ສຳເລັດກອງປະຊຸມໃຫຍ່ຄັ້ງທີ II ຮາກຖານພັກ ມຂ

  ກອງປະຊຸມໃຫຍ່ຄັ້ງທີ II ຄະນະພັກຮາກຖານມະຫາວິທະຍາ ໄລສະຫວັນນະເຂດ (ມຂ) ໄດ້ໄຂ ຂຶ້ນຢ່າງເປັນທາງການໃນວັນທີ  29 ມັງກອນ ຜ່ານມາ ທີ່ຫ້ອງປະຊຸມຂອງມະຫາວິທະຍາໄລສະຫວັນນະເຂດ ໂດຍການເຂົ້າຮ່ວມ ເປັນກຽດມີທ່ານ ທອງທ່ຽງ ສີ ດາວົງ ຄະນະປະຈຳພັກແຂວງຫົວ ໜ້າຄະນະຈັດຕັ້ງແຂວງ.

  ໃນໂອກາດນີ້ທ່ານ ສຸລິຍົງ ໄຊໂກສີ ວ່າການອະທິການບໍດີ ມຂ ກໍ່ໄດ້ໃຫ້ກຽດຜ່ານບົດລາຍ ງານການເມືອງຕໍ່ກອງປະຊຸມໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຄັ້ງທີ I ຮາກ ຖານພັກມະຫາວິທະຍາໄລສະຫວັນ ນະເຂດ ໄດ້ໄຂຂຶ້ນໃນວັນທີ 1 ຕຸລາ 2014 ທີ່ສະໂມສອນມະຫາວິທະ ຍາໄລສະຫວັນນະເຂດ, ມາຮອດ ປະຈຸບັນຮາກຖານພັກ ມຂ ມີສະມາຊິກພັກທັງໝົດ 117 ສະຫາຍ, ຍິງ 41 ສະຫາຍ, ສຳຮອງ 18                                                              ສະຫາຍ, ມິຄູ-ອາຈານໃນຂອບ ເຂດການນຳພາຂອງຄະນະພັກ ຮາກຖານຈຳນວນ 327 ຄົນ, ຊີ້ ນຳການຮຽນ-ການສອນໃນ 8 ຄະນະວິຊາຄື:ຄະນະກະເສດສາດ ແລະສິ່ງແວດລ້ອມ, ຄະນະບໍລິ ຫານທຸລະກິດ, ຄະນະພາສາ ແລະມະນຸດສາດ, ຄະນະເຕັກໂນໂລຊີຂໍ້ ມູນຂ່າວສານ, ຄະນະວິທະຍາສາດອາຫານ, ຄະນະສຶກສາສາດ, ຄະນະວິທະຍາສາດທຳມະຊາດ ແລະ ຄະນະວິສາວະກຳສາດ, ນອກນີ້ ຍັງມີວຽກງານທາງດ້ານການຄົ້ນ ຄວ້າວິໄຈ, ການພົວພັນຮ່ວມມື, ວຽກງານພັດທະນາພື້ນຖານໂຄງ ລ່າງ, ວຽກງານດ້ານຂໍ້ມູນຂ່າວ ສານ, ວຽກງານກິດຈະກຳ ແລະ ຂະບວນການ, ວຽກງານຄຸ້ມຄອງ ການເງິນ, ວຽກງານຄຸ້ມຄອງວິ ທະຍາສດ ແລະວຽກງານຫຼັງປະ ລິນຍາຕີ, ປະຈຸບັນ, ມຂ ມີນັກສຶກ ສາທັງໝົດ 4.507 ຄົນ ຍິງ 2.690 ຄົນ.

  ກອງປະຊຸມຄັ້ງນີ້, ບັນດາຜູ້ ແທນສົມບູນກໍ່ໄດ້ໃຊ້ສິດປະຊາທິ ປະໄຕຂອງຕົນປ່ອນບັດຄັດເລືອກ ເອົາຄະນະພັກຊຸດໃໝ່ ຊຶ່ງໃນນີ້ມີຜູ້ແທນສົມບູນຈຳນວນ 94 ສະຫາຍ, ຍິງ 30 ສະຫາຍ, ຈາກຜົນຂອງການເລືອກຕັ້ງ ແລະມະຕິຂອງກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກ ລົງເຫັນດີເລືອກເອົາສະຫາຍ ສຸລິຍົງ ໄຊໂກສີ ເປັນເລຂາຄະນະພັກ ຮາກຖານ ມຂ, ສະຫາຍ ບຸນ ເຮືອງ  ນິນຈະເລີນ ເປັນຮອງເລຂາ ຄະນະພັກຮາກຖານ, ສະຫາຍ ຄູນສັກບົວວົງ ແລະສີທາ ເຂັມມະລາດ ເປັນຄະນະພັກຮາກຖານ, ສະຫາຍ ສຸກ ສົມພອນ ອະໂນໄທເປັນຄະນະພັກຮາກຖານທັງເປັນປະທານ ກວດກາຄະນະພັກ, ພ້ອມນັ້ນຍັງ ໄດ້ຕົກລົງແຕ່ງຕັ້ງສະຫາຍ ປທ ທົງສະຫວັດ ລຽບວິໄຊ ນະວັງ ແລະສະຫາຍ ນາງ ເພັດສະໝອນ ຂັດຕິຍະວົງ ເປັນຮອງປະທານກວດກາຕື່ມອີກ.