,75% ແລະລາຍຮັບພູດຂອງທ້ອງຖິ່ນປະ ຕິບັດໄດ້ 94,59%, ທາງດ້ານ ລາຍຈ່າຍປະຕິບັດໄດ້ 828,18 ຕື້ກີບ, ເທົ່າກັບ 96,58% ຄຽງຄູ່ ກັນນີ້, ແຂວງພວກເຮົາຍັງໄດ້ຍູ້ ແຮງການຜະລິດລະດູແລ້ງ ແລະ ການລ້ຽງສັດ ເພື່ອທົດແທນຜົນເສຍຫາຍຈາກພາຍຸໃນຊ່ວງລະດູ ຝົນຂອງປີຜ່ານມາ, ພວກເຮົາໄດ້ ສຸມໃສ່ການປັບປຸງສ້ອມແປງສຸກ ເສີນ ແລະຟື້ນຟູລະບົບຊົນລະປະ ທານທີ່ໄດ້ຮັບຄວາມເສຍຫາຍ ເພື່ອເລັ່ງໃສ່ການສະໜອງນໍ້າໃຫ້ ແກ່ການຜະລິດລະດູແລ້ງໃຫ້ພຽງພໍ ສາມາດສ້ອມແປງໄດ້ 34 ໂຄງ ການມູນຄ່າ 9,5 ຕື້ກີບ, ຮັບໃຊ້ເນື້ອ ທີ່ 5.985 ເຮັກຕາ, ສາມາດຜະລິດ ເຂົ້າໄດ້ 749.620 ໂຕນ ເທົ່າກັບ 73,68% ຂອງແຜນການປີ, ສະເລ່ຍໃສ່ພົນລະເມືອງໄດ້ 653 ຕໍ່ຄົນຕໍ່ປີ, ສ່ວນການລ້ຽງສັດກໍ່ ໄດ້ມີການຊຸກຍູ້ສົ່ງເສີມ ຊຶ່ງສາ ມາດສະໜອງຊີ້ນ, ປາ, ໄຂ່ໃຫ້ພາຍໃນແຂວງໄດ້ 90.636 ໂຕນ, ລື່ນ ແຜນການ 20%, ສະເລ່ຍໄດ້ 87,72 ກິໂລຕໍ່ຄົນ, ມີມູນຄ່າການ ສົ່ງອອກສິນຄ້າໄດ້ 13.408 ຕື້ ກວ່າກີບ, ລື່ນແຜນການ 7% ແລະມີມູນຄ່າການນຳເຂົ້າສິນຄ້າ ທັງໝົດ 9.238 ຕື້ກີບ ລື່ນແຜນ ການ 4,75%.