ໄຊຊະຖານດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

  ກອງປະຊຸມໃຫຍ່ ຄັ້ງທີ II ຂອງຜູ້ແທນ ອົງຄະນະພັກເມືອງໄຊຊະຖານ, ໄດ້ໄຂຂຶ້ນໃນວັນ ທີ 5 ກຸມພາ 2020, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ກອງສີ ວົງສີ, ກໍາມະການພັກແຂວງ, ເລຂາພັກ ເມືອງ, ເຈົ້າເມືອງໄຊຊະຖານ, ເປັນກຽດເຂົ້າ ຮ່ວມມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະ ການສູນກາງພັກ, ເລຂາຄະນະບໍລິຫານງານ ພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ຄະນະ ປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພັກຮາກຖານ ແລະໜ່ວຍພັກທົ່ວເມືອງ.

  ສະຫາຍ ກອງສີ ວົງສີ ໄດ້ກ່າວໄຂກອງປະ ຊຸມຢ່າງເປັນທາງການ ພ້ອມທັງຜ່ານຮ່າງລາຍງານການເມືອງທັງສອງພາກ ຊຶ່ງໄດ້ທົບທວນ ແລະຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ໂດຍຍົກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ຈາກ ການປະຕິບັດໜ້າວຽກງານຮອບດ້ານຜ່ານມາ, ພ້ອມທັງໄດ້ກໍານົດທິດທາງ ແລະຄາດໝາຍ ສູ້ຊົນໃນ 5 ປີຕໍ່ໜ້າ (2020-2024 ), ໂດຍລວມ ແລ້ວທົ່ວເມືອງ ແມ່ນມີສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍ ພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ ເນື່ອງໃນລະດັບ 7,2% ຕໍ່ປີ, ລວມຍອດລາຍ ຮັບບັນລຸ 108 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 6,88 ລ້ານກີບ ຫຼື ເທົ່າກັບ 860 ໂດລາ, ກະສິກໍາຂະ ຫຍາຍຕົວ 4,07%, ອຸດສາຫະກໍາ 0,87% ແລະການບໍລິການຂະຫຍາຍຕົວ 2,27%, ການ ຜະລິດໄດ້ຫັນປ່ຽນຈາກການຜະລິດແບບທໍາ ມະຊາດໄປສູ່ການຜະລິດເປັນສິນຄ້າເທື່ອລະ ກ້າວ, ຄອບຄົວຕົວແບບດ້ານຕ່າງໆໄດ້ເພີ່ມຂຶ້ນ ເປັນຕົ້ນແມ່ນ: ການປູກຊາຕິດພັນກັບການປຸງ ແຕ່ງ, ການປູກແຂມ, ປູກເຜືອກຫອມ ແລະອື່ນໆ, ການປຸງແຕ່ງຂະໜາດນ້ອຍໄດ້ເກີດຂຶ້ນເຊັ່ນ: ການຜະລິດຊາທີ່ຖືກຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ການບໍລິການຄ້າ-ຂາຍໄດ້ຂະຫຍາຍໄປທຸກໆບ້ານ, ແຕ່ລະບ້ານ ແມ່ນໄດ້ຊົມໃຊ້ໄຟຟ້າຖາວອນ 100%, ມີເສັ້ນ ທາງເຂົ້າເຖິງ ແລະສາມາດທຽວໄດ້ສອງລະດູ, ໄດ້ຍົກລະດັບຄຸນນະພາບການສຶກສາ, ປະຕິບັດ ຄາດໝາຍສະຫັດສະວັດດ້ານການສຶກສາ 15 ຕົວຊີ້ວັດບັນລຸ 33,3%, ວຽກງານສາທາລະນະ ສຸກແມ່ນໄດ້ເຂົ້າເຖິງ 100%, ສ້າງບ້ານສາທາ ລະນະສຸກແບບຢ່າງໄດ້ 8 ບ້ານ, ສ້າງບ້ານວັດ ທະນະທໍາໄດ້ 5 ບ້ານ, ປະຈຸບັນຍັງມີຄອບຄົວທຸກຍາກຕາມດໍາລັດ 384/ນຍ 630 ຄອບຄົວ, ເທົ່າກັບ 22,64% ຂອງຄອບຄົວທັງໝົດ.

  ຈາກນັ້ນຜູ້ແທນກອງປະຊຸມແມ່ນຈະໄດ້ພ້ອມ ກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະຮັບ ຮອງເອົາບັນດາເອກະສານສຳຄັນຕ່າງໆ, ພ້ອມທັງຄັດເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດໃໝ່, ຄັດເລືອກເອົາເລຂາ, ຮອງເລຂາ, ປະທານ, ຮອງປະທານກວດກາ, ຜູ້ແທນສົມບູນ ແລະສໍາຮອງ ເພື່ອໄປຮ່ວມກອງປະຊຸມໃຫຍ່ອົງ ຄະນະພັກແຂວງ, ຮັບຟັງການປະກອບຄໍາຄິດ ຄໍາເຫັນຂອງບັນດາຫ້ອງການ, ກົມກອງ ແລະ ຕົວແບບດ້ານຕ່າງໆ, ຈະໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາພັກແຂວງ, ຊຶ່ງກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະ ສຳເລັດ.

----

ໂດຍ: ອຸ່ນເຮືອນ ໂພທິລັກ