ຄອບຄົວການນຳຂັ້ນສູນກາງມອບເງິນປະກອບສ່ວນ ສ້າງອາຄານຮຽນ ມສ ຫົວນໍ້າບາກ

 ໃນວັນທີ 5 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມໂຮງແຮມມິດຕະພາບແຂວງອຸດົມໄຊ ຄອບຄົວ ການນຳຂັ້ນສູນກາງນຳໂດຍທ່ານ ນາງ ບົວໄຫຼ ຈິດມະນີ ຄອບຄົວ ຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຄະນະກວດກາສູນກາງພັກພ້ອມດ້ວຍ ຄອບຄົວການນຳຂັ້ນສູນກາງ ແລະ ຍາດພີ່ນ້ອງໄດ້ນຳເອົາເງິນມາມອບ ໃຫ້ແກ່ຄະນະພັກອົງການປົກຄອງ ແຂວງອຸດົມໄຊ ເພື່ອເປັນທຶນກໍ່ ສ້າງອາຄານຮຽນຮັບໂດຍທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກ ແຂວງຮອງເຈົ້າແຂວງອຸດົມໄຊ ເຂົ້າຮ່ວມມີຄະນະປະຈຳພັກແຂວງ ພ້ອມດ້ວຍຄອບຄົວ ແລະຂະແໜງ ການທີ່ກ່ຽວຂ້ອງຂັ້ນແຂວງ-ເມືອງ ໄຊເຂົ້າຮ່ວມ.

   ເງິນທີ່ນຳມາມອບໃນຄັ້ງນີ້ມີ ຈຳນວນ 1 ຕື້ກີບ ໂດຍໄດ້ຮັບຈາກ ການສະໝັກໃຈປະກອບສ່ວນຂອງ ບັນດາບໍລິສັດຫ້າງຮ້ານຄອບຄົວການນຳຂັ້ນສູນກາງຍາດພີ່ນ້ອງ ແລະຜູ້ປະກອບການທຸລະກິດທີ່ຢູ່ ນະຄອນຫຼວງ ເພື່ອປະກອບສ່ວນ ໃນການກໍ່ສ້າງອາຄານຮຽນໂຮງຮຽນ ມສ ຫົວນໍ້າບາກ ເມືອງໄຊ ແຂວງອຸດົມໄຊ  ຊຶ່ງໂຄງການກໍ່ສ້າງ ອາຄານຮຽນໂຮງຮຽນ ມສ ຫົວ ນໍ້າບາກ ຄັ້ງນີ້ເປັນອາຄານ 2 ຊັ້ນ ປະກອບດ້ວຍໂຕະຕັ່ງຄົບຊຸດມີ 10  ຫ້ອງຮຽນ 4 ຫ້ອງນໍ້າມີຂະໜາດ 47x14  ແມັດ  ມີມູນຄ່າການກໍ່ສ້າງ ທັງໝົດ 2,5 ຕື້ກີບ, ໂອກາດດຽວ ກັນນີ້ຄອບຄົວການນຳຂັ້ນສູນກາງ ຍັງໄດ້ມອບອີກຕື່ມຈຳນວນ 20 ລ້ານກີບໃຫ້ກັບອົງການປົກຄອງ ເມືອງໄຊ  ນຳໄປມອບຕໍ່ໃຫ້ກັບໂຮງ ຮຽນ ມສ ບ້ານຫຼັກ 32 ເມືອງໄຊ ເພື່ອນຳໃຊ້ເຂົ້າໃນການບູລະນະອາ ຄານສະຖານທີ່ໂຮງຮຽນເພື່ອນຳໃຊ້ເຂົ້າໃນການຈັດຕັ້ງການຮຽນ-ການສອນ.

  ໃນໂອກາດຮັບເງິນຄັ້ງນີ້ທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງ  ອຸດົມໄຊ ກໍໄດ້ສະແດງຄວາມຂອບໃຈຕໍ່ຄອບຄົວການນຳຂັ້ນສູນກາງ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ການພັດທະນາຊົນນະບົດກໍຄືການພັດທະນາການສຶກສາຢູ່ແຂວງອຸດົມ ໄຊ ຊຶ່ງການນຳແຂວງອຸດົມໄຊ ກໍຈະສືບຕໍ່ນຳເອົາວັດຖຸປັດໄຈທີ່ໄດ້ຮັບຄັ້ງນີ້ນຳໃຊ້ເຂົ້າໃນການກໍ່ສ້າງໃຫ້ຖືກຕ້ອງຕາມເປົ້າໝາຍ.