ສະຫະພັນກໍາມະບານພະແນກ ກປຂ ເຊກອງໄຂກອງປະຊຸມໃຫຍ່ ຄັ້ງທີ I

  ສະຫະພັນກໍາມະບານພະ ແນກກະສິກໍາ ແລະປ່າໄມ້ແຂວງ ເຊກອງ (ກປຂ) ໄດ້ເປີດກອງປະ ຊຸມໃຫຍ່ ຄັ້ງທີ I ຂອງຕົນ ຂຶ້ນໃນ ວັນທີ 3 ກຸມພາ ໂດຍການເປັນປະທານຂອງ ທ່ານ ສູນທອນ ພິມມະວົງສາ ປະທານສະຫະພັນກໍາມະບານພະແນກ ກປຂ ແລະເຂົ້າຮ່ວມ ມີທ່ານ ວົງເດືອນ ຈັນທະບຸດຊຽງ ກໍາມະການພັກແຂວງ, ປະທານ ສະຫະພັນກໍາມະບານແຂວງ, ທ່ານ ສົມຫວັງ ຂໍາມະວົງ ກໍາມະການ ພັກແຂວງ, ເລຂາຄະນະພັກຮາກ ຖານ, ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ມີຕາງໜ້າອົງ ການຈັດຕັ້ງມະຫາຊົນພະແນກ, ແຂກຖືກເຊີນ ແລະຜູ້ແທນສົມບູນ.

ໃນວາລະກອງປະຊຸມ, ໄດ້ ຜ່ານບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມ ໂດຍ ສະເພາະຕີລາຄາສະພາບການ ວຽກງານໃນໜຶ່ງສະໄໝຜ່ານມາ, ຍົກໃຫ້ເຫັນຈຸດດີທີ່ພົ້ນເດັ່ນ, ຈຸດ ອ່ອນຂໍ້ຄົງຄ້າງ ແລະບົດຮຽນທີ່ ຖອດຖອນໄດ້ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມທັງກໍານົດທິດທາງ, ແຜນການ ແລະຄາດໝາຍສູ້ຊົນໃນການເຄື່ອນໄຫວຊີ້ນໍາໆພາຂອງສະຫະພັນກໍາມະບານພະແນກ ກປຂ, ຊຶ່ງ ການປະຕິບັດວຽກງານໃນໄລຍະ ຜ່ານມາກໍ່ເຫັນວ່າສາມາດຍາດມາ ໄດ້ຜົນງານ ແລະມີຜົນສໍາເລັດຈໍາ ນວນຫຼວງຫຼາຍ ເພື່ອຮັບໃຊ້ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍສໍາເລັດໂດຍດີ.

  ໃນກອງປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະສະຫະພັນກໍາມະບານພະແນກ ກປຂ ຊຸດໃໝ່ ໂດຍໄດ້ມີການຄັດເລືອກ ບົນພື້ນຖານຫຼັກການ ແລະຖືກຕ້ອງ ສອດຄ່ອງກັບເງື່ອນໄຂທີ່ໄດ້ກໍາ ນົດໄວ້, ຊຶ່ງມີຜູ້ສະໝັກເລືອກຕັ້ງທັງ ໝົດ 10 ທ່ານ, ຍິງ 2 ທ່ານ ແລະ ເລືອກໄດ້ 7 ທ່ານ, ຍິງ 2 ທ່ານຄື: ທ່ານ ຄໍາຫວາງ ຈັນທະວົງ ເປັນປະ ທານ, ທ່ານ ບຸນຈັນ ສິມຈະເລີນ ເປັນຮອງປະທານ, ທ່ານ ນາງ ສູນ ທອນ ແກ້ວວັນນະລາ ເປັນຮອງ ປະທານ, ທັງເປັນປະທານກວດກາ, ສ່ວນທ່ານ ບຸນສໍາ ສີສັກ, ທ່ານ ຄໍໃບ ແກ້ວຫາວົງ, ທ່ານ ຂັນໄຊ ຊິນນະ ວົງ ແລະທ່ານ ນາງ ພຸດທະມາລີ ຊາຕຣາກຸນ ເປັນຄະນະ ເພື່ອເຮັດ ໜ້າທີ່ສືບຕໍ່ຊີ້ນໍາໆພາສະມາຊິກກໍາ ມະບານພະແນກ ກປຂ ໃຫ້ມີການ ພັດທະນາ ແລະມີທ່າອ່ຽງດີຂຶ້ນ ເລື້ອຍໆ.

  ໂອກາດນີ້, ທ່ານ ວົງເດືອນ ຈັນທະບຸດຊຽງ ກໍໄດ້ໃຫ້ກຽດໂອ້ ລົມ ແລະໃຫ້ທິດເຍືອງທາງຊ່ວຍໃຫ້ສະມາຊິກກໍາມະບານພະແນກ ກປຂ ເວົ້າລວມ, ເວົ້າສະເພາະຄະນະສະຫະພັນກໍາມະບານພະແນກ ກປຂ ຊຸດໃໝ່ໃນການປະຕິບັດໜ້າທີ່ຂອງຕົນໃນຂັ້ນຕໍ່ໄປ ແລະເນັ້ນ ໃຫ້ສະມາຊິກກໍາມະບານຄົ້ນຄວ້າຮໍ່າຮຽນ, ປະຕິບັດຕາມແນວທາງ, ແຜນນະໂຍບາຍ, ລະບຽບກົດໝາຍ ແລະກົດລະບຽບຂອງກໍາມະບານ ລາວ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ ເປັນພົນລະເມືອງດີມີນໍ້າໃຈຮັກ ຊາດ, ເພີ່ມທະວີຄວາມສາມັກຄີ ພາຍໃນ, ບໍາລຸງ ແລະຍົກລະດັບ ຄວາມຮູ້ຄວາມສາມາດທາງດ້ານ ວິທະຍາສາດ, ເຕັກໂນໂລຊີ, ວິຊາ ຊີບດ້ານຕ່າງໆໃຫ້ສູງຂຶ້ນ, ພ້ອມ ກັນສ້າງຕົນເອງໃຫ້ກ້າວໜ້າ ແລະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ເປັນຈິງ.

  ໃນວັນດຽວກັນກໍໄດ້ມີພິທີປະກາດຮັບຮອງສະຫະພັນກໍາມະບານ ພະແນກກະສິກໍາ ແລະປ່າໄມ້ເປັນ ກໍາມະບານ 5 ເປັນເຈົ້າໃນໄລຍະ 5 ປີ (2015-2019) ແລະຜ່ານ ຂໍ້ຕົກລົງ ວ່າດ້ວຍມອບທຸງໄຊ ແລະ ໃບຍ້ອງຍໍໃຫ້ສະຫະພັນພະແນກ ກະສິກໍາ ແລະປ່າໄມ້ແຂວງທີ່ມີ ຜົນງານດີເດັ່ນໃນການປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ.