ມອບ-ຮັບຫົວໜ້າພະແນກສຶກສາຫຼວງພະບາງ

  ພະແນກສຶກສາທິການ ແລະກີລາແຂວງຫຼວງພະບາງ ໄດ້ ຈັດພິທີມອບ-ຮັບໜ້າທີ່ຕໍາແໜ່ງລະຫວ່າງຫົວໜ້າພະແນກສຶກສາ ທິການ ແລະກີລາແຂວງຜູ້ເກົ່າ ແລະຮັກສາການເມື່ອທ້າຍເດືອນ ຜ່ານມາທີ່ພະແນກດັ່ງກ່າວ ໂດຍ ການໃຫ້ກຽດເຂົ້າຮ່ວມຂອງທ່ານ ວົງສະຫວັນ ເທບພະຈັນ ຮອງ ເຈົ້າແຂວງຫຼວງພະບາງ, ທ່ານ ນາງ ວຽງແກ້ວພົມມະວົງ ຄະນະພັກກະຊວງຫົວໜ້າກົມຈັດຕັ້ງ ແລະພະນັກງານກະຊວງສຶກສາທິການ ແລະກີລາ,ທ່ານ ນາງ ລັດສະໝີຈັນ ບຸນສະຫວັດ ຫົວໜ້າຂະແໜງຄຸ້ມຄອງ-ກໍ່ສ້າງພະນັກງານຄະນະຈັດຕັ້ງແຂວງ,ມີທ່ານ ຫົວໜ້າ ຮອງຫົວໜ້າພະແນກການ,ຄະນະກວດກາພັກ-ລັດ,ຜູ້ ອຳນວຍກາມະຫາວິທະຍາໄລ-ວິທະຍາໄລ, ໂຮງຮຽນ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິ ການ ແລະກີລາເມືອງ ແລະພະນັກ ງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ລັດສະໝີຈັນ ບຸນ ສະຫວັດ ຂຶຶ້ນຜ່ານຂໍ້ຕົກລົງຂອງ ທ່ານເຈົ້າເເຂວງຫຼວງພະບາງ ສະບັບເລກທີ 11 /ຈຂຫຼບ, ລົງວັນທີ 13 ມັງກອນ 2020 ວ່າດ້ວຍ ການຍົກຍ້າຍທ່ານ ເອິງ ລໍສະຫວັນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງໄປປະຮັບໜ້າທີ່ໃໝ່ຢູ່ ແນວລາວສ້າງຊາດ, ຂໍ້ຕົກລົງ ຂອງທ່ານເຈົ້າເເຂວງຫຼວງພະບາງ ສະບັບເລກທີ 189 /ຈຂຫຼບ, ລົງ ວັນທີ 25 ທັນວາ 2019 ວ່າດ້ວຍການຍົກຍ້າຍທ່ານ ສົມລິດ ຈັນທະມາລີ ຮອງຫົວໜ້າພະແນກ ສຶກສາທິການ  ແລະກີລາແຂວງໄປ ຮັບໜ້າທີ່ໃໝ່ຢູ່ແນວລາວສ້າງ ຊາດ, ຂໍ້ຕົກລົງຂອງທ່ານເຈົ້າ ເເຂວງຫຼວງພະບາງ ສະບັບເລກທີ 12 /ຈຂຫຼບ, ລົງວັນທີ 13 ມັງ ກອນ 2020 ວ່າດ້ວຍການຕົກລົງ ແຕ່ງຕັ້ງທ່ານ ຊາຍສະຫວັນ ຈັນມານິດ  ເປັນຮັກສາການຫົວໜ້າພະ ແນກສຶກສາທິການ ແລະກີລາ ແຂວງ.

  ນອກນີ້ທ່ານ ນາງ ບົວຄຳ ວິໄລທອງ ຫົວໜ້າຂະແໜງຈັດຕັ້ງ ພະແນກງານພະແນກສຶກສາທິ ການ ແລະກີລາແຂວງຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າພະແນກ ສຶກສາທິການ ແລະກີລາແຂວງ ຫຼວງພະບາງ ສະບັບເລກທີ 053/ ສກຂຫຼບ, ລົງວັນທີ 29 ມັງກອນ 2020 ວ່າດ້ວຍການຊັບຊ້ອນບ່ອນ ປະຈຳການພະນັກງານພາຍໃນພະ ແນກສຶກສາທິການ ແລະກີລາ ແຂວງ 2 ທ່ານຄື: ເຫັນດີຕົກລົງ ຍົກຍ້າຍທ່ານ ນາງ ບົວ ລອຍອິດທິພອນ ຫົວໜ້າຂະແໜງບໍລິ ຫານໄປເປັນຫົວໜ້າຂະແໜງສາມັນສຶກສາ ແລະທ່ານ ວັນທອງ  ແພງສະຫວັດ  ຫົວໜ້າຂະແໜງສາມັນສຶກສາໄປເປັນຫົວໜ້າຂະແໜງ ບໍລິຫານພະແນກສຶກສາທິການ ແລະກີລາແຂວງ.

  ໂອກາດນີ້, ທ່ານ ວົງສະຫວັນ  ເທບພະຈັນ ຮອງເຈົ້າແຂວງຫຼວງ ພະບາງ ໄດ້ກ່າວວ່າ: ການຍົກຍ້າຍ ຮັບໜ້າທີ່ໃໝ່ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ການເມືອງ ແລະຄວາມຖືກຕ້ອງ ຕາມພາລະບົດບາດຂອງແຕ່ລະ ວຽກງານພ້ອມນີ້ທ່ານຍັງໄດ້ຮຽກ ຮ້ອງມາຍັງທ່ານທີ່ໄດ້ຮັບໜ້າທີ່ອັນ ໃໝ່ຈົ່ງໄດ້ພ້ອມກັນຮັກສາມູນເຊື້ອສືບຕໍ່ພັດທະນາທຸກວຽກງານ ໂດຍ ຖືເອົາການຊີ້ນຳນຳພາວຽກງານ ການເມືອງແນວຄິດ, ຄວາມສາມັກຄີພາຍໃນພາຍນອກໃຫ້ກ້ວາງ ຂວາງ ແລະຄຽງຄູ່ກັບການສົ່ງເສີມ ດ້ານວິຊາການໃຫ້ແກ່ຖັນແຖວພະ ນັກງານຕາມແຕ່ລະຂະແໜງການ-ວຽກງານໃຫ້ຖືກຕ້ອງຕາມລະບົບກົງຈັກການຈັດຕັ້ງ,ເຮັດວຽກ ລວມສູນປະຊາທິປະໄຕ ແລະພ້ອມກັນປະກອບສ່ວນພັດທະນາໃນທຸກວຽກງານເວົ້າລວມເວົ້າສະເພາະວຽກງານພັດທະນາຊັບພະຍາກອນ ມະນຸດຂອງແຂວງຫຼວງພະບາງ ໃຫ້ນັບມື້ມີຄຸນນະພາບດີຂຶ້ນເປັນກ້າວໆ.