ໄຊຍະ ກຽມຄວາມພ້ອມເຂົ້າຮ່ວມງານ ຊຽງຂວາງ ເກມ

 ແຂວງໄຊຍະບູລີ ຈັດກອງ ປະຊຸມກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກີລາແຫ່ງ ຊາດຄັ້ງທີ  11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບໃນວັນທີ 5 ກຸມພາ 2020 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກີລາແຂວງພາຍ ໃຕ້ການເປັນປະທານຂອງທ່ານ ນາງ ບຸນພັກ ອິນທະປັນຍາ ຮອງ ເຈົ້າແຂວງໄຊຍະບູລີ ຜູ້ຊີ້ນຳວຽກ ງານຂົງເຂດວັດທະນະທຳ-ສັງຄົມ, ຫົວໜ້າ-ຮອງຫົວໜ້າພະແນກການ, ກຳມະການຄູຝຶກ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ພັນ ດວງຕາ ຮອງຫົວ ໜ້າພະແນກສຶກສາທິການ ແລະກີ ລາແຂວງໄຊຍະບູລີ ໄດ້ຂຶ້ນຜ່ານ ບົດລາຍງານກ່ຽວກັບຄວາມຄືບ ໜ້າວຽກງານກຳມະການເຕັກນິກ ຈັດການແຂ່ງຂັນກີລາແຫ່ງຊາດ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ເລກທີ 023/ກສ ຄັງວັນທີ 17 ມັງກອນ 2020, ລະບຽບການ ແຂ່ງຂັນກີລາແຕ່ລະປະເພດ ຊຶ່ງ ງານມະຫາກຳກີລາແຫ່ງຊາດຄັ້ງ ທີ 11 ທີ່ແຂວງຊຽງຂວາງ ເປັນ ເຈົ້າພາບໃນວັນທີ 22 ມີນາ ຫາ 1 ເມສາ 2020 ໃນການແຂ່ງ ຂັນລວມທັງໝົດ 28 ປະເພດກີລາ ໃນນີ້ແຂວງໄຊຍະບູລີສົ່ງ 14 ປະເພດກີລາເຂົ້າຮ່ວມຄື: ບານເຕະ, ບານສົ່ງ, ກະຕໍ້, ແລ່ນ-ລານ, ເປ ຕັງ, ເຮືອຊ່ວງ, ໝາກແລ້, ໜ້າ ເກັກ, ໝາກຂ່າງ, ລົດຖີບ, ສະນຸກເກີ, ມວຍ, ກ໋ອບ, ດອກປີກໄກ່ຈາກ ນັ້ນກໍ່ໄດ້ຮັບຟັງລາຍງານຄວາມ ພ້ອມຂອງການອອກສະຫຼາກຊີງ ໂຊກເພື່ອລະດົມທຶນເປັນງົບປະມານຊ່ວຍນັກກີລາເຂົ້າຮ່ວມງານ ມະຫາກຳກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ຊຶ່ງຈະໄດ້ ອອກສະຫຼາກຊີງໂຊກໃນວັນທີ 19 ກຸມພາ 2020 ແຕ່ລະສະຫະພັນກີລາຍັງໄດ້ພ້ອມກັນປະກອບ ຄຳຄິດຄຳເຫັນເພື່ອກະກຽມຄວາມ ພ້ອມເຂົ້າສູນຝຶກຊ້ອມຕົວນັກກີລາແຕ່ລະປະເພດ.