ເມືອງລ້ອງຊານ ປະກາດບ້ານວັດທະນະທຳ ແຫ່ງທີ 18

  ພິທີປະກາດຮັບຮອງບ້ານ ໂພນໄຊ ເປັນບ້ານວັດທະນະທຳ ແຫ່ງທີ 18 ຂອງເມືອງລ້ອງຊານ ໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2020 ທີ່ເດີ່ນໂຮງຮຽນປະຖົມສົມບູນຂອງບ້ານ ໂດຍມີທ່ານ ຕົ່ງມົວ ຊົວໂກ້ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ ໄຊສົມບູນ, ທ່ານ ກາຢິ່ງລໍ່ໂຊຕູ້ກີ້ ຮອງເຈົ້າເມືອງລ້ອງຊານ, ມີ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງພ້ອມດ້ວຍນາຍບ້ານ-ບ້ານໂພນໄຊ, ນ້ອງນ້ອຍນັກຮຽນ, ໄວໜຸ່ມເຍົາວະຊົນ ແລະພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ອາລີ ແສນພັນ ເລຂາພັກບ້ານ, ນາຍບ້ານ-ບ້ານໂພນໄຊ ໄດ້ຜ່ານບົດສະຫຼຸບລາຍງານວຽກ ງານຮອບດ້ານປະຈຳປີ 2019 ແລະທິດທາງແຜນການປີ 2020, ຊຶ່ງບ້ານໂພນໄຊ ແມ່ນບ້ານໜຶ່ງ ໃນຈຳນວນ 25 ບ້ານຂອງເມືອງ ລ້ອງຊານ ຫ່າງຈາກສຳນັກງານ ປົກຄອງເມືອງປະມານ 4 ກິໂລ ແມັດ, ມີ 99 ຫຼັງຄາເຮືອນ, ມີ 108 ຄອບຄົວ, ມີປະຊາກອນທັງ ໝົດ 563 ຄົນ ຍິງ 260 ຄົນ, ໄດ້ ແບ່ງອອກເປັນ 7 ໜ່ວຍສາມັກຄີ ແລະມີ 2 ຊົນເຜົ່າໃຫຍ່: ຄືເຜົ່າ ລາວ ແລະເຜົ່າກຶມມຸ ໃນນີ້ເຜົ່າລາວ ກວມ 8,33%  ເຊື່ອຖືສາສະໜາພຸດ ແລະເຜົ່າກຶມມຸກວມເອົາ 91,66% ເຊື່ອຖືສາສະໜາບັນພະບູລຸດ,ຊຶ່ປະຊາຊົນພາຍໃນບ້ານໄດ້ຢຶດຖື ການເຮັດນາ,ປູກຢາງພາລາເປັນອາຊີບຕົ້ນຕໍ ແລະລ້ຽງສັດເປັນອາຊີບສຳຮອງ, ພ້ອມນີ້ປະຊາຊົນບ້ານ ໂພນໄຊໄດ້ມີມູນເຊື້ອສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນທັງມີຄວາມດຸໝັ່ນ, ມີຫົວຄິດປະດິດສ້າງໃນການປະກອບອາຊີບທີ່ໝັ້ນ ທ່ຽງ,ຄຽງຄູ່ກັນນັ້ນບ້ານໂພນໄຊ ໄດ້ມີການຈັດຕັ້ງຄົບຊຸດ, ມີໜ່ວຍພັກ ແລະເຖົ້າແກ່ອາວຸໂສເປັນທີ່ປຶກສາໃຫ້ແກ່ການເຄື່ອນໄຫວວຽກ ງານຂອງອຳນາດການປົກຄອງ ບ້ານ ແລະປະຊາຊົນກໍມີຄວາມເປັນເຈົ້າການສູງຕໍ່ການປະກອບສ່ວນໃນວຽກງານຕ່າງໆຂອງບ້ານຢ່າງຫ້າວຫັນ ແລະແຂງແຮງ.

  ຈາກນັ້ນທ່ານ ຕົ່ງມົວ ຊົວໂກ້ ໄດ້ມອບໃບຢັ້ງຢືນບ້ານວັດທະນະທໍາໃຫ້ແກ່ບ້ານດັ່ງກ່າວຢ່າງເປັນທາງການ,ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະນຳຂອງບ້ານກໍຄືທຸກພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ສຸມທຸກສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກ ງານຮອບດ້ານ ໂດຍສະເພາະແມ່ນປະຕິບັດແຜນການສ້າງຄອບຄົວ ວັດທະນະທຳ ແລະບ້ານວັດທະນະທຳ ຊຶ່ງເຮັດໃຫ້ບ້ານມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບ ຮ້ອຍຢ່າງໜັກແໜ້ນ,ພ້ອມນີ້ທ່ານໄດ້ຮຽກຮ້ອງມາຍັງອຳນາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນທຸກທົ່ວໜ້າຈົ່ງພ້ອມກັນພັດທະນາເສດຖະກິດສັງຄົມຂອງບ້ານໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ ເນື່ອງ ໂດຍຕິດພັນກັບການປັງປຸງ ຄວາມສາມັກຄີເປັນເອກະພາບພາຍໃນບ້ານກໍຄືບັນດາໜ່ວຍສາມັກມັກຄີໃຫ້ໜັກແໜ້ນ, ສ້າງໃຫ້ໄດ້ ບຸກຄົນ, ຄອບຄົວທີ່ດີເດັ່ນໄປຄຽງ ຄູ່ກັບການແກ້ໄຂຊີວິດການເປັນຢູ່ ຂອງຕົນໃຫ້ດີຂຶ້ນຕາມແນວທາງນະໂຍບາຍຂອງພັກ ແລະລັດຖະບານ ໂດຍສຸມໃສ່ການປູກຝັງ-ລ້ຽງສັດໃຫ້ເປັນຂະບວນການ ກວ້າງຂວາງ; ສຸມໃສ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອຕ້ານ ແລະສະກັດກັ້ນ ທຸກໜໍ່ແໜງທີ່ກໍ່ໃຫ້ເກີດປະກົດການ ຫຍໍ້ທໍ້ພາຍໃນບ້ານໃຫ້ທັນເວລາ, ພ້ອມກັນສືບທອດວັດທະນະທໍາ ທີ່ເປັນເອກະລັກ ແລະຮີດຄອງອັນດີງາມຂອງບ້ານໃຫ້ມີຄວາມຍືນ ຍົງທັງປົກປັກຮັກສານາມມະຍົດ ບ້ານວັດທະນະທຳໃຫ້ຄຽງຄູ່ກັບ ບ້ານໂພນໄຊຕະຫຼອດໄປ.