ໃນອະນາຄົດວາຍຟາຍຈະເປັນສິ່ງບໍ່ຈຳເປັນອີກຕໍ່ໄປ

  AzharHussain, CEO ຂອງ Hanhaa ບໍລິສັດດ້ານ IoT ໄດ້ໃຫ້ສຳພາດກັບ Spectrum.ieee ວ່າຈຸດຈົບຂອງ Wi-Fi ກຳ ລັງໃກ້ເຂົ້າມາແລ້ວໂດຍ Azhar ເຊື່ອວ່າການຈັດສັນໂຄງຂ່າຍນ້ອຍໆ ໃນກຸ່ມຜູ້ໃຊ້ຄືເທສະບານມະຫາວິທະຍາໄລ ແລະບໍລິສັດຕ່າງໆ ໃຫ້ ສາມາດສ້າງເຄືອຂ່າຍສ່ວນຕົວດ້ວຍ  5G ຊຶ່ງມີຄວາມໜ່ວງທີ່ນ້ອຍຫຼາຍສ້າງຄວາມວ່ອງໄວ ແລະສະດວກສະບາຍໄດ້ຫຼາຍກວ່າຈະເປັນເຫດຜົນທີ່ຈະເຮັດໃຫ້ຜູ້ໃຊ້ງານ ປ່ຽນມາໃຊ້  5G ໃນການເຊື່ອມຕໍ່ອຸ ປະກອນ IoT ແທນ Wi-Fi.

ເຫດຜົນຂອງ AzharHus sain ຖືວ່າໜ້າສົນໃຈເພາະສອດ ຄ່ອງກັບການໃຊ້ຕົວຈິງໃນປະຈຸບັນ ຄື Zach Supalla, CEO ຂອງ Particle ບໍລິສັດຈຳໜ່າຍອຸປະກອນ IoT ໃຫ້ຂໍ້ມູນວ່າເກີນເຄິ່ງໜຶ່ງ ຂອງອຸປະກອນທີ່ເຊື່ອມຕໍ່ກັບອິນ ເຕີເນັດບົນລະບົບຄລາວນັ້ນເຊື່ອມຕໍ່ກັບອິນເຕີເນັດມືຖືຫຼາຍກວ່າ Wi-Fi ໂດຍ Zach ໃຫ້ເຫດຜົນວ່າອິນ ເຕີເນັດມືຖືນັ້ນເຊື່ອມຕໍ່ງ່າຍ ແລະ ມີຄວາມຫຍຸ້ງຍາກທີ່ນ້ອຍກວ່າ Wi-Fi ຊຶ່ງມອບປະສົບການໃຊ້ງານທີ່ດີກວ່າແທ້ຈິງແລ້ວການເຊື່ອມຕໍ່ອຸປະກອນຜ່ານWi-Fi ນັ້ນມີອັນທີ່ຄ່ອນຂ້າງຫຍຸ້ງຍາກແລະອາດບໍ່ສຳເລັດຕັ້ງແຕ່ຄັ້ງທຳອິດດັ່ງບັນນາທິການຂອງSpectrum, Sta cey Higginbotham ກໍບອກວ່າ ເຂົາເຄີຍເຊື່ອມຕໍ່ອຸປະກອນປະເພດIoT ມານັບຮ້ອຍເທື່ອກໍບໍ່ເຄີຍສຳເລັດໄດ້ຕັ້ງແຕ່ຄັ້ງທຳອິດແມ່ນແຕ່ຄັ້ງດຽວ ຊຶ່ງປະຈຸບັນຜູ້ຜະລິດອຸປະກອນIoT ຫຼາຍແບຣນດັ່ງ Ama zon, Google  ແລະApple ຕ່າງ ກຳລັງພັດທະນາໃຫ້ອຸປະກອນເຫຼົ່ານີ້ມີການໃຊ້ງານທີ່ງ່າຍຂຶ້ນກວ່າເກົ່າ.

AzharHussain ກ່າວວ່າ ເມື່ອທຽບກັນແລ້ວລະບົບເຄືອຂ່າຍນັ້ນ“ງ່າຍກວ່າຫຼາຍ” ພຽງແຕ່ການໃຊ້ເຄືອຂ່າຍໂທລະສັບມີຜົນເສຍຄືຕົ້ນທຶນທີ່ສູງກວ່າໃນການຈ່າຍຄ່າອິນເຕີເນັດແຕ່ Azhar ເຊື່ອວ່າໃນອະນາຄົດຄ່າບໍລິການ ເຄືອຂ່າຍຈະມີລາຄາທີ່ຖືກລົງຕາມໄລຍະເວລາຂອງມັນ.